Homeຂ່າວພາຍ​ໃນເນມາ ຍັງຈະຢູ່ບາເຊໂລນາຕໍ່ໄປ

ເນມາ ຍັງຈະຢູ່ບາເຊໂລນາຕໍ່ໄປ

Published on

ເນມາ ກອງໝ້າຄົນສຳຄັນໄດ້ເຊັນສັນຍາສະບັບໃໝ່ຈາກ ບາເຊໂລນາ ຍອມຮັບວ່າເປັນກຽດອັນຫຼາຍທີ່ໄດ້ລົງຫຼິ້ນໃຫ້ທີມຄົບ 100 ນັດ ພ້ອມອ້ອນແຟນບານໃຫ້ສະໝັບສະໝູນຄືລະດູການທີ່ຜ່ານມາ

ເນມາ ເຜີຍກັບ ມຸນໂດ ເດເປີຕິໂບ ສື່ຟີຟາຂອງແອດສະປາຍວ່າ: ຕົນເອງມີຄວາມສຸກທີ່ສະໂມສອນແລະ ທີ່ບາເຊໂລນາ ຕົນເອງປັບຕົວເຂົ້າກັບທີ່ນັ້ນເປັນຢ່າງດີ ແລະ ຍັງມີເຊັນສັນຍາກັບທີມອີກ 3 ປີແລະ ຂ້ອຍກໍ່ມຸ່ງໝັ້ນທີ່ຈະຊ່ວຍທີມ ແລະ ພາທີມຄວ້າແຊມຕໍ່ໄປ

ເນມາຍັງໄດ້ກ່າວຕື່ມອີກວ່າ: “ແນ່ນອນວ່າຂ້ອຍເອງກໍ່ຕ້ອງການຕໍ່ສັນຍາສະບັບໃໝ່ ແຕ່ເຮົາຈະຕ້ອງເວົ້າກັນອີກຄັ້ງເພາະຫຼັງຈາກນີ້ມັນມີຄວາມໝາຍຫຼາຍ ກັບການລົງຫຼິ້ນຄົບ 100 ນັດ ເພາະມັນເໝືອນຝັນສຳລັບ ທີ່ໄດ້ມາຫຼິ້ນຢູ່ນີ້ນັບຕັ້ງແຕ່ ຍັງເປັນເດັກນ້ອຍ ຂ້ອຍຕ້ອງການມາຫຼິ້ນຢູ່ນີ້ ແລະ ການລົງຫຼິ້ນຄົບ 100 ນັດໃຫ້ກັບສະໂມສອນແຫ່ງນີ້ຖືເປັນກຽດທີ່ຍິ່ງໃຫຍ່ສຳລັບຂ້ອຍ”

images

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...