Homeຂ່າວຕ່າງປະເທດຣັດເຊຍເຜີຍ ສະຫະລັດຯປະຕິເສດຕ້ອນຮັບ ຄະນະຜູ້ແທນຂັ້ນສູງຣັດເຊຍ ເພື່ອຫາລືບັນຫາຊີຣີ!

ຣັດເຊຍເຜີຍ ສະຫະລັດຯປະຕິເສດຕ້ອນຮັບ ຄະນະຜູ້ແທນຂັ້ນສູງຣັດເຊຍ ເພື່ອຫາລືບັນຫາຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນທີ 13 ຕຸລາຜ່ານມາ ປະທານາທິບໍດີ ວະລາດີເມຍ ປູຕິນ ຜູ້ນຳຣັດເຊຍ ໄດ້ອອກມາກ່າວວ່າ ລັດຖະບານສະຫະລັດອາເມຣິກາ ບໍ່ຍອມໃຫ້ຄວາມຮ່ວມມື ແລະ ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຊີຣີ ແລະ ລະບຸວ່າ ທາງການຣັດເຊຍມີຄວາມຕັ້ງໃຈທີ່ຈະສົ່ງຄະນະຜູ້ແທນຂັ້ນສູງ ຊຶ່ງນຳໂດຍທ່ານນາຍົກລັດຖະມົນຕີ ດິມິທຣີ ເມດເວເດບ ເພື່ອໄປເຂົ້າຮ່ວມປຶກສາຫາລືກັບສະຫະລັດອາເມຣິກາໃນບັນຫາດັ່ງກ່າວນີ້ ແຕ່ກໍໄດ້ຮັບການປະຕິເສດ.

ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ ໄດ້ກ່າວປາໄສຢູ່ໃນກອງປະຊຸມລັດຖະສະພາຣັດເຊຍ ໃນວັນທີ 13 ຕຸລາຜ່ານມານີ້ວ່າ ” ໃນມື້ນີ້ ພວກເຮົາໄດ້ຮັບຄຳຕອບແລ້ວ, ພວກເຂົາບອກວ່າ ພວກເຂົາບໍ່ສາມາດສົ່ງຄະນະຜູ້ແທນມາຍັງມົດສະກູ ແລະ ພວກເຂົາກໍບໍ່ສາມາດໃຫ້ການຕ້ອນຮັບຄະນະຜູ້ແທນຂອງພວກເຮົາຢູ່ວໍຊິງຕັນອີກດ້ວຍ “

558000011937901
ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍ

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...