spot_img
Homeມູມໄອທີລາວໜຸ່ມອິນເດຍຕະລຶງ!! ສັ່ງຊື້ສະມາດໂຟນຜ່ານເນັດ ແຕ່ສິ່ງທີ່ໄດ້ຄື?

ໜຸ່ມອິນເດຍຕະລຶງ!! ສັ່ງຊື້ສະມາດໂຟນຜ່ານເນັດ ແຕ່ສິ່ງທີ່ໄດ້ຄື?

Published on

12105761_10156092359430375_1077111762381833350_n

ໜຸ່ມ​ອິນ​ເດຍ​ເຖິງ​ກັບ​ອຶ້ງ​ໄປ​ເລີຍ ເມື່ອ​ປາກົດ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້ຮັບ​ມາ​ເປັນພຽງ​ແຕ່​ກ້ອນ​ປູນ ເພາະ​ວ່າ​ແທ້ໆ ແລ້ວ​ພວກເຂົາ​ສັ່ງ​ຊື້ ສະ​ມາດໂຟນ OnePlus One ມາ​ຈາກ​ເວັບ​ໄຊຕ໌ Amazon ຂອງ​ອິນ​ເດຍ ເລື່ອງ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ທາງ​ໜຸ່ມ​ອິນ​ເດຍ​ລາຍ​ນີ້​ນາມ​ວ່າ Maninder Walia ຈາກ​ເມືອງ​ຊານ​ດິ​ກາ ໄດ້​ໂພສ໌ Facebook ຮ້ອງ​ຮຽນ​ກ່ຽວກັບ​ບັນຫາ​ການ​ສັ່ງ​ຊື້​ສະ​ມາດໂຟນ​ຈາກ​ທາງ Amazon ສາ​ຂາ​ອິນ​ເດຍ​ທາງ​ໂທລະ​ສັບ

12119126_10156092359570375_7711349333699737833_n-700x360

ເມື່ອ​ໄດ້ຮັບ​ຄຳ​ສັ່ງ​ຊື້​ໄປ ປາກົດ​ວ່າ​ສິນ​ຄ້າ​ເດີນທາງ​ມາ​ເຖິງ​ຊ້າ​ກວ່າ​ກຳນົດ​ 30 ຊົ່ວ​ໂມງ ແຖມ​ກ່ອງ​ເບິ່ງຄືວ່າ​ຈະ​ມີ​ຮ່ອງ​ຮອຍ​ເສຍ​ຫາຍ​ນຳອີກ ພໍ​ເປີດ​ກ່ອງ​ອອກ​ມາ​ເບິ່ງ​ເທົ່າ​ນັ້ນ​ ໜຸ່ມ​ອິນ​ເດຍ​ລາຍ​ນີ້​ເຖິງ​ກັບ​ຊັອກ​ ເມື່ອ​ສິ່ງ​ທີ່​ຢູ່ໃນ​ກ່ອງ​ກາຍ​ເປັນ​ກ້ອນ​ປູນ​ແທນ​ທີ່​ຈະ​ເປັນສະມາດໂຟນ OnePlus One ທີ່​ພວກເຂົາ​ສັ່ງ​ຊື້

12115921_10156092359725375_6209054740601154266_n

ຊຶ່ງ​ຫລັງ​ຈາກ​ທາງ Amazon ໄດ້ຮັບ​ຮູ້​ເລື່ອງ​ກໍ​ໄດ້​ດຳ​ເນີນ​ການ​ຕິດ​ຕໍ່​ມາຍັງ​ຊາຍ​ຄົນ​ດັ່ງ​ກ່າວ ແຕ່​ກໍ​ຕ້ອງ​ລໍ​ຖ້າຜົນ​ສະຫລຸບ​ອີກ​​​ວ່າ​ຈະ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ຫລື​ດຳ​ເນີນ​ການ​ຢ່າງໃດ​ຕໍ່ໄປ​ອີກ​ທີ ກໍ​ຖື​ວ່າ​ເປັນ​ເລື່ອງ​ໂຊກ​ຮ້າຍ​ຂອງ​ໜຸ່ມ​ອິນ​ເດຍ​ລາຍ​ນີ້ ຂະໜາດ​ວ່າ​ຊື້​ສິນ​ຄ້າ​ກັບ​ທາງ Amazon ຊຶ່ງ​ເປັນ​ຜູ້​ຄ້າ​ອອນ​ໄລນ໌​ລາຍ​ໃຫຍ່​ຍັງ​ຖືກ​ແບບ​ນີ້

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...