spot_img
Homeຂ່າວການສຶກສາໂຮງຮຽນ SOS ເມືອງຊຳເໜືອ ສະຫຼອງ 7 ຕຸລາ ແລະ ສະຫຼຸບຜົນງານ 10 ປີ

ໂຮງຮຽນ SOS ເມືອງຊຳເໜືອ ສະຫຼອງ 7 ຕຸລາ ແລະ ສະຫຼຸບຜົນງານ 10 ປີ

Published on

ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 21 ປີ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນອີກອັນໜຶ່ງທັງເປັນການລະນຶກເຖິງຄຸນງາມຄວາມດີຂອງຄູລາວທີ່ໄດ້ມີເສຍສະຫຼະ, ມີຄວາມເອົາໃຈໃສ່ໃນການສິດສອນກໍ່ສ້າງລູກຫຼານລາວກໍ່ຄືຄົນລາວໃຫ້ມີຄວາມຮູ້ສະຫຼາດສ່ອງໃສນຳເອົາຄວາມຮູ້ມາພັດທະນາບ້ານເມືອງ ແລະ ປະເທດຊາດ ໃຫ້ມີການພັດທະນາຈົນເກີດຄວາມຈະເລີນຮຸ່ງເຮືອງເປັນກ້າວໆມາ ໃນຕອນເຊົ້າວັນທີ 6 ຕຸລາ 2015 ຜ່ານມານີ້ ໂຮງຮຽນ SOS ແຮັກມານໄມເນີ ເມືອງຊຳເໜືອ ແຂວງຫົວພັນ ຂຶ້ນກັບການຊີ້ນຳຂອງຫ້ອງການສຶກສາທິການ ແລະ ກິລາ ເມືອງຊຳເໜືອ ແລະ ພະແນກແຮງງານສະຫວັດດີການ ແລະ ສັງຄົມ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 21 ປີ ແລະ ພ້ອມທັງສະຫຼຸບຕີລາຜົນງານ 10 ປີ ຜ່ານມາຂອງໂຮງຮຽນຂອງຕົນຂຶ້ນຢ່າງເປັນທາງການຢູ່ທີ່ເດີ່ນໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳວອນ ບຸນທະວົງ ຄະນະປະຈຳພັກແຂວງ ປະທານ ສະພາເຂດ 8 ແຂວງຫົວພັນ, ທ່ານ ມອນສິງ ເພັດວຽງສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ຄູອາຈານ, ນ້ອງຫຼານນັກຮຽນ, ສະມາຄົມ ພໍ່-ແມ່ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ ໃນພິທີ ທ່ານ ອາຈານ ວີສອນ ບຸນຍາວົງ ຮອງຜູ້ອຳນວຍການໂຮງຮຽນ SOS ແຮັກມານໄມເນີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ຂອງໂຮງຮຽນດັ່ງກ່າວເຊິ່ງເຫັນໄດ້ດ້ານດີຜົນງານໃນຫຼາຍດ້ານ ແລະ ດ້ານອ່ອນຄົງຄາງທີ່ຈະຕ້ອງໄດ້ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ຕະຫຼອດໄລຍະ 10 ປີ ຜ່ານມາໂຮງຮຽນແຫ່ງນີ້ແມ່ນເລີ່ມຈັດຕັ້ງການຮຽນ-ການສອນ ນັບແຕ່ ປີ 2005 ເປັນຕົ້ນມາ ແລະ ຈົນມາຮອດ ວັນທີ 6 ມັງກອນ 2006 ຈິ່ງໄດ້ມີການ ມອບ-ຮັບ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ແຮນມຸດ ກູຕິນ ປະທານ SOS ສາກົນ ແລະ ພະນະ ທ່ານ ທອງລຸນ ສີສຸລິດ ປະທານກິດຕິມະສັກຝ່າຍລັດທະບານລາວ ປະຈຸບັນມີຄູ ແລະ ພະນັກງານທັງໝົດ 29 ຄົນ, ຍິງ 18 ຄົນ ມີນັກຮຽນທັງໝົດ 334 ນ້ອງ, ຍິງ 144 ນ້ອງ, ມີຫ້ອງຮຽນ 12 ຫ້ອງ, ມີຊັ້ນຮຽນ ນັບແຕ່ປະຖົມຈົນຮອດ ຊັ້ນ ມ1-ມ7 ພ້ອມທັງປະກອບດ້ວຍ 1 ຫ້ອງທົດລອງ, 1 ຫ້ອງຄອມພິວເຕີ, 1 ຫ້ອງສະໝຸດ ຕະຫຼອດ 10 ປີຜ່ານມາພະນັກງານ-ຄູອາຈານໃນໂຮງຮຽນແຫ່ງນີ້ໄດ້ແມ່ນມີແນວຄິດຫຼັກໝັ້ນ, ມີຄວາມອົດທົນ, ມີຄວາມທຸ່ນທ່ຽງເຊື້ອໝັ້ນໃນການນຳພາຂອງພັກ-ລັດ ມີຄວາມເຄົາລົບກົດລະບຽບບ້ານເມືອງ, ເຊື່ອມຊືມນະໂຍບາຍຕ່າງໆຂອງ ພັກ-ລັດ ແລະ ນະໂຍບາຍຂອງໂຄງການ SOS ສາກົນ ກໍ່ຄື SOS ຢູ່ລາວ ປະກອບສ່ວນເຂົ້າໃນວຽກງານທີ່ພັກ-ລັດ ມອບໝາຍໃຫ້ຈົນສຳເລັດໄດ້ເທື່ອລະກ້າວໂດຍມັນໄດ້ສະແດງອອກໃຫ້ເຫັນວ່າ: ໜ່ວຍຊາວໜຸ່ມຂອງຕົນຖືກຮັບຮອງເປັນໜ່ວຍຊາວໜຸ່ມແຂວງ 4 ບຸກ, ໄດ້ສົ່ງນັກຮຽນເປັນຕົວແທນນັກກິລາຂອງແຂວງເຂົ້າຮ່ວມງານມະຫາກຳກິລານັກຮຽນ 2 ຄັ້ງໃນປີ 2011 ຢູ່ ແຂວງສະຫວັນນະເຂດ, ປີ 2013 ຢູ່ແຂວງຈຳປາສັກ, ໄດ້ຮັບຂັນຊະນະເລີດ ກິລາບານສົ່ງຍິງ ຊີງຂັນ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຮັບໃບຍ້ອງຍໍຂອງ ທ່ານ ເຈົ້າແຂວງຫົວພັນ 2 ໃບ, ໄດ້ຮັບໃບຍ້ອງຍໍຂອງ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ 1 ໃບ, ໄດ້ຮັບໃບຊົມເຊີຍຂອງ ທ່ານ ປະທານ ອົງການກາແດງລາວ ສາຂາ ແຂວງຫົວພັນ 2 ໃບ, ສົ່ງນັກຮຽນເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງຂັ້ນເມືອງໄດ້ອັນດັບທີ 1 ແລະ ທີ 2 ມີ 22 ນ້ອງ, ສອບເສັງຂັ້ນແຂວງໄດ້ອັນດັບ 1 ແລະ ທີ 2 ມີ 7 ນ້ອງ ແລະ ຍັງມີຜົນງານອື່ນໆອີກຫຼາຍໆດ້ານ ໂອກາດດັ່ງກ່າວ ທາງໂຮງຮຽນຍັງໄດ້ຈັດພິທີມອບຊໍ່ດອກໄມ້ໃຫ້ຄູອາຈານ, ມອບຂອງຂັວນລາງວັນໃຫ້ນັກຮຽນດີເດັ່ນປະຈຳປີ, ມອບໃບກຽດຕິຄຸນໃຫ້ແກ່ຜູ້ທີ່ມີການອຸປະຖຳວັດຖຸເງິນ-ຄຳ ຕ່າງໆເຂົ້າໃນການພັດທະນາໂຮງຮຽນໃຫ້ມີການພັດທະນາຂຶ້ນເລື້ອຍໆ

12042997_1662504264036704_7377105413791667517_n

12049211_1662504240703373_6667569374171475469_n

12106886_1662504247370039_8880202662908776734_n

12107895_1662504217370042_4344042411735045564_n

ຂ່າວ ແລະ ພາບຈາກ: ສີສົມສັກ ພົມມາທຳ ສກຂ ຫົວພັນ

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...