Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາລະນະສຸກເຜີຍ ມີຜູ້ຕິດເຊື້ອ HIV ກ່ວາ 7 ພັນຄົນ ຢູ່ ສປປ ລາວ!

ກະຊວງສາທາລະນະສຸກເຜີຍ ມີຜູ້ຕິດເຊື້ອ HIV ກ່ວາ 7 ພັນຄົນ ຢູ່ ສປປ ລາວ!

Published on

sisavad

ຂປລ. ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່ ກະຊວງ​ສາທາລະນະ​ສຸກ ​ສປປ ລາວ​ ຢືນຢັນ​​ ໃນ​ວັນ​ທີ 8 ຕຸຸລາ 2015 ນີ້ວ່າ: ​ນັບ​ແຕ່​ປີ 1990 ​ເຖິງ​ທ້າຍ​ປີ 2014 ​ໄດ້​ກວດ​ພົບ​ຜູ້​ທີ່​ຕິດ​ເຊື້ອ​ (HIV) 7.072 ຄົນ ​ໃນ​ຈໍານວນ 17 ​ແຂວງ​ ທົ່ວ​ປະ​ເທດ, ​ໃນ​ນັ້ນ ມີ​ຜູ້​ທີ່​ເປັນ​ພະຍາດ​​ເອດ 4.339 ຄົນ, ເສຍ​ຊີວິດ​ແລ້ວ 1.659 ຄົນ. ນີ້​ແມ່ນ​ການ​ເປີດ​ເຜີຍ​​ ຂອງ​ທ່ານ ດຣ. ສິສະຫວາດ ສຸດ​ທານີ​ລະ​ໄຊ ຮອງ ​ຫົວໜ້າ​ກົມ​ ຄວບ​ຄຸມພະ​ຍາດຕິ​ດຕໍ່​ ກະຊວງ​ສາທາລະນະ​ສຸກ​ ກ່າວ​ຕໍ່​ກອງ​ປະຊຸມ​ກ່ຽວ​ກັບ​ ວຽກ​ງານ​ຕ້ານ​ເອດ​, ​​ເພື່ອ​​ສ້າງ​ຂະ​ບວນການ​ ໃນ​ວັນ​ສາກົນ​ຕ້ານ​ເອດ ວັນ​ທີ 1 ທັນວາ ທີ່​ຈະ​ມາ​ເຖິງ​ນີ້​​.

ທ່ານດຣ. ສິສະຫວາດ ສຸດ​ທານີ​ລະ​ໄຊ ກ່າວ​ຕື່ມ​​ວ່າ: ຕົວ​ເລກ​ດັ່ງກ່າວ ​ຖ້າ​ທຽບ​ໃສ່ບັນດາ​ປະ​ເທດ​ ໃນ​ອາ​ຊຽນ ສປປ ລາວ ​ຖື​ວ່າ​ອັດຕາ​ການ​ຕິດ​ເຊື້ອ ​​(HIV) ​ຍັງ​ຢູ່​ໃນ​ລະດັບ​ຕໍ່າ, ​ແຕ່​ການ​ຕິດ​ເຊື້ອ​ (HIV) ໃນ​ແຕ່ລະ​ປີ​ ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​, ພ້ອມ​ກັນ​ນີ້ ປະ ​ເທດ​ເຮົາ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​​ ໂດຍ​ສະ​ເພາະ​ ການ​ເຄື່ອນ​ຍ້າຍແຮງ​ງານ ​ໃນ​ໂຄງການ​ລົງທຶນ​ຕ່າງໆ​​ ເຊັ່ນ: ​ໂຄງການ​ກໍ່ສ້າງ​ຂົວ​ທາງ, ການ​ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ ​ໂຄງການ​ຜະລິດ​ກະສິກໍາ ຖ້າ​​ບໍ່​ມີ​ມາດ​ຕະການ​ປ້ອງ​ກັນ​ແລ້ວ ​ຈະ​ເຮັດ​​ໃຫ້ເຊື້ອ ​(HIV) ລະ​ບາດ​ໃນ​ອະນາຄົດ.

ໃນ​ທາງກົງກັນຂ້າມ ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ​ພະຍາດ (HIV) ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ທີ່ຢູ່​ຫ່າງ​ໄກ​ສອກຫລີກ​ ຍັງ​ບໍ່​ທັນ​ເລິກ​ເຊິ່ງ ​ແລະ ບໍ່​ສາມາດ​ ຈະ​ປ້ອງ​ກັນ​ຕົນ​ເອງ​ໄດ້​, ເນື່ອງ​ຈາກ​ວ່າ​ ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ເຊື້ອ​ (HIV) ​ແລະ ພະຍາດ ​ເອດ ​ຍັງ​ບໍ່​ທັນ​ໄປ​​ທົ່ວເຖິງ​ກຸ່ມ​ຄົນ​ດັ່ງກ່າວ, ການ​ໂຄສະນາ​ວຽກ​ງານ​ຕ້ານ​ເອດ​ ຍັງ​ບໍ່​ທັນ​ກ້ວາງ​ຂວາງ​ເປັນ​ຕົ້ນ ​ຂັ້ນ​ເມືອງ ​ແລະ ສຸກສາລາ ​ພະນັກງານ​ຍັງ​ບໍ່​ທັນ​ພຽງພໍ​, ງົບປະມານ​ໃນ​ການ​ເຄື່ອນ​ໄຫວ ​ໂຄສະນາ​ຍັງ​ຂາດ​ເຂີນ, ສື່​ໂຄສະນາ​ ຍັງ​ບໍ່​ທັນ​ພຽງພໍ​ ກັບ​ຄວາມ​ຕ້ອງການ. ສະ​ນັ້ນ, ການ​ຕ້ານພະຍາດ​ເອດ ​ເປັນ​ໜ້າ​ທີ່​ໃຫຍ່​ຫລວງ, ໜັກໜ່ວງ ​ແລະ ກາຍ ​ເປັນ​ພາລະ​ໜ້າທີ່​ ຂອງ​ທົ່ວສັງຄົມ, ຂອງ​ແຕ່ລະຄົນ​ຕ້ອງ​ໄດ້​ສຸມ​ ທຸກ​ກໍາລັງ​​ເພື່ອ​ຈຳກັດ​, ສະກັດ​ກັ້ນ​ພະຍາດ​ດັ່ງກ່າວ​​ ໃຫ້​ຢູ່​ລະດັບ​ຕໍ່າ, ​ແລະ ​ໃຫ້ຫລຸດ​ຜ່ອນ​ອັດ​ຕາ​ທີ່​ໜ້ອຍລົງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...