Homeຂ່າວພາຍ​ໃນຮອງນາຍົກເນັ້ນຂະແໜງການເງິນ ເພີ່ມທະວີສະກັດກັ້ນ ການຮົ່ວໄຫລງົບປະມານຂອງລັດ!

ຮອງນາຍົກເນັ້ນຂະແໜງການເງິນ ເພີ່ມທະວີສະກັດກັ້ນ ການຮົ່ວໄຫລງົບປະມານຂອງລັດ!

Published on

DSC_896818.10.5

ຂປລ. ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກ ແລະ ການບໍລິການ ໄດ້ເນັ້ນໜັກໃນ ກອງ ປະຊຸມເຜີຍແຜ່ວຽກງານການເງິນງົບປະມານທົ່ວປະເທດສົກປີ 2014-2015 ໃນວັນທີ 17ຕຸລາ 2015 ນີ້ ວ່າ:  ທຸກພາກສ່ວນທົ່ວ ຂະແໜງການເງິນແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນເພີ່ມຄວາມສາມາດຈໍາກັດສະພາບ ການຮົ່ວໄຫລຂອງງົບປະມານລາຍຮັບ, ນັບທັງລາຍຈ່າຍທີ່ມີແຜ່ຫລາຍຢູ່ທຸກຂົງເຂດທັງຢູ່ໃນຂະແໜງການເງິນ ຄຸ້ມຄອງໂດຍກົງ, ລວມທັງຂະແໜງການອື່ນ ແລະ ທ້ອງ ຖິ່ນຄຸ້ມຄອງ ໃຫ້ເປັນຮູບປະທໍາຕາມທ່າແຮງທີ່ມີ, ຖືກຕ້ອງຕາມລະບຽບກົດໝາຍກໍານົດໄວ້. ເພື່ອເຮັດໃຫ້ການຄຸ້ມ ຄອງການ ເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີ ຄວາມກ້າວໜ້າທັນສະໄໝ ທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກ ສະໄໝ ການເຊື່ອມໂຍງດ້ານເສດຖະກິດຂອງ ໂລກ ແລະ ພາກພື້ນ.

ໃນໂອກາດນີ້ ທ່ານ ດຣ.ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ເອົາໃຈໃສ່ປັບ ປຸງແກ້ໄຂຢ່າງຕັ້ງໜ້າ ຕໍ່ອຸປະສັກກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ.  ພ້ອມກັນນັ້ນໃນສົກ ປີ 2015-2016 ຕ້ອງຮັບປະກັນເຮັດໃຫ້ເສດຖະກິດມີຄວາມຕໍ່ເນື່ອງເພີ່ມຂຶ້ນໂດຍສະເລ່ຍບໍ່ຫລຸດ 7,5% ໂຄງປະກອບເສດ ຖະກິດ ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຮັກສາເງິນເຟີ້ໄປຕາມທິດທີ່ສາມາດຄວບຄຸມໄດ້ ຫລື ບໍ່ເກີນອັດຕາການຂະຫຍາຍ ຕົວຂອງ ເສດ ຖະກິດ. ໃນນັ້ນຄະນະພັກ, ຄະນະນໍາຂອງກະຊວງການເງິນຕ້ອງເອົາໃຈ ໃສ່ເພີ່ມທະວີສຶກສາອົບຮົມການເມືອງ ແນວຄິດໃຫ້ ແກ່ ພະນັກງານ, ລັດຖະກອນຫລາຍກວ່າເກົ່າ ເພື່ອຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ, ໜ້າທີ່ຂອງຂະແໜງການ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃຫ້ໄດ້ຢ່າງ ຈະແຈ້ງ ແລະ ເປັນຮູບປະທໍາເທື່ອລະກ້າວ. ເພາະຜ່ານມາການຊີ້ນໍາ-ນໍາພາຕໍ່ ວຽກ ງານການສຶກສາອົບຮົບການ ເມືອງແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໃນ ທົ່ວຂະແໜງການເງິນຍັງບໍ່ທັນປົກກະຕິ, ບໍ່ເລິກ ເຊິ່ງບໍ່ທັນສາ ມາດຍົກສູງຄວາມເປັນເຈົ້າການໄດ້ດີເທົ່າທີ່ຄວນ, ນະໂຍບາຍການເງິນບໍ່ທັນເປັນເຄື່ອງມືທີ່ຕັ້ງໜ້າຊຸກຍູ້ສົ່ງເສີມ ການ ຜະລິດນັບແຕ່ຫົວໜ່ວຍທຸລະກິດຄອບຄົວ, ຊາວກະສິກອນ ແລະ ວິສາຫະກິດພາກສ່ວນຕ່າງໆ.

ດັ່ງນັ້ນ ກໍໃຫ້ ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງກະຊວງການເງິນໃຫ້ກະທັດຮັດ, ມີປະສິດທິຜົນ,ໂປ່ງ​ໄສ່, ຫັນເປັນວິ ຊາສະເພາະ ແລະ ຕອບສະໜອງຄວາມຕ້ອງການຫັນເປັນທັນສະໄໝ, ສ້າງກົດໝາຍ, ນິຕິກໍາຕ່າງໆ ເພື່ອຄຸ້ມຄອງຂະແໜງການ ເງິນທົ່ວປະເທດ, ສ້າງຍຸດທະສາດ, ວິໄສທັດໃນການພັດທະນາຂະແໜງການເງິນ. ພ້ອມດຽວກັນນັ້ນກໍສຸມໃສ່ສ້າງ ແຜນງົບປະມານ 5 ປີໃຫ້ສໍາເລັດຕາມລະດັບຄາດໝາຍ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຂະແໜງການເງິນ ຜ່ານມາປຸກລະດົມຂະບວນການ ທົ່ວຂະແໜງການ ໃນການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ສົກປີ 2015-2016 ໃຫ້ມີຜົນສໍາເລັດຢ່າງຈະແຈ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...