spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຫລາຍເທື່ອຕິດຕໍ່ກັນໃນລັດໂອຄາໂຮມາ ສາເຫດຈາກການຂຸດເຈາະນ້ຳມັນ

ແຜ່ນດິນໄຫວຫລາຍເທື່ອຕິດຕໍ່ກັນໃນລັດໂອຄາໂຮມາ ສາເຫດຈາກການຂຸດເຈາະນ້ຳມັນ

Published on

Capture

„ແຜ່ນດິນ​ໄຫວ​ນັບ​ສິບ​ເທື່ອ​ໃນລັດໂອ​ຄາ​ໂຮ​ມາ ມີ​ລາຍ​ງານ​ເຫດ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ​ນັບ​ສິບ​ເທື່ອ​ເກີດ​ຂຶ້ນ​ໃນລັດໂອ​ຄາ​ໂຮ​ມາ​ຂອງສະ​ຫະລັດ ລະຫວ່າງ​ແລງ​ມື້ວັນ​ເສົາຫາ​ເຊົ້າ​ວັນ​ອາທິດ ຄາດ​ວ່າອາດ​ເປັນ​ຜົນ​ມາ​ຈາກ​ການ​ຂຸດ​ເຈາະ​ນ້ຳ​ມັນ ວັນ​ຈັນ​ທີ່ 12 ຕຸລາ ເວລາ 9:00 ນາທີ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ຄຸດ​ຊິງ ປະເທດ​ສະ​ຫະລັດ​ອາ​ເມ​ຣິ​ກາ ເມື່ອ​ວັນທີ່ 12 ຕຸລາ ວ່າ ສຳ​ນັກ​ງານ​ສຳ​ຫລວດ​ທໍລະນີ​ວິທະຍາ​ສະ​ຫະລັດ (ຍູ​ເອັສ​ຈີ​ເອັສ) ລາຍ​ການ​ເກີດ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ຄວາມ​ຮຸນແຮງ​ລະ​ດັບ 2.5 – 3.7 ໃນ​ລັດ​ໂອ​ຄາ​ໂຮ​ມາ​ຂອງສະ​ຫະລັດ ບັນ​ທຶກ​ໄດ້​ລະຫວ່າງ​ເວລາ 17.07 ນາທີ ວັນ​ເສົາ ເຖິງ 05.27 ນາທີຂອງມື້ວັນ​ອາທິດ ຕາມ​ເວລາ​ທ້ອງ​ຖິ່ນ ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ​ຫລື​ຜູ້​ໄດ້ຮັບ​ບາດ​ເຈັບ ໂດຍ​ນັກ​ທໍລະ​ນີ​ວິທະຍາ​ກ່າວ​ວ່າ​ຄວາມ​ເສຍ​ຫາຍມັກ​ບໍ່​ເກີດ​ຂຶ້ນ ຈາກ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ຮຸນແຮງ​ຕ່ຳ​ກວ່າ​ລະ​ດັບ 4 ນອກນີ້ແຮງ​ສັ່ນ​ສະ​ເທືອນ​ຫລາຍ​ເທື່ອ​ທີ່​ບັນ​ທຶກ​ໄດ້ ເກີດ​ຂຶ້ນ​ຫລັງ​ເຫດ​ແຜ່ນດິນ​ໄຫວ 2 ເທື່ອ​ກ່ອນ​ໜ້າ ໄດ້​ແກ່ ແຜ່ນດິນ​ໄຫວ​ຂະໜາດ 4.4 ເມື່ອ​​ເຊົ້າ​ມື້​ວັນເສົາ ທາງ​ຕະເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ​ເມດ​ຟອ​ດ ແລະ​ ແຜ່ນດິນ​ໄຫວ​ຂະໜາດ 4.5 ໃນ​ຕອນສວຍຂອງ​ມື້​ດຽວ​ກັນ ໃກ້​ກັບ​ເມືອງ​ຄຸດ​ຊິງ​ຊຶ່ງ​ເປັນ​ແຫລ່ງ​ເກັບ​ນ້ຳ​ມັນ​ດິບ​ສຳຄັນ​ຂອງ​ໂລກ ໂດຍ​ສຳ​ນັກ​ງານ​ສຳ​ຫລວດ​ທາງ​ທໍລະ​ນີ​ວິທະຍາ​ລັດ​ໂອ​ຄາ​ໂຮ​ມາ​ເຜີຍ​ວ່າ ຄາດ​ວ່າ​ແຮງ​ສັ່ນ​ສະ​ເທືອນ​ທີ່ເກີດຂື້ນ​ຫລາຍ​ເທື່ອ​ຕໍ່​ເນື່ອງ ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ຂັ້ນ​ຕອນ​ການ​ອັດ​ສີດ​ນ້ຳ​ເສຍ​ໃນ​ຂະ​ບວນ​ການ​ຂຸດ​ເຈາະ​ນ້ຳ​ມັນ​ ແລະ​ ແກັສ. “

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...