spot_img
Homeຂ່າວຕ່າງປະເທດກອງທັບອີຣັກຢືນຢັນ ໂຈມຕີສັງຫານແກນນຳໄອເອັສ 8 ລາຍ ແຕ່ຫົວໜ້າໃຫຍ່ຫລົບໜີ!

ກອງທັບອີຣັກຢືນຢັນ ໂຈມຕີສັງຫານແກນນຳໄອເອັສ 8 ລາຍ ແຕ່ຫົວໜ້າໃຫຍ່ຫລົບໜີ!

Published on

558000011814401
ອາບູບາກາ ອັນ-ບັກດາດີ ແກນນຳສູງສຸດຂອງກຸ່ມລັດອິດສະລາມ

ສຳນັກຂ່າວຕ່າງປະເທດໃນວັນທີ 12 ຕຸລານີ້ວ່າ ທາງການອີຣັກຢືນຢັນໄດ້ປະຕິບັດການໂຈມຕີທາງອາກາດດ້ວຍເຮືອບິນສຸ້ຮົບຂອງຕົນ ສັງຫານແກນນຳລະດັບສູງຂອງກຸ່ມລັດອິດສະລາມ ຫລື ໄອເອັສ ເສຍຊີວິດຢ່າງໜ້ອຍ 8 ຄົນ ໃນຂະນະທີ່ກຳລັງເດີນທາງເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ທີ່ເມືອງແຫ່ງໜຶ່ງທາງພາກຕາເວັນຕົກຂອງອີຣັກ ຊຶ່ງຂະບວນລົດທີ່ຖືກໂຈມຕີນີ້ມີ ທ່ານ ອາບູບາກາ ອັນ-ບັກດາດີ ແກນນຳສູງສຸດຂອງກຸ່ມລັດອິດສະລາມເດີນທາງມານຳ ແຕ່ຜູ້ກ່ຽວສາມາດຫລົບໜີຈາກການສັງຫານໄດ້.

ແນວໃດກໍຕາມ, ກຸ່ມລັດອິດສະລາມໄດ້ອອກມາລະບຸຜ່ານສື່ສັງຄົມອອນລາຍວ່າ ເຫດການດັ່ງກ່າວນີ້ເປັນພຽງການປ່ອຍຂ່າວລືເທົ່ານັ້ນ ໂດຍກອງທັບສະຫະລັດອາເມຣິກາເອງກໍຍັງບໍ່ສາມາດຢືນຢັນໄດ້ວ່າ ການລາຍງານຂອງກອງທັບອີຣັກແມ່ນມີມູນຄວາມຈິງ ຫລື ບໍ່.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...