Homeວິທະຍາສາດ-ວິທະຍາການຈີນອາດມີຄົນຕາຍເພາະ "ຢາສູບ" ເຖິງ 2 ລ້ານຄົນໃນປີ 2030

ຈີນອາດມີຄົນຕາຍເພາະ “ຢາສູບ” ເຖິງ 2 ລ້ານຄົນໃນປີ 2030

Published on

558000011731301

ການ​ສູບ​ຢາສູບ​ອາດ​ພາກ​ຊີວິດ​ພົນລະເມືອງ​ຈີນ​ເຖິງ 2 ລ້ານ​ຄົນ​ໃນ​ປີ 2030 ຫລື​ເພີ່ມ​ຂຶ້ນ​ຈາກ​ສະຖິຕິປີ 2010 ປະມານ 1 ເທົ່າ​ ຂະນະ​ທີ່​ອັດຕາ​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ໃນ​ຈີນ​ກໍ​ເພີ່ມ​ສູງ​ຂຶ້ນ​ເລື້ອຍ​ໆ ຜົນ​ວິ​ໄຈ​ເຜີຍ​ວັນທີ່ 9 ຕຸລາ ນີ້້ວ່າ
       ງານ​ວິ​ໄຈ​ຫລ້າ​ສຸດ​ຊຶ່ງ​ຕີ​ພິມ​ລົງ​ໃນ​ວາລະ​ສານ​ການ​ແພດ​ແລນ​ເຊັດ ຊີ້​ວ່າ ຊາຍ​ໜຸ່ມ​ຊາວ​ຈີນ​ມີ​ແນວ​ໂນ້ມ​ທີ່​ຈະ​ເສຍຊີວິດ​ຈາກ​ການ​ສູບ​ຢາສູບ​ເກືອບ 1 ໃນ 3 ຂະນະ​ທີ່​ຜູ້ຍິງ​ຈີນ​ສູບ​​ຢາໜ້ອຍ​ກວ່າ ແລະ​ ມີ​ອັດຕາ​ການ​ເສຍຊີວິດ​ຕ່ຳ​ກວ່າ   
       “ຊາຍ​ໄວ​ລຸ້ນ​ຈີນ​ປະມານ 2 ໃນ 3 ​ສ່ວນ​ໃຫຍ່​ເລີ່ມ​ສູບ​ກ່ອນ​ອາ​ຍຸ 20 ປີ ຫາກ​ເລີກ​ບໍ່​ໄດ້ ປະຊາກອນ​ປະມານເຄີ່ງ​ໜຶ່ງ​ໃນ​ກຸ່ມ​ນີ້​ຈະ​ຕ້ອງ​ຕາຍ​ເພາະ​ຢາສູບ​ໃນ​ທີ່ສຸດ” ເສີນ ເຈີ້ງ​ໝິງ (Zhengming Chen) ຈາກ​ມະຫາ​ວິທະຍາ​ໄລ​ອັອກ​ຟອ​ດ ຊຶ່ງ​ເປັນ​ໜຶ່ງ​ໃນ​ທີມ​ວິ​ໄຈ ລະ​ບຸ
       ຢາສູບຫລາຍກວ່າ 1 ໃນ 3 ຂອງ​ໂລກ​ຖືກ​ສູບ​ໂດຍ​ປະຊາກອນ​ຈີນ ແລະ​ຈີນ​ກໍ​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບ​ຫລາຍ​ເປັນ​ອັນ​ດັບ 6 ຂອງ​ໂລກ
        “ຜູ້​ເສຍຊີວິດ​ຈາກ​ຢາສູບ​ໃນ​ຈີນ​ຈະ​ເພີ່ມ​ຂຶ້ນ ຈາກ​ສະຖິຕິ 1 ລ້ານ​ຄົນ​ໃນ​ປີ 2010 ກາຍ​ເປັນ 2 ລ້ານ​ຄົນ​ໃນ​ປີ 2030 ແລະ​ ເພີ່ມ​ຂຶ້ນ​ອີກ​ເປັນ 3 ລ້ານ​ຄົນ​ພາຍ​ໃນ​ປີ 2050 ຫາກ​ບໍ່​ມີ​ການ​ອົບຮົມ​ໃຫ້​ປະຊາຊົນ​ເລີກ​ສູບ​ຢາສູບຢ່າງ​ຈິງ​ຈັງ” ຜົນ​ວິ​ໄຈ​ລະ​ບຸ
“
ການ​ເຊີນ​ຊວນ​ໃຫ້​ຄົນ​ເລີກ​ສູບ​ຢາສູບ​ຈະ​ເປັນ​ການຄຸ້ມ​ຄ່າ​ທີ່ສຸດ​ສຳລັບ​ລັດຖະບານ​ຈີນ ໃນ​ການ​ທີ່​ຈະ​ຫລຸດ​ອັດຕາ​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ໃນ​ 2-3 ທົດສະ​ວັດ​ໜ້າ”
ໃນ​ປີ 2010 ມີ​ຊາຍ​ຊາວ​ຈີນ​ເສຍຊີວິດ​ຈາກ​ຢາສູບ 840,000 ຄົນ ແລະ​ຍິງ​ອີກ 130,000 ຄົນ ຈາກ​ຈຳນວນ​ປະຊາກອນ​ທັງ​ໝົດ 1,400 ລ້ານ​ຄົນ
ຄົນ​ສູບຢາ​ສ່ຽງ​ຕໍ່​ການ​ເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ຫລາຍກວ່າ​ຄົົນທີ່​ບໍ່​ສູບ​ 1 ເທົ່າ​ ແລະ​ ຍັງມີ​ສິດ​ປ່ວຍ​ເປັນ​ມະ​ເຮັງ​ປອດ ເສັ້ນ​ເລືອດ​ສະໝອງ​ແຕກ ແລະ ​ຫົວ​ໃຈ​ຢຸດເຕັ້ນ ຫລາຍກວ່າ​ຄົນ​ປົກກະຕິ
ຊາຍ​ຊາວ​ຈີນ​ທີ່​ອາ​ຍຸ​ລະຫວ່າງ 40-79 ປີ​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບເພີ່ມ​ຂຶ້ນ​ຈາກ 10% ໃນ​ຕົ້ນ​ທົດສະ​ວັດ 1990 ກາຍ​ເປັນ 20% ໃນ​ປັດຈຸບັນ
ງານ​ວິ​ໄຈ​ຊິ້ນ​ນີ້​ສະຫລຸບ​ຈາກ​ຜົນ​ການສຶກສາ​ລະ​ດັບ​ປະເທດ 2 ເທື່ອ ໂດຍ​ເກັບ​ຂໍ້​ມູນ​ຈາກ​ຊາວ​ຈີນ​ທັງ​ໝົດ 730,000 ຄົນ
ເຈບຟຣີ ໂຄ​ແພລນ ແລະ ໄມ​ເຄີນ ອີ​ລິກ​ສັນ ຈາ​ກສະ​ຖາ​ບັນ​ສຸກຂະພາບ​ສາກົນ​ເອ​ມໍ​ລີ​ໃນ​ເມືອງ​ແອດ​ແລນ​ຕາ ຊີ້​ວ່າ​ຈີນ​ບໍ່​ພຽງແຕ່ບໍລິ​ໂພກ​ຢາສູບ​ຫລາຍ​ທີ່ສຸດ ແຕ່​ຍັງ​ເປັນ​ຊາດ​ຜູ້​ປູກ​ແລະ​ຜະລິດ​ຢາ​ສູບ​ລາຍ​ໃຫຍ່​ທີ່ສຸດ​ຂອງ​ໂລກ​ອີກດ້ວຍ
“ຜົນ​ປະກອບ​ການ​ຂອງ​ບໍລິສັດ​ຢາ​ສູບ​ຈີນ (Chinese National Tobacco Corporation) ຄິດ​ເປັນ 7% ຂອງ​ລາຍ​ໄດ້​ຕະຫລອດ​ທັງ​ປີ​ທີ່​ລັດຖະບານ​ກາງ​ໄດ້ຮັບ ແລະຈາກ​ການ​ເກັບ​ພາ​ສີ​” 
ລິ​ຊາດ ເປ​ໂຕ ໜຶ່ງ​ໃນ​ທີມ​ນັກ​ວິ​ໄຈ​ຈາກ​ອັອກ​ຟອ​ດ ຍົກ​ຕົວ​ຢ່າງ​ຫລາຍ​ປະເທດ​ໃນ​ໂລກ​ຕະເວັນ​ຕົກ​ທີ່​ມີ​ອັດຕາ​ການ​ເສຍຊີວິດ​ຈາກ​ຢາສູບຫລຸດລົງ​ຕໍ່​ເນື່ອງ​ຕະຫລອດ 20 ປີ ເນື່ອງ​ຈາກ​ລັດ​ຖະບານໃຊ້​ມາ​ດຕາ​ການ​ຂຶ້ນ​ລາ​ຄາ​ຢາສູບ
“ສຳລັບ​ຈີນ ການ​ຂຶ້ນ​ລາ​ຄາ​ຢາສູບ​ອາດ​ຊ່ວຍ​ປ້ອງກັນ​ຊີວິດ​ປະຊາກອນ​ໄດ້​ອີກ​ຫລາຍ​ສິບ​ລ້ານ​ຄົນ”

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...