Homeມູມໄອທີລາວມາແລ້ວ WhatsApp ພາສາລາວ

ມາແລ້ວ WhatsApp ພາສາລາວ

Published on

WhatsApp-1-600x400

ກັບ​ມາ​ພົບ​ກັນ​ອີກ​ຄັ້ງ​ກັບ WhatsApp ເວີ​ຊັນ​ພາ​ສາ​ລາວ​! ຫຼັງ​ຈາກ​ເຮົາ​ໄດ້​ບອກ​ວິ​ທີ​ເພີ່ມ​ເມ​ນູ​ພາ​ສາ​ລາວ​ໃຫ້​ແກ່​ຜູ້​ທີ່​ໃຊ້​ມື ຖື Android ທີ່​ໄດ້ root ເຄື່ອງ  ເມື່ອ​ດົນ​ນານ​ມາ​ແລ້ວ​, ມາ​ຮອດ​ມື້​ນີ້​ເຮົາ​ກະ​ຖື​ໂອ​ກາດ​ຮື້​ການ​ແປ​ໃໝ່​ໝົດ ແລະ ແກ້​ໄຂ ໄຟລ໌ WhatsApp ໃຫ້​ຮອງ​ຮັບ​ພາ​ສາ​ລາວ​ຢ່າງ​ສົມ​ບູນ ເຮັດ​ໃຫ້​ທຸກ​ຄົນ​ສາ​ມາດ​ໃຊ້ WhatsApp ພາ​ສາ​ລາວ​ໄດ້​ໂດຍ​ບໍ່ ຕ້ອງ root ເຄື່ອງ​ແຕ່​ຢ່າງ​ໃດ​!

ດາວໂຫຼດໄດ້ຢູ່ໃສ?

ສຳ​ລັບ​ຜູ້​ທີ່​ໃຊ້​ອຸ​ປະ​ກອນ​ມື​ຖື​ລະ​ບົບ Android ທ່ານ​ສາ​ມາດ​ດາວ​ໂຫຼດ​ໄຟລ໌ APK (​ເວີ​ຊັນ 2.12.250) ໄປ​ຕິດ​ຕັ້ງ​ດ້ວຍ ຕົວ​ທ່ານ​ເອງ​ໄດ້​ທີ່ https://goo.gl/O8dWne (Google Drive)

ສຳ​ລັບ​ຜູ້​ທີ່​ໃຊ້​ສະ​ມາດ​ໂຟນ Android ທີ່​ໃຊ້ CPU ຂອງ Intel ເຊັ່ນ Asus Zenfone 4, 5, 6 ແລະ ອື່ນໆ ແມ່ນ​ໃຫ້​ດາວ ໂຫຼດ APK ໂຕ​ນີ້​ແທນ https://goo.gl/K2hrnr (Google Drive)

ໝາຍເຫດ ສິ່ງທີ່ຄວນປະຕິບັດຕາມ

ໃຜ​ທີ່​ໃຊ້ WhatsApp ຢູ່​ແລ້ວ​ໃຫ້​ສຳ​ຮອງ​ຂໍ້​ມູນ​ການ​ສົນ​ທະ​ນາ​ກ່ອນ ໂດຍ​ໄປ​ທີ່ ເມ​ນູ > Settings > Back up chats

ໃຫ້​ລຶບ WhatsApp ທີ່​ຕິດ​ຕັ້ງ​ໄວ້​ແລ້ວ​ນັ້ນ​ອອກ​ກ່ອນ ແລ້ວ​ຄ່ອຍ​ຕິດ​ຕັ້ງ​ເວີ​ຊັນ​ນີ້​. ຫຼັງ​ຈາກ​ຕິດ​ຕັ້ງ​ແລ້ວ​ໃຫ້​ປ່ຽນ​ພາ​ສາ​ຂອງ​ເຄື່ອງ​ເປັນ​ພາ​ສາ​ລາວ ຈຶ່ງ​ຈະ​ສາ​ມາດ​ໃຊ້ WhatsApp ເມ​ນູ​ພາ​ສາ​ລາວ​ໄດ້​.

ຖ້າ​ທ່ານ​ຕິດ​ຕັ້ງ WhatsApp ເປັນ​ເທື່ອ​ທຳ​ອິດ ໃຫ້​ທ່ານ​ຕິດ​ຕັ້ງ​ເວີ​ຊັນ​ທາງ​ການ​ຈາກ Play Store ກ່ອນ​, ສະ​ໝັກ​ສະ​ມາ​ຊິກ​, ສຳ​ຮອງ​ຂໍ້​ມູນ​ການ​ສົນ​ທະ​ນາ​ຕາມ​ຂໍ້ 1 ແລະ ຖອນ​ການ​ຕິ​ັດ​ຕັ້ງ​ຈຶ່ງ​ຄ່ອຍ​ຕິດ​ຕັ້ງ APK ຂອງ​ເວີ​ຊັນ​ພາ​ສາ​ລາວ​ນີ້​.

ສ່ວນ​ໃຜ​ທີ່​ເຄີຍ​ໃຊ້​ວິ​ທີ​ກ່ອນ​ໜ້າ​ນີ້​ແມ່ນ​ສາ​ມາດ​ເອົາ​ໄຟລ໌ xml ໄປ​ໃຊ້​ໄດ້​ເລີຍ ທີ່ https://goo.gl/m7SSgW (​ໄຟລ໌ strings.xml)

ທ່ານຢາກຊ່ວຍແປພາສານໍາກັນບໍ່?

ໃຜ​ທີ່​ມີ​ຄວາມ​ປະ​ສົງ​ຢາກ​ຊ່ວຍ​ແປ ສາ​ມາດ​ເຂົ້າ​ໄປ​ເບິ່ງ​ໄດ້​ທີ່ https://goo.gl/fsjqYM (​ບໍ່​ເປັນ​ທາງ​ການ​) ໂດຍ​ພວກ​ເຮົາ ຈະ​ທຳ​ການ​ແປ​ໄຟລ໌ strings.xml ຕະ​ຫຼອດ​ທີ່​ມີ​ການ​ອັບ​ເດດ​ເປັນ​ເວີ​ຊັນ​ໃໝ່ ແລະ​ມີ​ການ​ເພີ່ມ strings ໃໝ່​ເຂົ້າ​ມາ​. ສ່ວນ​ໜ້າ​ເວັບ​ຊ່ວຍ​ແປ WhatsApp ສຳ​ລັບ Android ເປັນ​ພາ​ສາ​ລາວ​ຢ່າງ​ເປັນ​ທາງ​ການ​ແມ່ນ​ຢູ່​ທີ່ https://translate.whatsapp.com ເຊິ່ງ​ຈະ​ໃຫ້​ຜູ້​ໃຊ້​ຊ່ວຍ​ແປ ແລະ ຈະ​ມີ​ຜົນ​ຕໍ່​ກັບ WhatsApp ສຳ​ລັບ Android ຖ້າ​ຫາກ​ຄຳ​ແປ​ຜ່ານ​ການ​ອະ​ນຸ​ມັດ​.

ພາບໜ້າຈໍຕົວຢ່າງWhatsApp ພາສາລາວ

WhatsApp-2 WhatsApp-3 WhatsApp-4

ແລ້ວສໍາລັບiOS ເຮັດແນວໃດ ?

ເນື່ອງ​ຈາກ​ພວກ​ເຮົາ​ບໍ່​ມີ​ເຄື່ອງ​ທົດ​ລອງ​ບວກ​ກັບ​ນັກ​ພັດ​ທະ​ນາ​ເອງ​ບໍ່​ໄດ້​ໃຊ້ iPhone ຫຼື iPad ຢູ່​ແລ້ວ ເລີຍ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ບໍ່​ກ້າວ​ໄປ​ໃສ່​ເທື່ອ ດັ່ງ​ນັ້ນ​ຖ້າ​ໃຜ​ມີ​ຄວາມ​ຮູ້​ດ້ານ​ນີ້​ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ນໍາ​ເພື່ອ​ແບ່ງ​ປັນ​ຄວາມ​ຮູ້​ນີ້​ນໍາ​ກັນ ສາ​ມາດ​ຕິດ​ຕໍ່​ມາ​ທາງ​ກ່ອງ​ສະ​ແດງ​ຂ້າງ​ລຸ່ມ​ນີ້​ໄດ້​ເລີຍ ຫູ​ື ສົ່ງ​ໄປ Page ໃນ Facebook ຂອງ​ພວກ​ເຮົາ​ກໍ່​ໄດ້​ຕາມ​ສະ​ດວກ​ເລີຍ​.

ທ້າຍສຸດແຕ່ບໍ່ສຸດທ້າຍ

ຖ້າ​ທ່ານ​ພົບ​ເຫັນ​ຄຳ​ແປ​ທີ່​ຍັງ​ແປ​ບໍ່​ຖືກ​ຕ້ອງ ຫຼື ຍັງ​ບໍ່​ທັນ​ແປ​ເປັນ​ລາວ ຊ່ວຍ​ແຈ້ງ​ໃຫ້​ເຮົາ​ຮູ້​ໄດ້​ທີ່​ກ່ອງ​ສະ​ແດງ​ຂ້າງ​ລຸ່ມ​ນີ້ ເລີຍ​ເນາະ​. ຈະ​ດີ​ທີ່​ສຸດ​ຖ້າ​ທ່ານ​ແນບ​ຮູບ​ໜ້າ​ຈໍ​ຂອງ​ຄຳ​ສັບ​ທີ່​ແປ​ບໍ່​ຖືກ​ນັ້ນ​ມາ​ໃຫ້​ເຮົາ​ນຳ​. ສຳ​ລັບ​ຜູ້​ທີ່​ຢາກ​ຊ່ວຍ​ຜັກ​ດັນ​ໃຫ້​ພາ​ສາ​ລາວ​ສຳ​ລັບ WhatsApp ເກີດ​ອອກ​ມາ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ລະ​ບົບ​ປະ​ຕິ​ບັດ ການ Android ແມ່ນ​ຂໍ​ເຊີນ​ເຂົ້າ​ໄປ​ຊ່ວຍ​ກັນ​ແປ​ຄົນ​ລະ​ເລັກ​ລະ​ນ້ອຍ​ໄດ້​ທີ່ https://translate.whatsapp.com

ທີ່ມາ Mobile Talk TV  http://mobiletalk.tv/whatsapp-%E0%BA%9E%E0%BA%B2%E0%BA%AA%E0%BA%B2%E0%BA%A5%E0%BA%B2%E0%BA%A7/

logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...