Homeຂ່າວພາຍ​ໃນ “ວຽງຈັນເຊັນເຕີ ສູນລວມແຫ່ງໃໝ່ໃນວຽງຈັນ”

“ວຽງຈັນເຊັນເຕີ ສູນລວມແຫ່ງໃໝ່ໃນວຽງຈັນ”

Published on

Landscape-of-phrase-I-300x239

 

bird-eye-view

 

ໂຄງການ“ວຽງ​ຈັນ​ເຊັນ​ເຕີ” ໄດ້ເລີ່ມເຊັນ​ສັນ​ຍາ​ເຈດ​ຈຳ​ນົງ​ກັບ​ລູກ​ຄ້າ​ໃນ​ວັນ​ທີ່ 24 ເດືອນ 9 ນີ້,  ແລະ ຜົນຕອບຮັບຈາກການ​ຕະຫຼາດກໍ່ເປັນຢ່າງດີ.

ໄລຍະນີ້, ການກໍ່​ສ້າງ​ໂຄງ​ການດັ່ງ​ກ່າວ​ໄດ້ “ໄດ້ພົ້ນເດັ່ນຂື້ນສູ່ໜ້າດິນ” ແລ້ວ, ອີງຕາມ​ຄວາມ​ຄືບ​ໜ້າ​ຂອງ​ການກໍ່​ສ້າງ​ໃນ​ປະ​ຈຸ​ບັນ, ​ຄາດ​​ວ່າຈະສຳ​ເລັດ​ການຕັດຫຼັງ​ຄາ​ໃນ​ທ້າຍ​ປີ​ນີ້, ແລ້ວກໍ່​ຈະ​​ສົ່ງມອບ​ຮ້ານໃຫ້​ລູກ​ຄ້າ​ດຳ​ເນີນ​ການ​ຕົບ​ແຕ່ງ​ໄດ້​ໃນ​ເດືອນ 4 ປີ 2014 ນີ້, ແລະ ໃນທ້າຍ​ປີ 2014 ຈະໄດ້ເລີ່ມ​ຕົ້​ນ​ທົດ​ລອງເປີດ​ກິດ​ຈະ​ການ​; ເຊິ່ງ​ສິນ​ຄ້າ​ແບ​ຣນ​ເນມ​ຂອງ ​ກຸ່ມ​ບໍ​ລິ​ສັດ ​CMG ( Central Marketing Group) ຈາກ​ປະ​ເທດ​ໄທ​ເຊັ່ນວ່າ: ​ສິ​ນ​ຄ້າ​ຍີ່​ຫໍ້ Lee Kids, Gen2, Pup pet, Casualist, John Henry, Lee, Wranger, Casio, Guess watch, Jocky, Hush Puppies ເຫຼົ່າ​ນີ້​ເປັນ​ຕົ້ນ, ໃນເຄືອຄ່າຍຂອງ ICC ( International Public Company ) ຈະມີຍີຫໍ້ດັງຕໍ່ໄປນີ້: Guy Laraoche, Arrow, BSC Cosmetology, Wacoal, Louis Fontaine ທີ່ເປັນຕົ້ນ ແລະ ກໍ່​ຈະໄດ້​ເຂົ້າ​ມາ​ວາງ​ຈຳ​ໜ່າຍ​ຢູ່​ໃນ​ໂຄງ​ການດັ່ງກ່າວນີ້ເຊັ່ນ​ກັນ; ພ້ອມ​ດຽວ​ກັນ​ນີ້, ​ຍັງຈະມີຫ້າງຮ້ານທີ່ມີຍີ່ຫໍ້ຊື່ສຽງໂດງດັງ ແລະ ມີທຸ​ລະ​ກິດໂຮງ​ຮູບ​ເງົາຫຼາຍໆ​ແຫ່ງກໍ່​ພວມ​ເຈ​ລະ​ຈາ​ກັບເຈົ້າຂອງ​ໂຄງ​ການ​ຢູ່,ໂຄງ​ການດັ່ງ​ກ່າວນີ້​ຈະ​ກາຍ​ເປັນ​ສູນ​ລວມ​ສີວິໄລຢູ່ໃນໃຈກາງຕົວເມືອງແຫ່ງທຳອິດຂອງ ນະຄອນຫຼວງວຽງ​ຈັນ, ເປັນສູນລວມແຟຊັນແບບສາກົນ, ເຄື່ອງສຳອາງ, ກະເປົ໋າ, ເຄື່ອງປະດັບໄຂ່ມຸກທີ່ມີລະດັບ ແລະ ອາຫານນານາຊາດ, SPA, ໂຮງ​ຮູບ​ເງົາທີ່ທັນສະໄຫມ ແລະ ອື່ນໆ, ຊາວ​ລາວ​ບໍ່​ຈຳ​ເປັນ​​ຕ້ອງ​ຂ້າມໄປປະ​ເທດ​ໄທອີກ ​ແລະ ຢູ່ທີ່ນີ້ກໍ່ສາ​ມາດຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ໄດ້​ຢ່າງເຕັມ​ອັດ​ຖະ​ລົດ. ຫຼາຍ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້ເຫັນທ່າແຮງທີ່ສຳຄັນຂອງ​ໂຄງ​ການນີ້, ກໍ່​ເລີຍຫຼັ່​ງ​ໄຫຼ​ເຂົ້າ​ມາ​ເຊັນ​ສັນ​ຍາ​ພ້ອມ​ທັງ​ຈ່າຍ​ເງິນ​ມັດ​ຈຳ​ກັບ ​“ວຽງ​ຈັນ​ເຊັນ​ເຕີ” ນີ້ໄດ້ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

ໂຄງການ​ “ວຽງ​ຈັນ​ເຊັນ​ເຕີ” ແມ່ນບໍລິສັດລົງທຶນຕ່າງປະເທດ ແຂວງຢຸນນານ ຈໍາກັດ ແລະ ບໍລິສັດ  ກຣິດຕະພົງກຣຸບ ຈໍາກັດ (ປະເທດລາວ) ຮ່ວມກັນສ້າງບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນຫນອງຈັນເຫນືອ ຈໍາກັດ ເປັນຜູ້ດໍາເນີນໂຄງການ, ແລະ ມີ ບໍລິສັດ ທີ່ປຶກສາດ້ານການອອກແບບສິງກະໂປ ເປັນຜູ້ຮັບຜິດຊອບສ້າງແຜນຜັງ ແລະ ອອກແບບ. ໂຄງການນີ້ຈະນໍາເອົາບົດຮຽນສາກົນ ແລະຮູບແບບການດໍາເນີນທຸລະກິດສາກົນເຂົ້າຢູ່ໃນການພັດທະນາ ນະຄອນຫຼວງວຽງຈັນ. ໂຄງການນີ້ທັງເປັນໂຄງການການຮ່ວມມືລະຫວ່າແຂວງ ຢຸນນານ ແລະ ນະຄອນຫຼວງວຽງຈັນ, ສະນັ້ນ ໂຄງການ​“ວຽງ​ຈັນ​ເຊັນ​ເຕີ” ໄດ້ຖືເປັນໂຄງການອັນສໍາຄັນຂອງອໍານາດການປົກຄອງ ນະຄອນຫຼວງວຽງຈັນ ແລະ ແຂວງ ຢຸນນານ ຢ່າງສູງສຸດ. ນັບ​ແຕ່​ໂຄງ​ການ​ນີ້​​ໄດ້​ເລີ່ມກໍ່​ສ້າງ​ເປັນ​ຕົ້ນ​ມາ, ຄົນ​ງານ​ທຸກ​ຄົນ​ໄດ້​​ຜ່ານ​ຜ່າຫຼາຍໆປັດ​ໃຈ​ຂໍ້​ຫ​ຍຸ້ງຍາກ​ເປັນ​ຕົ້ນ​ກໍ່​​ແມ່ນ: ຝົນ​​ແຮງ​ຕົກລິນ, ແຮງ​ງານຂາດເຂີນ​, ຂາດ​ແຄນ​ວັດ​ຖຸ, ເຮັດ​ວຽກ​ພາຍ​ໃຕ້​ອຸ​ນະ​ພູ​ມຮ້ອນເອົ້າ, ແຕ່​ເຂົາ​ເຈົ້າ​ກໍ່​ເຮັດ​ວຽກ​ມີ​ຄຸນ​ນະ​ພາບ, ປອດ​ໄພ​ແລະ​ມີ​ລະ​ບຽບ​ວິ​ໄນ, ຈັດ​ສັນ​ວ​ຽກ​ງານບໍ່​ໃຫ້​ມີ​ຊ່ອງ​ໂຫວ່, ຫັດ​ກຸມ​ຄຸມ​ເຂັ້ມ, ຫຼັງຈາກຜ່ານ​ການ​ບາກ​ບັ່ນເປັນ​ເວ​ລາ ​4 ເດືອນຕໍ່​ເນື່ອງຈົນເຖິງ​ປະ​ຈຸ​ບັນ​ນີ້​ໄດ້​ສຳ​ເລັດການກໍ່​ສ້າງຂັ້ນຕົ້ນ ແລະ ກຳລັງສືບຕໍ່ດຳເນີນການກໍ່ສ້າງຊັ້ນທີ່ສອງ.

ອາຄານ​ “ວຽງ​ຈັນ​ເຊັນ​ເຕີ” ຕັ້ງຢູ່ທີ່ເຂດຈຸດສູນການຄ້າຂອງ ນະຄອນຫຼວງວຽງຈັນ, ມີທິວທັດທໍາມະຊາດຂອງ ໜອງຈັນເໜືອ, ແມ່ນໂຄງການຕົວເມືອງຄົບວົງຈອນແຫ່ງທີ່ 1 ຂອງນະຄອນຫຼວງວຽງຈັນ. ມີແບບການຈັດສັນເຊັ່ນ: ຫ້າງສັບພະສິນຄ້າຄົບວົງຈອນ, ໂຮງໜັງ, ຫ້ອງການ, ໂຮງແຮມ 4 ດາວ, ສະໂມສອນພົບປະ, ອາພາດເມັນ ແລະ ກິດຈະການອື່ນໆ. ເນື້ອທີ່ໂຄງການທັງຫມົດມີ 5,3 ເຮັກຕາ, ເນື້ອທີ່ການກໍ່ສ້າງຂອງໂຄງການມີ 120 ພັນຕາລາແມັດ (ໜ້າພື້ນດິນ 90,966 ㎡, ພື້ນດິນມີ 30,852 ㎡). ສູນ​ການ​ຄ້າ​ ແລະ ​ຕຶກ​ຫ້ອງ​ການໄລ​ຍະ​ທີ່1, ເນື້ອ​ທີ່​ສູນ​ການ​ຄ້າ​ມີ 36,673㎡, ເນື້ອ​ທີ່​ຕຶກ​ຫ້ອງ​ການ​ມີ 14,584㎡, ຜັງ​ໄລ​ຍະ​ທີ່ 1 ແລະ 2 ມີ​ບ່ອນ​ຈອດ​ລົດກ່ວາ 1,100 ບ່ອນ.

ໂຄງ​ການນີ້​ຈະ​ກາຍ​ເປັນຫຼັກ​ໝາຍ​ທີ່​ຊັກ​ນຳ​ການ​ຄ້າ​ຢູ່ ນະ​ຄອນຫຼວງວຽງຈັນ, ຈະ​​ນຳເອົາປະ​ສົບ​ການ​ໃໝ່​ໃນ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ເມືອງຫຼວງ​ ແບບລະ​ດັບ​ສາ​ກົນ​ມາໃຫ້​​ປະ​ຊາ​ຊົນ​ຊາວນະ​ຄອນ​ຫຼວງວຽງ​ຈັນ.

bird-eye view

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...