Homeຂ່າວການພັດທະນາໂຄງການສວນສາທາລະນະນ້ຳຫງຳ ເມືອງແປກ ແຂວງຊຽງຂວາງ ຄືບໜ້າ 60%

ໂຄງການສວນສາທາລະນະນ້ຳຫງຳ ເມືອງແປກ ແຂວງຊຽງຂວາງ ຄືບໜ້າ 60%

Published on

131

ຂປລ. ປັດຈຸບັນ ​ໂຄງການ​ສວນສາທາລະນະ​ນໍ້າ​ຫງຳ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ມີ​ຄວາມ​ຄືບ​ໜ້າ 60 ສ່ວນ​ຮ້ອຍ, ພາຍຫລັງ​ໄດ້​ລົງມື​ບຸກ​ເບີກ ​ແລະ ກໍ່ສ້າງ​ມາ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ກ່ອນ ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ ຄັ້ງ​ທີ 11 ​ແຂວງ​ຊຽງຂວາງ​ ຈະ​ເປັນ​ເຈົ້າພາບ​ໃນ​ປີ 2017.

​ ທ່ານ ​ເກດ​ຕິ​ສັກ ພັກ​ວິ​ເສດ ປະທານ​ບໍລິສັດ ພັດທະນາ​ກໍ່ສ້າງ​ສີ​ບຸນ​ເຮືອງ ຈຳກັດ ຜູ້​ອອກ​ແບບ ຮັບ​ເໝົາ​ກໍ່ສ້າງ ​ເປີ​ຍ​ເຜີຍ​ໃຫ້​ຮູ້​​​ເມື່ອ​ມໍ່ໆ​ມາ​ນີ້ວ່າ: ສວນ​ແຫ່ງ​ນີ້ ມີ​ເນື້ອ​ທີ່​ທັງ​ໝົດ 17,5 ​ເຮັກຕາ ​ໂດຍ​ບໍລິສັດ​ເປັນ​ຜູ້ລົງ​ທຶນກ່ອນ 100% ​ໃນ​ມູນ​ຄ່າ 135 ຕື້​ກີບ ຫລື ​ປະມານ 17 ລ້ານ​ກວ່າ​ໂດ​ລາ, ການ​ກໍ່ສ້າງ​ໄດ້ແບ່ງ​ອອກ​ເປັນ​ແຕ່ລະໜ້າວຽກທີ່​ລະອຽດ​ເປັນ​ຕົ້ນ ​ການກໍ່ສ້າງ​ເສັ້ນທາງ​ອ້ອມ​ຮອບ, ຄູ​ກັນ​ນ້ຳ, ປະຕູ​ເປີດ​-ປິດ​ນ້ຳ, ອ່າງ​ເກັບ​ກັກ​ນ້ຳ, ສວນ​ນ້ຳພຸ, ສວນ​ດອກ​ໄມ້​-ປູກ​ຫຍ້າ, ຫາດ​ຊາຍ, ມີດ​ອກ​ໄຟ​ເຍືອງ​ທາງ, ຫ້ອງການ ​ແລະ ອື່ນໆ ມາ​ຮອດ​ປັດຈຸ​ບັນ​ ​ການກໍ່ສ້າງ​ແມ່ນ​ມີ​ຄວາມ​ຄືບໜ້າປະ​ມານ 60% ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ກ່ອນ​ງານມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11.

ພາຍ ​ຫລັງ ​ໂຄງການ​ດັ່ງກ່າວ​ສຳ​ເລັດ ຈະ​ກາຍເປັນ​ສະຖານ​ທີ່​ທີ່​ສວຍ​ງາມ​ທີ່​ສຸດ​ ​ ​ແລະ ບ່ອນ​ທ່ອງທ່ຽວ, ບ່ອນ​ພັກ​ຜ່ອນ ​ອອກກຳລັງ​ກາຍ​ ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ ກໍຄື​ບັນດາ​ນັກ​ທ່ອງ​ທ່ຽວ ທີ່​ເຂົ້າ​ມາ​ຢ້ຽມຢາມ ​ໂດຍ​ສະ​ເພາະ​ແມ່ນ​ເພື່ອ​ຕ້ອນຮັບ​ແຂກ ​ທີ່​ຈະ​ມາ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ 11 ທີ່ແຂວງ​ຊຽງຂວາງ​ ຈະ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ໃນ​ປີ 2017.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...