spot_img
Homeຂ່າວພາຍ​ໃນອີຢູຮຽກຮ້ອງຫລາຍປະເທດໃຫ້ຢຸດຕິໂທດປະຫານ

ອີຢູຮຽກຮ້ອງຫລາຍປະເທດໃຫ້ຢຸດຕິໂທດປະຫານ

Published on

ໃນ​ວັນ​ທີ 8 ຕຸລາ​ນີ້, ຢູ່​ສຳນັກງານ​ສະຫະພາບ​ເອີຣົບ ປະຈຳ​ລາວ ທ່ານ ມີ​ແຊນ ​ໂກ​ແຟັງ ອຸປະ​ທູດ​ສະຫະພາບ​ເອີຣົບ ປະຈຳ​ລາວ ​ໄດ້​ຖະ​ແຫລ​ງ​ກ່ຽວ​ກັບ​ວັນ​ສາກົນ​ເພື່ອ​ຢຸດຕິ​ການ​ລົງ​ໂທດ​ປະຫານ​ຊີວິດ ຄົບຮອບ 13 ປີວ່າ: ​ການ​ຍົກ​​ເລີກ​ໂທດ​ປະຫານ ຊີວິດ​ຂອງ​ບັນດາ​ປະ​ເທດ​​ໃນທົ່ວ​ໂລກ​​ເປັນ​ອີກ​ເງື່ອນ​ໄຂ​ໜຶ່ງສຳລັບ​ປະ​ເທດ​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ, ທັງເປັນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​​ສຳຄັນ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອີ​ຢູນຳ​ອີກ, ​​ໂດຍ​ສະ​ເພາະ ​ໃນ ສປປ ​ລາວການນຳ​ໃຊ້​ໂທດ​ປະຫານ​ຊີວິດ ​ແມ່ນ​ຍັງ​ບໍ່​ທັນ​ມີ​ການ​ຢຸດຕິຢ່າງ​ເປັນ​ທາງ​ການ​ເທື່ອ ​ແຕ່​​ເຫັນ​ວ່າ​ລາວໄດ້​ນຳ​ໃຊ້​​ໃນ​ກໍລະ​ນີອື່ນ​ແທນ ​ແລະ ການ​ຕັດສິນ​​ໂທດປະຫານ​ຊີວິດ​ນັກ​ໂທດ​ໃນ​ຄະດີ​ຕ່າງໆ​ນັ້ນ​ສະ​ເລ່ຍ​ແລ້ວ ປະມານ 20 ຄົນ/ປີ, ​​ເຫັນ​ວ່າ​ມີ​ຈຳນວນ​ຫລາຍ​ພໍ​ສົມຄວນ. ​ໃນ​ຂະນະ​ດຽວ​ກັນອີ​ຢູ​ຍັງ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​​ປະ​ເທດ​ໃນ​ທົ່ວ​ໂລກ ​ໄດ້ທົບ​ທວນຄືນ​ນິຕິ​ກຳ​ຕ່າງໆ ​​ເພື່ອຢຸດຕິ​ການ​ນຳ​ໃຊ້​ໂທດ​ປະຫານ​ຊີວິດຢ່າງ​ເປັນ​ທາງ​ການ, ​​ແຕ່​ກໍ​ບໍ່​ສາມາ​ດຫລີກ​ລ້ຽງ​ໄດ້​ເຊັ່ນ​ດຽວ​ກັນ ຍ້ອນ​ວ່າການ​ນຳ​ໃຊ້​ໂທດ​ດັ່ງກ່າວ ກໍ​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ໃນ​ການ​ຕັດສິນ​ນັກ​ໂທດ​ຂັ້ນ​ເດັດຂາດ, ​ແຕ່​ຄວນ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ ​ແລະ ລະບຸ​ປະ​ເພດ​ຄະດີ​ຕ່າງໆ​ທີ່​ຄວນ​ຖືກ​ຕັດສິນ​ໃຫ້​ຈະ​ແຈ້ງ​ຂຶ້ນ​ກວ່າ​ເກົ່າ, ພ້ອມ​ນີ້ ທ່ານ ທູດ​ຍັງກ່າວ​ຕື່ມວ່າ: ​ໃນ​ບັນດາ​ປະ​ເທດ​ທີ່​ຍັງ​ມີ​ການ​ນຳ​ໃຊ້​ໂທດ​ປະຫານ​ຊີວິດຢູ່​ນັ້ນຍັງ​ມີ​ຫລາຍ, ​ແຕ່​ຄວນ​ຫັນ​ມາ​ນຳ​ໃຊ້​ໃນ​ຂອບ​ເຂດ​ທີ່​ຈຳກັດ​​ໃຫ້ຫລາ​ຍຂຶ້ນ ​ເພື່ອ​ກ້າວ​ໄປ​ສູ່​ການ​ຢຸດຕິນໍາ​ໃຊ້​ໂທດ​ປະຫານ​ຊີວິດ.

ທີ່ມາ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...