spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂ້າຫຼານສອງຄົນຕາຍ ຍ້ອນເດັກນ້ອຍໄຫ້ ກວນເວລານອນ

ຂ້າຫຼານສອງຄົນຕາຍ ຍ້ອນເດັກນ້ອຍໄຫ້ ກວນເວລານອນ

Published on

ລາຍງານໃຫ້ຮູ້ວ່າ ໄດ້ເກີດເຫດສະຫລົດໃຈເມື່ອທ້າວ ໂອລິດ ອາຍຸ 33 ປີ ໃຊ້ມີດຟັນແລະປາດຄໍຫລານສາວອາຍຸ 10 ປີ ແລະ ຫລານຊາຍອາຍຸ 2 ປີເສຍຊິວິດ ຄາທີ່.

ເຫດການດັ່ງກ່າວເກີດຂື້ນໃນວັນທີ 11 ຕຸລາທີ່ຜ່ານ ທີ່ ດົງໜາກອຶ ບ້ານໂພນເດຶ່ອ ເມື່ອງອຸທຸມພອນ ແຂວງສະຫວັນນະເຂດ. ເມື່ອທ້າວ ໂອລິດ ໄດ້ເສບຢາບ້າ ຈົນນອນບໍ່ໄດ້ 2-3 ມື້ເພື່ອປາດຢາງພາລາ ທີ່ຕົນເອງໄປຮັບຈ້າງກັບເມຍ.

ຫລັງຈາກປາດຢ່າງພາລາແລ້ວຜູ້ເປັນເມຍກຳລັງຈະພາທ້າວໂອລິດກັບເຮືອນ ແລະທ້າວໂອລິດໄດ້ມານອນລໍຖ້າເມຍຢູ່ຖຽງ ໃກ້ສວນຢາງ. ໃນຈັງຫວະນັ້ນ ໄດ້ມີເດັກນ້ອຍຈຳນວນ 4 ຄົນໄດ້ໄປເກັບໝາກບົກ ໃນບໍລິເວນດັ່ງກ່າວ. ເຊິ່ງເດັກນ້ອຍ ທ້າວສະເຫລີມຍົດອາຍຸ 2 ປີ ໄດ້ຢ່າງຕົກຂີ້ຕົມ, ຜູ້ເປັນເອື້ອຍເລີຍພາໄປປ່ຽນເຄື່ອງ ຢູ່ບໍລິເວນຖຽງນາ.

ໃນນະນະນັ້ນ ທ້າວ ສະເຫລີມຍົດ ໄດ້ຮ້ອງໄຫ້ບໍ່ເຊົາ, ເຮັດໃຫ້ທ້າວ ໂອລິດ ຜູ້ເປັນນ້າບ່າວ ທີ່ກຳລັງນອນເກີດຄວາມໃຈຮ້າຍ ແລະ ໂມໂຫ ລົງມື ໃຊ້ມີດຟັນໃສ່ ນາງ ແຟມ ອາຍຸ 10 ປີ ເຂົ້າທີ່ແກ້ມ ທີ່ງ່ອນ ແລະ ນິ້ວມື ເສຍຊີວິດ. ຫລັງຈາກນັ້ນທ້າວ ໂອລິດ ໃຊ້ມີດປາດຄໍທ້າວ ສະເຫລີມຍົດ ຫລານຊາຍຕົນເອງອາຍຸ 2 ປີເສຍຊິວິດຄາທີ່. ພາຍຫຼັງກໍ່ເຫດ ທ້າວ ໂອລິດ ໄດ້ເອົາໂຕຫລົບໜີ ແລະໃນມື່ຕໍ່ມາ ເຈົ້າໜ້າທີ່ ປກສ ປກຊ ກໍ່ສາມາດຈັບໂຕ ທ້າວ ໂອລິດ ຜູ້ກໍ່ເຫດໄດ້.

ຊາວບ້ານໄດ້ບອກໃຫ້ຮູ້ຕື່ມວ່າ, ຜ່ານມາທ້າວໂອລິດກໍ່ເປັນຄົນຮູ້ຜູ້ດີ ດຸໝັ່ນເຮັດວຽກ, ກ່ອນໜ້ານັ້ນ ຜູ້ກ່ຽວໄດ້ໜີໄປເຮັດວຽກຢູ່ໄທ ແລະ ຕິດຢາບ້າ.
ພໍກັບມາ ກໍ່ປ່ຽນພຶດຕິກຳ ແລະ ກາຍເປັນຄົນລະຄົນ ຍ້ອນພິດຂອງຢາບ້າ.

1613856_1064317256933279_121814217047080512_n 12088098_1064317263599945_6692131715206226582_n

ພາບແລະຂ່າວ: ລາຍການທັນເຫດ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...