spot_img
Homeວັນນະກຳເລື່ອງສັ້ນວິທີຮັບມືກັບເພື່ອນຮ່ວມງານຫຼາຍໜ້າ

ວິທີຮັບມືກັບເພື່ອນຮ່ວມງານຫຼາຍໜ້າ

Published on

12118606_407296722794793_1536033299968579672_n

ເຊື່ອວ່າໃນຫຼາຍອົງກອນປະກອບມີຄົນຫຼາຍປະເພດ,ໄວ,ວຸດທິການສຶກສາ,ແຕກແນວຄິດ-ແຕກວິຖີການໃຊ້ຊີວິດ,ແຕກຕ່າງກດ້ານລົດສະນິຍົມ ແລະ ອື່ນໆ ທີ່ອາດເຮັດໃຫ້ເກີດເປັນຄວາມຕ່າງກ້າວໄປສູ່ຄວາມຫ່າງ ແລະ ໄຕ່ຂັ້ນໄປສູ່ຄວາມແຕກແຍກໃນທີ່ສຸດ. ແຕ່ໃນເມື່ອດຳລົງຢູ່ໃນຫຼັງຄາເຮືອນຫຼັງດຽວເຮັດແນວໃດເພື່ອໃຫ້ສາມາດເຮັດວຽກໄດ້ຢ່າງບໍ່ມີຄວາມກັງວົນ,ມີແຕ່ຄວາມສຸກ ແລະ ສາມາດຮັບມືກັບເຫດການທີ່ອາດຂໍຈະເກີດ ຫຼື ບໍ່ເກີດແກ່ຕົນເອງໃນກໍລະນີເພື່ອນຮ່ວມງານເຮັດຫຼາຍໜ້າເຂົ້າມາຫາເຮົາ.
5 ຄຳແນະນຳລຸ່ມນີ້ແມ່ນວິທີຮັບມືກັບເພື່ອນຮ່ວມງານຫຼາຍໜ້າ ທີ່ສາມາດນໍາເອົາປັບໃຊ້ໃນຊີວິດການເຮັດວຽກຂອງແຕ່ລະຄົນ:
1.ເຮັດໂຕຕາມປົກະຕິ
ການເຮັດໂຕຕາມປົກະຕິໂດຍບໍ່ມີການຕອບໂຕ້ ຫຼື ສະແດງປະຕິກິລິຍາໃດໆແມ່ນເປັນທາງອອກ ແລະ ເປັນຜົນດີໃນໄລຍະຍາວເພາະມັນຊ່ວຍໃຫ້ເຮົາເປັນມິດກັບທຸກຄົນໃນສາຍຕາເພື່ອນຮ່ວມງານອື່ນໆ ແລະ ຍັງບໍ່ເປັນການເຕີມເຊື້ອເພີງຈົນກາຍເປັນຂໍ້ຂັດແຍ່ງແບບຈົ່ງແຈ້ງໃນອົງກອນ.
2.ໃຊ້ຄວາມນີ້ງໃຫ້ເປັນອາວຸດ
ການໜີ້ງບໍ່ໜາຍວ່າບໍ່ສູ້ແຕ່ເປັນກົນລະຍຸດອັນໜື່ງທີ່ເຮັດໃຫ້ຄູ່ຕໍ່ສູ້ຕາຍໃຈ ແລະ ສົ່ງຜົນກະທົບຕໍ່ເຂົາເອງກັບສິ່ງທີ່ເຂົາສະແດງອອກຕໍ່ເຮົາ ສະເໝືອນກັບການໂຍນໝາກບານໃສ່ຝາສຸດທ້າຍແລ້ວມັນກໍ່ເຕັ້ງໃສ່ຜູ້ໂຍນ ຫຼື ເຕັ້ງໄປທາງອື່ນ
3.ສ້າງມິດຕະພາບສະເໝີ
ການດັບໄຟ ຫຼື ແກ້ບັນຫານີ້ດ້ວຍການຜູກມິດແມ່ນເປັນອິກວິທີທີ່ນັບວ່າໄດ້ຜົນ ເພາະສັດຕູ (ຄູ່ກໍລະນີ)ໃນມື້ນີ້ອາດກາຍເປັນມິດໃນມື້ໜ້າ ແຕ່ການສ້າງສ້າງມິດຕະພາບສະເໝີກໍ່ບໍ່ຄວນເຮັດແບບສ້າງພາບຕໍ່ໜ້າເພາະມັນຈະຂາດຄວາມຈິງໃຈ
4.ເຮັດໂຕໃຫ້ຊິດກັບຄົນ ຫຼື ກຸ່ມຄົນນັ້ນສະເໝີ
ຈົ່ງກັບອ່ານຄືນເອົາຂໍ້ 2 ແລະ ຂໍ້ 3 ເພື່ອແກ້ບັນຫາເລັກນ້ອຍດ້ວຍສັນຕິວິທີ ແລະ ປ່ຽນສັດຕູໃຫ້ກາຍມິດ
5.ຄິດບວກສະເໝີ
ການທີ່ມີຄົນຄ່ອຍຈັບຜິດ ຫຼື ຕຳນີເຮັດໃຫ້ເຮັດມີສະຕິ ແລະ ກະກຽມຄວາມພ້ອມສະເໝີຈົນກາຍເປັນນິໄສເຮົາ ແລະ ເມື່ອປະຕິບັດຢ່າງຕໍ່ເນື່ອງມັນຈະກາຍເປັນຈຸດແຂງ ເຊີ່ງຈຸດແຂງຫຼາຍຢ່າງນີ້ເອງຈະເຮັດໃຫ້ເຮົາມີພາວະຄວາມເປັນຜູ້ນໍາ ແລະ ມີທັດສະນະຄະຕິອັນດີຕໍ່ເພື່ອນຮ່ວມງານໃນອົງກອນ ເຊີ່ງມັນອາດກາຍເປັນທີ່ “Soft Power” ທີ່ເຮັດໃຫ້ເພື່ອນຮ່ວມງານເຊື່ອໝັ້ນ ແລະ ເຄົາລົບໃນທີ່ສຸດ.

ບົດຄວາມ: ຈ໊ອບສະບາຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...