spot_img
Homeຂ່າວພາຍ​ໃນມາຕ້າ ຢືນຢັນບໍ່ຄິດກັບຄືນ ໃນການຊື້ຂາຍນັກເຕະໃນ ລາລີກາ

ມາຕ້າ ຢືນຢັນບໍ່ຄິດກັບຄືນ ໃນການຊື້ຂາຍນັກເຕະໃນ ລາລີກາ

Published on

ກວນ ມາ​ຕ້າ ກອງ​ກາງ​ທີມ​ຊາດ​ແອດສະປາຍ​ຂອງ ແມນເຊັສເຕີ ຢູໄນເຕັດ ຢືນ​ຍັນ​ມີ​ຄວາມ­ສຸກ​ກັບ​ການ​ຊື້​ຂາຍ​ນັກ​ເຕະ​ໃນ​ໂຮງ​ລະ­ຄອນ​ແຫ່ງ​ຄວາມ​ຝັນ​ເໝືອນ​ເດີມ ​ແລະ​ ຍັງ​ບໍ່​ຄິດ​ຈະ​ກັບ​ໄປ​ຫຼິ້ນ​ລີ­ລາ​ໃນ​ລີກ​ບ້ານ​ເກີດ​ໃນ​ຕອນ​ນີ້​ແນ່­ນອນ

ມາ​ຕ້າ ກອງ​ກາງ­ຄົນ​ສຳ­ຄັນ​ຂອງ​ແມນ​ເຊັສ​​ເຕີ ຢູ​ໄນ​ເຕັດ ສະ­ໂມ­ສອນ​ໃຫຍ່ ພຣີ​ເມຍ​ລີກ ອັງ­ກິດ ອອກ​ມາ​ຢືນ­ຢັນ​ເມື່ອ ວັນ​ຈັນ 12 ຕຸ­ລາ​ທີ່​ຜ່ານ​ມາວ່າ​ ຍັງ​ບໍ່​ມີ​ຄວາມ​ຄິດ​ທີ່​ຈະ​ຍ້າຍ​ອອກ​ຈາກ ໂອ​ລ ແທຣ​ຟຟອດ ກັບ​ການ​ໄປ​ຊື້​ຂາຍ​ນັກ​ເຕະ ລາ​ລີ​ກາ ແອດສະປາຍ ໃນ​ຕອນ​ນີ້​ແຕ່​ຢ່າງ­ໃດ

ມາຕ້າ ຍ້າຍ​ຈາກ ບາ​ເລນ​ເຊຍ ມາ​ສ້າງ​ລີ­ລາ​ໃນ​ອັງ­ກິດກັບ​ເຊລ​ຊີ ເມື່ອ​ປີ 2011 ກ່ອນ​ຍ້າຍ​ມາ​ຢູ່ ແມນ​ຢູ ໃນ​ຍຸກ​ຂອງ ເດ​ວິດ ມອຍສ ເມື່ອ​ຕົ້ນ​ປີ​ທີ່​ແລ້ວ​ເຊິ່ງ ມາ​ຕ້າ ຢືນ​ຍັນ​ວ່າ ຍັງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ໃນ​ການ​ຫຼີ້ນ​ໃນ​ລີກ​ອັງ­ກິດ

ມາ​ຕ້າ ນັກເຕະອາຍຸ 27 ປີຄົນນີ້​ເວົ້າວ່າ ຕອນ​ນີ້​ຕົນ​ເອງ​ຍັງ​ບໍ່​ຄິດ​ເລື່ອງ​ການ​ຍ້າຍ​ໄປ​ຫຼີ້ນ ລາ​ລີ​ກາ ຕົນ​ເອງ​ຄິດ​ເຖິງ​ຄອບ­ຄົວ​ ແລະ​ ໝູ່ເພື່ອນ ຢ່າງໃດກໍ່​ຕາມ​ແຕ່​ຕົນ​ເອງ​ມີ​ຄວາມ­ສຸກ​ດີ​ໃນ​ແມນ​ເຊັສ​​ເຕີ ຈົນ​ຮູ້­ສຶກວ່າມາຢູ່ພຽງບໍ່ດົນກໍ່ອົບອຸ່ນ ​ແລະ ​ຍັງ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ

Juan Mata

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...