spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຫຼີກສິ່ງກີດຂວາງການກໍ່ສ້າງ ເກີດເຫດເກືອບເສຍຊີວິດ

ຫຼີກສິ່ງກີດຂວາງການກໍ່ສ້າງ ເກີດເຫດເກືອບເສຍຊີວິດ

Published on

ມື້ນີ້, ວານນີ້ ວັນທີ 18 ຕຸລາ 2015 ເວລາປະມານ 20:25 ນາທີ ໄດ້ເກີດເກີດເຫດລົດຈັກລົ້ມເອງ ຢູ່ບໍລິເວນ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ເພາະຫຼີກທໍ່ທີ່ຕັນທາງເພື່ອບໍ່ໃຫ້ສັນຈອນ ໄປເຂດດັ່ງກ່າວ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ ໄດ້ຮັບແຈ້ງ ແລະ ອອກກວດສອບຈຸດເກີດເຫດທັນທີ

ຫຼັງໄປເຖິງທີ່ເກີດເຫດພົບ ຊາຍ 1 ຄົນ ອາການຍັງມຶນງົງເພາະລົດລົ້ມ ມີບາດແຜຕາມຕີນ ມື ເລັກໜ້ອຍ ຈາກການສອບຖາມຈືງໄດ້ຮູ້ວ່າ ລາວໄດ້ຂີ່ລົດຈັກມາຮອດເຂດນີ້ ແລະ ໄດ້ຫຼົບທໍ່ເບຕົງທີ່ກັ້ນທາງໄວ້ ເນື່ອງຈາກເຂດນີ້ເປັນບໍລິເວນມືດ ແລະ ມີຝຸ່ນຫຼາຍ ເຮັດໃຫ້ທັດສະວິໄສໃນການເບິ່ງເຫັນບໍ່ຊັດເຈນ. ລາວຍັງບອກອີກວ່າ ຕອນລົ້ມຈື່ໄດ້ແຕ່ວ່າຫຼົບທໍ່ເທົ່ານັ້ນ ແລະ ມາຮູ້ສຶກເຈັບຫົວ ແລະ ແອວຂວາ ເພາະລົ້ມກະທົບພື້ນຢ່າງແຮງ ແລະ ບໍ່ໄດ້ໃສໝວກກັນກະທົບ.

ທາງທີມງານຈື່ງຢາກຝາກເຕືອນທຸກທ່ານໃຫ້ລະມັດລະວັງສິ່ງກີດຂວາງການສັນຈອນ ໂດຍສະເພາະທາງທີ່ກຳລັງມີການກໍ່ສ້າງ ແລະ ຢ່າລືມ ຫຼູດຜ່ອນຄວາມໄວ ໃສ່ໝວກກັນກະທົບ!
ອີກອັນໜຶ່ງ ພາກສ່ວນກໍ່ສ້າງທາງ ກໍຄວນໃສ່ປ້າຍເຕືອນຕັ້ງແຕ່ໄກ ເພື່ອໃຫ້ຜູ້ສັນຈອນທັນລະວັງໂຕ ກ່ອນຈະຮອດຈຸດອັນຕະລາຍ.

12108785_798843053574957_736987863702377431_n12096292_798842953574967_35708499642301663_n  12122907_798843123574950_6614497833589357583_n

ພາບແລະຂ່າວຈາກ: ນາທີຊີວິດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...