spot_img
Homeຂ່າວພາຍ​ໃນກຽມຊົມມວຍສະຫວັນ ວັນອາທິດ ເລີ່ມເດືອນພະຈິກນີ້

ກຽມຊົມມວຍສະຫວັນ ວັນອາທິດ ເລີ່ມເດືອນພະຈິກນີ້

Published on

ພິ­ທີ​ເຊັນ​ສັນ­ຍາ​ຮ່ວມ​ມື​ລະ­ຫວ່າງ​ສະ­ຫະ­ພັນ​ມວຍ​ລາວ​ແຫ່ງ​ຊາດຫົກ​ແຂວງ​ພາກ​ກາງ-ພາກ​ໃຕ້ (ຝ່າຍ​ຈັດ­ການ​ແຂ່ງ­ຂັນ) ແລະ ​ບໍ­ລິ­ສັດ​ແມ່ ຂອງ​ຟ່າຍ ຈຳ­ກັດ (ຝ່າຍ​ສະ­ໜັບ­ສະ­ໜູນ) ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ­ຊຸມ​ຮ້ານອາ­ຫານ​ຮຸ່ງ​ທິບ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ຂອງ​ທ່ານ ຖາ­ວອນ ອິນ​ສີ​ຊຽງ​ໃໝ່ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ​ກິລາ​ແຂວງ​ສະຫວັນ​ນະ​ເຂດ.

ໂຄງ­ການ​ແຂ່ງ­ຂັນ​ຊົກ­ມວຍ ໃນ​ລາຍ­ການ “ມວຍ​ສະ­ຫວັນ ວັນ​ອາ­ທິດ SAVAN SUNDAY FIGHT” ຈະ​ໄດ້​ຈັດ​ຂຶ້ນ​ທີ່​ສະ­ໜາມ​ກະ­ລາ​ມວຍ ຫຼັກ 4 ໃນ​ທຸກໆ​ວັນ​ອາ­ທິດ, ເວ­ລາ 11:30 ໂມງ ຫາ 13: 30 ໂມງ ໂດຍຈະ​ມີ​ການ​ຖ່າຍ​ທອດ​ທາງ​ໂທລະ­ພາບ 3 ສະ­ຖາ­ນີ​ພ້ອມ​ກັນ​: SVK TV12, LAO STAR ແລະ LAO PSTV ເຊີ່ງ​ການ​ແຂ່ງ­ຂັນ​ຈະ​ມີນັກ​ມວຍ​ໃນ​ລາຍ­ການ 4 ຄູ່ ແລະ​ນັກ​ມວຍ​ປະ­ກອບ​ລາຍ­ການ 3 ຄູ່ ໂດຍໂຄງ­ການ​ນີ້ ຈະ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ວັນ​ອາ­ທິດ​ວັນ​ທີ 8 ພະ­ຈິກ 2015 ທີ່​ຈະ​ມາ​ເຖິງ​ນີ້ ສ່ວນ​ຝ່າຍ​ສະ­ໜັບ­ສະ­ໜູນ​ຈະ​ໄດ້​ຮັບ­ຜິດ­ຊອບ​ຄ່າ​ໃຊ້​ຈ່າຍ ທັງ​ໝົດ​ຄັ້ງ​ລະ​ປະ­ມານ 60 ລ້ານ​ກີບ, ນອກ­ຈາກ​ນັ້ນ ຝ່າຍ​ສະ­ໜັບ­ສະ­ໜູນ ຍັງ​ໄດ້​ມີ​ການ​ນຳ​ເອົາ​ສິນ­ຄ້າ​ຈາກ​ພາກ­ສ່ວນ​ຕ່າງໆ​ລົງ​ໂຄ­ສະ­ນາ ເພື່ອ​ເປັນທຶນ​ໃນ​ການ​ໃຊ້​ຈ່າຍ​ເຂົ້າ​ໃນ​ການ​ຈັດ­ການ​ແຂ່ງ­ຂັນ ຈາກ​ນັ້ນ​ທັງ​ສອງ​ຝ່າຍ ຍັງ​ໄດ້​ຮ່ວມ​ມື​ກັນ​ຈັດ­ການ​ແຂ່ງ­ຂັນ​ຢ່າງ​ຕໍ່​ເນື່ອງ ແລະ​ ໃຫ້​ມີ​ຄຸນ​ນະ​ພາບ, ມີ​ຄວາມ​ເປັນ​ທຳ​ເປັນ​ທີ່​ໜ້າ​ເຊື່ອ​ຖື​ຈາກ​ກອງ​ເຊຍ.

ໃນ​ໂອ­ກາດ​ດັ່ງ­ກ່າວ​ທັງ​ສອງ​ຝ່າຍ​ລະ­ຫວ່າງ​ຜູ້​ຈັດ­ການ​ແຂ່ງ­ຂັນ ເຊີ່ງ​ປະກອບ​ດ້ວຍ ທ່ານ ໂສ­ພາ ສຸ­ລິ­ຍະ​ວົງ­ສາ ປະ­ທານ​ສະ­ຫະ­ພັນ​ມວຍ​ແຂວງ ສະ­ຫວັນ​ນະ​ເຂດ ແລະ ​ທ່ານ ຫົງ​ຄຳ ໂພ­ທິ​ສານ ຮອງ​ປະ­ທານ ກໍ​ໄດ້​ມີ​ການເຊັນ​ສັນ­ຍາ​ຮ່ວມ​ມື​ກັບ​ຝ່າຍ​ສະ­ໜັບ­ສະ­ໜູນ ຈັດ­ການ​ແຂ່ງ­ຂັນ ເຊີ່ງ​ປະ­ກອບ​ມີທ່ານ ວິ​ໄຊ ຈັນ​ວິ­ເສດ ປະ­ທານ​ບໍ­ລິ­ສັດ ສະ­ຫະ​ມັ່ງ​ຄັ່ງ (ກາ­ເຟ​ວັນ​ແຟນ) ແລະ ​ທ່ານ ນັດ​ສະ​ລັດ ກິດ​ທະ­ນະ ຕົວ​ແທນ​ສາຍ​ການ­ບິນ Hue-Air ກໍ​ໄດ້ຮ່ວມ​ກັນ​ເຊັນ​ສັນ­ຍາ​ຮ່ວມ​ໃນ​ໂຄງ­ການ​ນີ້​ດ້ວຍ ໂດຍ​ການ​ເປັນ​ພະ­ຍານ ຈາກ​ຫຼາຍ​ພາກ­ສ່ວນ.

078c74cf160fb15a7af87ae280f35b97_L

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...