spot_img
Homeຂ່າວພາຍ​ໃນຫວຽດນາມ​ ຖືກທີ​ມ​ໄທ​ຖະຫຼົ່ມ​ຄາ​ບ້ານ 3-0 ບານ​ໂລກ​ຮອບ​ຄັກ​ເລືອກ​ໂຊນ​ອາຊີກຸ່ມF​

ຫວຽດນາມ​ ຖືກທີ​ມ​ໄທ​ຖະຫຼົ່ມ​ຄາ​ບ້ານ 3-0 ບານ​ໂລກ​ຮອບ​ຄັກ​ເລືອກ​ໂຊນ​ອາຊີກຸ່ມF​

Published on

ການ​ແຂ່ງຂັນ​ບານ​ເຕະ​ໂລກ 2018 ຮອບ​ຄັກ​ເລືອກ​​ໂຊນອາຊີ​ກຸ່ມ​ເອຟ ນັດ​ທີ 4 ເຊີ່ງ​ເປັນ​ນັດ​ສຳຄັນ​ຂອງ​ທັງ​ສອງ​ທີ​ມລະຫວ່າງ​ທີ​ມຊາດ​ຫວຽດນາມພົບ​ກັບ​ທີ​ມຊາດ​ໄທ​ທີ່​ສະໜາມ​ມິດິງ ນະຄອນຫຼວງ​ຮ່າ​ໂນ້ຍ ປະ​ເທດ​ຫວຽດນາມ.

​ເລີ່ມການ​ແຂ່ງຂັນ​ທັງ​ສອງ​ທີ​ມຍັງ​ບໍ່​ເປີດ​ເກ​ມບຸກ​​ໃສ່​ກັນ​ເທົ່າ​ທີ່​ຄວນ ​ແຕ່​ຮູບ​ເກ​ມຂອງ​ທີ​ມ​ໄທ​ດີກ​ວ່າ​ເລັກ​ນ້ອຍ ຊອກຫາ​ໂອກາດ​ຍິງ​ປະຕູ​ໄດ້​ຫຼາຍ​ຈັງຫວະ ຈົນ​ໃນ​ທີ່​ສຸດ​ກໍ​​ປະສົບ​ຜົນສຳ​ເລັດ​ໃນ​ນາທີ​ທີ 29 ຈາກ​ຈັງ​ຫວະ​ທີ່​ ທີລະ​ສິນ ​ແດງ​ດາ ສົ່ງ​ບານ​​​ເຂົ້າ​ກາງ​ໃຫ້​ ເກີ​ກຣິດ ທະວີ​ການ ​ແຕ່ງບານ​ເຂົ້າ​ຊ້າຍ ກ່ອນ​ຕັດສິນ​ໃຈ​ຍິງ​ໄລຍະ​ກວ່າ 27 ​ແມັດ ບານ​ພຸ່ງ​ແຮງ​ສຽບ​ສາມຫຼ່ຽມ​ເຂົ້າປ​ະຕູ​ແບບ​ສວຍ​ງາມ ກ່ອນ​ຈົບ​ເຄິ່ງ​ເວລາ​ທຳ​ອິດດ້ວຍ​ຄະ​ແນນ​ 0-1.

​ເຄິ່ງ​ເວລາ​ທີ​ສອງ​ເກ​ມຂອງຫວຽດນາມ​ຍັງ​ບໍ່​ດີ​ຂຶ້ນ ​ໂດຍ​ເປີດ​ໂອກາດ​ໃຫ້​ທີມ​ໄທ​ຄອງ​ບານ​ແລະ​ສ້າງສັນ​ເກ​ມ​ໄດ້​ດີກ​ວ່າ ຈົນ​ມາ​ເຖິງ​ນາທີ​ທີ 56 ​ໄທ​ໜີ​ຫ່າງ​ເປັນ 2-0 ຈາກ​ຈັງ​ຫວະ​ທີ່​ເກີ​ກຣິດ ທະວີ​ການ​ ໄດ້​ບານ​ທ້າຍ​ເສັ້ນ​ດ້ານ​ຊ້າຍ​ ກ່ອນ​ຫຼຸດ​ເຂົ້າ​ມາ​ໃນ​ເຂດ​ໂທດ ຕັດສິນ​ໃຈ​ເປີດ​ເຂົ້າ​ກາງ​ແຕ່​ກອງ​ຫຼັງ​ຂອງ​ຫວຽດນາມ​ສະກັດ​ພາດເຂົ້າ​ປະຕູ​ຕົວ​ເອງ.

ຫຼັງ​ຈາກ​ນັ້ນ ຍັງ​ເປັນ​ທີ​ມ​ໄທ​ທີ່ດີກວ່າ ມາ​ໄດ້​ປະຕູ​ອີກ​ເປັນ 3-0 ຈາກ​ຈັງ​ຫວະ​ຕໍ່​ບານ​ກັນ​ໜ້າ​ຂອບ​ເຂດ​ໂທດ​ຂອງ​ຫວຽດນາມ ກ່ອນ​ຈະ​ເປັນ ​ສີຣາທອນ ບຸນ​ມາ​ທັນ ​ໄດ້​ບານ​ໃນ​ເຂດ​ໂທ ​ແຕ່ງ​ເຂົ້າ​ຊ້າຍ ຍິງ​ຜ່ານ​ຜູ້​ຮັກສາ​ປະຕູ​ຫວຽດນາມ​ເຂົ້າ​ໄປ.

ຈາກ​ນັ້ນ ທັງສອງ​ທີ​ມກໍ່​ເຮັດ​ຫຍັງ​ກັນ​ບໍ່​ໄດ້ ຈົບ 90 ນາທີ ທີ​ມຊາດ​ໄທບຸກມາ​ຊະນະ​ຫວຽດນາມ 3-0 ​ໄດ້​ອີກ 3 ​ຄະ​ແນນ​ຂຶ້ນ​ເປັນ​ທີ​ມນຳ​ຂອງ​ກຸ່ມ​ເອຟ ​ແຂ່ງ 4 ນັດ​ຊະນະ 3 ສະ​ເໝີ 1 ມີ 10 ຄະ​ແນນ ສ່ວນ​ຫວຽດນາມ​ແຂ່ງ 4 ນັດ ຊະນະ 1 ສະ​ເໝີ 1 ​ເສຍ 2 ​ມີ 4 ຄະ​ແນນ​​ຢູ່​ອັນ​ດັບ​ທີ 3.

0aa092ec2d4bbcf47bfbbc9bf74dc198_L

ຂ່າວແລະພາບຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...