Homeຂ່າວພາຍ​ໃນພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ຄວ້າແຊັມ ບານເຕະຊາຍ ສະຫຼອງ 7 ຕຸລາ ປີ 2015

ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ຄວ້າແຊັມ ບານເຕະຊາຍ ສະຫຼອງ 7 ຕຸລາ ປີ 2015

Published on

ການດຳເນີນການແຂ່ງຂັນກິລາບານເຕະຊາຍ ຊີງຂັນ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 21 ປີ ປະຈຳປີ 2015 ໄດ້ປິດສາກລົງເປັນທີ່ຮຽບຮ້ອຍແລ້ວຢູ່ທີ່ ສະໜາມກິລາ ແຂວງຫົວພັນ
ໂດຍການເຂົ້າຮ່ວມຂອງ ທ່ານ ເພີດ ມາປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ພ້ອມດ້ວຍຄະນະ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກກິລາເຂົ້າຮ່ວມ ພາຍຫຼັງທີ່ໄດ້ດຳເນີນທຳການແຂ່ງຂັນເມື່ອທ້າຍອາທິດທີ່ຜ່ານມາຂອງການເຂົ້າຮ່ວມຈາກ 8 ພາກສ່ວນຢູ່ໃນຂົງເຂດພະນັກງານ, ຄູອຈານ, ພະແນກການກ່ຽວຂ້ອງ ແລະ ໂຮງຮຽນອ້ອມຂ້າງເທດສະບານແຂວງຄື: ທີມພະແນກສຶກສາທິການ ແລະ ກິລາແຂວງ ເຈົ້າພາບ, ທະນາຄານພັດທະນາລາວເຈົ້າພາບຮ່ວມ, ໂຮງຮຽນ ມສ ພັນລາ, ໂຮງຮຽນ ມສ ພັນຊຳ, ໂຮງຮຽນມໍປາຍຕົວແບບ, ຫ້ອງວ່າການປົກຄອງແຂວງ, ວິທະຍາໄລທຸລະກິດສະ ໄໝຮຸ່ງເຮືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຊຳເໜືອ ໂດຍການຈັດການແຂ່ງຂັນແບບປັດເຂ່ຍ ( ເສຍແລ້ວຕົກຮອບເລີຍ )
ຜ່ານການດຳເນີນການແຂ່ງຂັນໃນນັດ ທີ 1 ນັບແຕ່ ວັນທີ 1 ຕຸລາ 2015 ທີມ ພະແນກ ສຶກສາທິການ ແລະ ກິລາແຂວງ ສາມາດເອົາຊະນະ ທີມ ໂຮງຮຽນ ມສ ພັນຊຳ 3-2 ປະຕູ, ມາຮອດວັນທີ 5 ຕຸລາ 2015 ສາມາດເອົາຊະນະທີມໂຮງຮຽນ ມສ ພັນລາ ດ້ວຍການຍິງຖະຫຼົ່ມຢ່າງມີປະສິດທິພາບ ແລະ ຄວາມຄົມເຂັ້ມຂອງກອງໜ້າໂຕເກງໝາຍເລກ 9 ທອງວັນ ບຸນທະວົງ ຫົວໜ້າທີມຍິງ ເໝົາໄປດ້ວຍ 6-0 ປະຕູ ຜ່ານເຂົ້າຮອບຊີງຊະນະເລີດ ໄປພົບກັບທີມຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ນ້ອງໃໝ່ມາແຮງແຊງທາງໂຄ້ງມາມືດສາມາດເອົາຊະນະທີມຫ້ອງວ່າການແຂວງດ້ວຍການຍິງຈຸດໂທດ 5-4 ປະຕູ, ທ່ານ ວັນສີ ສຸກສະຫວັນ ຄູເຝິກທີມ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ຮູ້ອີກຕື່ມວ່າ ຜ່ານການແຂ່ງຂັນໃນ 2 ນັດທີ່ຜ່ານມາເຫັນວ່ານັກກິລາແຕ່ລະຄົນຫຼິ້ນໄດ້ແບບສະບາຍບໍ່ມີຄວາມກົດດັນສະນັ້ນຈິ່ງໄດ້ສ້າງຄວາມໝັ້ນໃຈສູງໃຫ້ແກ່ນັກກິລາພາຍໃນທີມຂອງຕົນກ້າວເຂົ້າສູ່ການເປັນແຊ້ມຫຼາຍຂຶ້ນ
ມາຮອດຕອນແລງວັນທີ 7 ຕຸລາ 2015 ໄດ້ມີການແຂ່ງຂັນນັດຊີງຊະນະເລີດ ພົບກັນລະຫວ່າງ ທີມພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ພົບກັບ ທີມຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ຜ່ານການແຂ່ງຂັນປະກົດວ່າ ທີມພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໂຊຟອມດ້ວຍຄວາມແຂງແກ່ນ ແລະ ທົນທານກ່ວາ ຍິງປະຕູໄດ້ພາຍໃນ 1 ນາທີທຳອິດ ຈາກລູກຍິງໄກປະມານ 30 ແມັດ ຂອງ ເວີນສິງ ວິໄລພັນ ໝາຍເລກ 13 ມາຮອດນາທີທີ່ 5 ບຸນແກ້ວ ຄະລືສີ ນັກກິລາສຳຮອງທີ່ບໍ່ເຄີຍໄດ້ລົງສະໜາມໃນການແຂ່ງຂັນຊຸດຍິງເຂົ້າອີກ 1 ປະຕູ ເຮັດໃຫ້ຂຶ້ນນຳເປັນ 2 ປະຕູຈົບການແຂ່ງຂັນ 90 ນາທີ ພະແນກສຶກສາທິການ ແລະ ກິລາແຂວງ ຊະນະ 2-0 ປະຕູ ເປັນແຊ້ມໃນການແຂ່ງຂັນກິລາບານເຕະຊາຍ ຊີງຂັນ ທ່ານຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ສຳເລັດ
ໃນທ້າຍພິທີ ທ່ານ ເພີດ ມາປັນຍາ ຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບຂັນຊະນະເລີດ ພ້ອມດ້ວຍເງິນສົດ 1.000.000 ກີບໃຫ້ແກ່ ທີມພະແນກສຶກສາທິການ ແລະ ກິລາ ແຂວງ ທີ I ລາງວັນທີ II ໄດ້ແກ່ ທີມຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ເງິນສົດ 7.00.000 ກີບ ແລະ ທີ III ໄດ້ແກ່ ທີມໂຮງຮຽນ ມສ ພັນລາ ເງິນສົດ 5.00.000 ກີບ

12072529_1662503714036759_631733156500998847_n

12088224_1662503704036760_994805266750636833_n

12105955_1662503724036758_3500144590348062198_n

12122698_1662503710703426_6108006990421909405_n

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...