spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເປີດຂະບວນການສັກຢາ - ຢອດຢາວັກຊິນກັນໂປລິໂອ

ເປີດຂະບວນການສັກຢາ – ຢອດຢາວັກຊິນກັນໂປລິໂອ

Published on

20ba44ac4bd5b1af87384a4020a84266

ວັນ​ທີ 15 ຕຸລາ 2015 ທີ່​ຫໍວັດທະນະທຳ​ແຫ່ງ​ຊາດ ກະຊວງສາທາລະນະ​ສຸກ​ ໄດ້​ຈັດ​ພິທີ​ເປີດການ​ນຳ​ເອົາ​ວັກ​ຊິນ​ກັນ​ໂປ​ລິ​ໂອຊະນິດ​ສັກ (VIP) ເຂົ້າ​ມາ​ນຳ​ໃຊ້ໃນ ​ສປປ ລາວ ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາ​ລະນະ​ສຸກ ການ​ນຳ​ພັກ-ລັດ ບັນດາ​ທູຕານຸທູດ ແລະ ອົງການຈັດ​ຕັ້ງ​ສາກົນ​ປະຈຳ​ລາວ ພະນັກງານ-ລັດຖະກອນ ແລະ ນ້ອງ​ນັກຮຽນ​ເຂົ້າ​ຮ່ວມ.

ໃນ​ພິທີ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ໄດ້​ລາຍ​ງານ​ກ່ຽວ​ກັບສະພາບ​ການຈັດຕັ້ງ​ປະຕິບັດ ​ວຽກງານ​ການ​ສັກ​ຢາ​ກັນ​ພະຍາດ​ຢູ່ນະຄອນຫຼວງ​ວຽງ​ຈັນ (ນວ) ໃນສົກ​ປີຜ່ານມາ ແລະ ແຜນ​ວຽກສຳຄັນ​ໃນຕໍ່ໜ້າ ເຊິ່ງ​ເຫັນ​ໄດ້​ວ່າ ໃນ​ສົກ​ປີ 2014-2015 ການ​ສັກຢາ​ກັນ​ພະຍາດ​ທຸກ​ຊະນິດ​ໃນຮອບ​ປົກກະຕິ ຢູ່ ນວ ໃນ​ນັ້ນ ອັດຕາ​ການ​ຢອດ​ຢາ​ໂປ​ລີ​ໂອ ຄົບ 3 ຄັ້ງ ບັນລຸ​ໄດ້ 95% ຜົນສຳເລັດດັ່ງກ່າວ ​ແມ່ນ​ຍ້ອນ​ຫຼາຍ​ປັດ​ໄຈ ໃນ​ນັ້ນ ອັນ​ສຳຄັນ​ແມ່ນ​ກະຊວງສາທາລະນະ​ສຸກ ໄດ້​ເອົາໃຈໃສ່ກະຕຸກ​ຊຸກຍູ້ ຕອບ​ສະໜອງວັດຖຸ​ອຸປະກອນ​ວັກ​ຊິນ​ໃຫ້​ຢ່າງ​ພຽງພໍ ແພດ​ໝໍ​ໄດ້​ມີ​ຄວາມ​ຕັ້ງໜ້າລົງ​ເຄື່ອນ​ໄຫວ​ຮອດ​ກຸ່ມ​ເປົ້າໝາຍ ໃຫ້​ໄດ້​ເຂົ້າ​ເຖິງ​ການ​ບໍ​ລິການ ອຳນາດ​ການ​ປົກຄອງເມືອງ ບ້ານ ​ໄດ້​ປຸກລະດົມ​ຂົນຂວາຍ​ພໍ່​ແມ່​ປະຊາຊົນ ເພື່ອ​ເຂົ້າໄປ​ຮັບ​ການ​ບໍລິການ​ສັກ​ຢາ​ວັກ​ຊິນ​ຢູ່​ຕາມ​ໂຮງໝໍ​ເມືອງ ສຸກສາລາ ແລະ ໜ່ວຍ​ບໍລິການ​ເຄື່ອນ​ທີ່​ຢ່າງຕັ້ງໜ້າ ພ້ອມ​ກັນ​ນັ້ນ ໄດ້​ມີ​ການຈັດ​ຕັ້ງ​ຂະ​ບວນ​ການ​ວັນ​ສັກ​ຢາແຫ່ງ​ຊາດ (​ວສຊ) ເຊັ່ນ: ການສັກ​ຢາ​ກັນ​ພະຍາດໝາກແດງໃຫຍ່ ແລະ ໝາກ​ແດງ​ນ້ອຍ ຂະບວນ​ການ​ສັກ​ຢາ​ປ້ອງ​ກັນ​ໄຂ້​ສະໝອງ​ອັກເສບ​ຍີ່ປຸ່ນ ບັນລຸ 99% ຂະ​ບວນ​ການ​ສັກ​ຢາ​ກັນ​ມະ​ເຮັງປາກ​ມົດ​ລູກ ໃຫ້​ກັບ​ນັກຮຽນ​ຍິງ ຫ້ອງ ປ5 ຈຳນວນ 3 ຮອບ 7.252 ຄົນ ບັນລຸ​ໄດ້ 100% ໄດ້ຊຸກຍູ້​ຂະ​ບວນ​ສົ່ງເສີມ​ສຸຂະພາບເດັກ ແທກ​ລວງ​ສູງ ຊັ່ງ​ນ້ຳໜັກ ກວດ​ສຸຂະພາບ​ປາກ ແຂ້ວ ແຈກຢາຍ​ວິຕາມິນ​ອາ ແລະ ຢາ​ຂ້າແມ່​ທ້ອງ​ໃຫ້​ເດັກ​ອາຍຸ​ລຸ່ມ 5 ປີ ບັນລຸ​ໄດ້ 98%.

ສຳລັບ​ແຜນ​ວຽກ​ການສັກ​ຢາກັນ​ໂປ​ລີ​ໂອຊະນິດ​ສັກ (VIP) ຢູ່ ນວ ເລີ່ມ​ມື້ນີ້​ເປັນຕົ້ນ​ໄປ​ຈະ​ໄດ້ພ້ອມ​ກັບ​ບັນດາ​ແຂວງ​ໃນ​ທົ່ວ​ປະເທດ ຈັດ​ກິດຈະກຳ​ສັກ​ຢາ​ກັນ​ພະຍາດ​ໂປ​ລີ​ໂອ​ຢູ່​ຕາມ​ໂຮງໝໍ​ເມືອງ 9 ແຫ່ງ ສຸກສາລາ 41 ແຫ່ງ ແລະ ຈັດ​ຕັ້ງ​ໜ່ວຍ​ແພດ​ເຄື່ອນໄຫວ​ໄປ​ຍັງ​ເຂດ​ຫ່າງ​ໄກ​ສອກຫຼີກ ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ​ການ​ບໍລິ​ການ​ໄດ້​ຢ່າງ​ທົ່ວ​ເຖິງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...