Homeປ່ອງຢ້ຽມດວງດາວນາຊ່າເຜີຍພາບສີຊັ້ນບັນຍາກາດເທິງດາວພູໂຕ

ນາຊ່າເຜີຍພາບສີຊັ້ນບັນຍາກາດເທິງດາວພູໂຕ

Published on

ພາບ​ສີ​ຫລ້າ​ສຸດ​ຂອງ​ດາວ​ພູ​ໂຕທີ່​ນາ​ຊ່າ​ນຳ​ມາ​ເປີດ​ເຜີຍ ສະແດງ​ໃຫ້​ເຫັນ​ຊັ້ນ​ບັນ​ຍາ​ກາດ​ສີ​ຟ້າ​ທີ່​ປົກ​ຄຸມ​ຜິວ​ດາວ ​ສຸກ​ທີ່ 9 ຕຸລາ ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ປະເທດ​ສະ​ຫະລັດ​ ເມື່ອ​ວັນທີ່ 8 ຕຸລາ ວ່າ​ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາດ (ນາ​ຊ່າ) ເຜີຍ​ພາບ​ຖ່າຍ​ສີ​ພາບ​ທຳອິດ​ຂອງ​ຊັ້ນ​ບັນ​ຍາ​ກາດ​ໜາ​​ທີ່​ປົກ​ຄຸມ​ດາວ​ພູ​ໂຕ ຊຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຊັ້ນ​ໝອກ​ປົກ​ຄຸມ​ເປັນ​ສີ​ຟ້າ ໂດຍ​ພາບ​ດັ່ງ​ກ່າວ​ເປັນ​ຝີ​ມື​ການ​ບັນ​ທຶກ​ຂອງ​ຍານ​ສຳ​ຫລວດ​ນິວ ຮໍ​ໄລ​ຊັນສ໌ ຊຶ່ງ​ເປັນ​ໄລຍະ​ທີ່​ຍານ​ສຳ​ຫລວດ​ເຄື່ອນ​ທີ່​ເຂົ້າ​ໃກ້​ດາວ​ພູ​ໂຕ​ໃນ​ໄລ​ຍະ​ໃກ້​ທີ່ສຸດ ໂດຍ​ຫ່າງ​ຈາກ​ພື້ນ​ຜິວ​ດາວ​ພຽງ 12,500 ກິ​ໂລ​ແມັດ ນອກນີ້ ນາ​ຊ່າ​ອະທິບາຍ​ການ​ທີ່​ພາບ​ສີ​ຂອງ​ຊັ້ນ​ບັນ​ຍາ​ກາດ​ເປັນ​ສີ​ຟ້າ ວ່າ​ເປັນ​ການ​ສະທ້ອນ​ຂອງ​ແສງ​ອາທິດ​ເມື່ອ​ຊົນ​ເຂົ້າ​ກັບ​ອານຸ​ພາກ​ຂອງ​ກຸ່ມ​ໝອກ ທີ່​ມີ​ແກັສ​ປະກອບ​ສ່ວນ​ໃຫຍ່​ເປັນ​ໄນ​ໂຕຣ​ເຈນ​ປົກ​ຄຸມ​ຢູ່​ເທິງ​ພື້ນ​ຜິວ​ຂອງ​ດາວ​ພູ​ໂຕ ນອກ​ຈາກ​ນີ້ ນາ​ຊ່າ​ຍັງ​ເຜີຍ​ຄວາມ​ຄືບ​ໜ້າ​ຂອງ​ການ​ວິ​ເຄາະ​ລັກສະນະ​ພູ​ມິ​ປະເທດ​ຂອງ​ດາວ​ພູ​ໂຕ ຜ່ານ​ການເຮັດ​ແຜນ​ທີ່​ ພົບ​ວ່າ​ດາວ​ພູ​ໂຕ​ມີ​ຂະໜາດ “ໃຫຍ່​ກວ່າ​ທີ່​ຄິດ” ແຕ່​ຍັງ​ຖື​ວ່າ​ມີ​ຂະໜາດ​ນ້ອຍ ດ້ານ​​ນ້ຳກ້ອນ​ທີ່​ຢູ່​ເທິງ​ພື້ນ​ຜິວ​ມີ​ຄວາມ​ປ່ຽນ​ແປງ​ແລະ​ລະ​ເຫີຍ​ໄວ​ກວ່າ​ທີ່​ເຄີຍ​ມີ​ການ​ວິ​ເຄາະ​ໄວ້ ຖື​ເປັນ​ຄວາມ​ທ້າ​ທາຍ​ເທື່ອ​ຫລ້າ​ສຸດ​ທີ່​ນາ​ຊ່າ​ຈະ​ສຶກ​ສາ​ຢ່າງ​ລະອຽດ​ຕໍ່ໄປ ຍານ​ສຳ​ຫລວດ​ນິວ ຮໍ​ໄລ​ຊັນສ໌ ມູນ​ຄ່າ​ປະມານ 700 ລ້ານ​ດອນ​ລາ​​ຂອງ​ນາ​ຊ່າ ຊຶ່ງ​ສາມາດ​ເດີນທາງ​ເຂົ້າ​ໃກ້​ດາວ​ພູ​ໂຕ​ໄດ້​ຫລາຍ​ທີ່

1 2

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...