Homeຂ່າວເຫດການຫົວໜ້າກົມປິ່ນປົວເຕືອນ! ຄລີນິກ - ໂຮງໝໍເອກະຊົນ ໃຫ້ຍຶດຈັນຍາບັນແພດ ຢ່າເກັບຄ່າປິ່ນປົວແພງເກີນຈິງ!

ຫົວໜ້າກົມປິ່ນປົວເຕືອນ! ຄລີນິກ – ໂຮງໝໍເອກະຊົນ ໃຫ້ຍຶດຈັນຍາບັນແພດ ຢ່າເກັບຄ່າປິ່ນປົວແພງເກີນຈິງ!

Published on

clinic

ນີ້ແມ່ນຄຳຢືນຢັນຂອງ ທ່ານ ຮອງ​ສາສະດາຈານ ດຣ ຈັນພົມມາ ວົງ​ສຳພັນ ຫົວໜ້າ​ກົມ​ປິ່ນປົວກະຊວງ​ສາ​ທາ​ລະນະ​ສຸກ,​​ ໄດ້​ອອກ​ມາ​​ເຕືືອນບັນ​ດາຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນແຫ່ງຕ່າງໆ​ ໃຫ້​ປະຕິບັດ​ຕາມ​ຫຼັກການ​ຈັນ​ຍາ​ບັນ​ຈັນຍາທຳ​ຂອງ​ແພດ​ໝໍ ແລະ ໃຫ້ຢູ່ໃຕ້ການຄວບຄຸມຂອງກະຊວງສາທາລະນະສຸກ ເນື່ອງ​ຈາກ​​ປັດຈຸ​ບັນ​ໄດ້​ມີ​ຫາງສຽງ​ຈັນ​ສັງຄົມ​ສ່ອງແສງມາວ່າ​ ຄ່າ​ບໍລິການຂອງ​ຄລິ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ ສ່ວນ​ຫຼາຍຈະເກັບຄ່າບໍລິການສູງເກີນຄວາມເປັນຈິງ ແລະ ສິ່ງດັ່ງກ່າວກໍແມ່ນ​ໜ້າທີ່ຂອງກົມປິ່ນປົວ, ​ໂດຍ​ເລີ່​ມແ​ຕ່ຂັ້ນ​ຕອນ​ການ​ຂໍ້​ອະນຸຍາດ​ສ້າງ​ຕັ້ງ ​ແລະ ລະບຽບ​ການ​ຕ່າງໆແມ່ນ​ຕ້ອງ​ປະຕິບັດ​ຕາມລະບຽບການຂອງກະຊວງ​ສາທາລະນະ​ສຸກ​ວາງ​ອອກ​ໃຫ້​ເຂັ້ມ​ງວດ,​ ໂດຍ​ສະ​ເພາະ​ແມ່ນ​ດ້ານ​ລາ​ຄາ​ຄ່າ​ບໍລິການ​ ເຖິງ​ວ່າ​ພາກສ່ວນ​ກ່ຽວຂ້ອງ​ບໍ່​ໄດ້​ກຳ​ນົດ ​ແລະ ຄວບຄຸມ​​,​ ແຕ່ທຸກ​ຄລີກ​ນິກ​ ​ແລະ ​ໂຮງໝໍ​ຕ້ອງປະຕິບັດ​ຕາມ​ຈັນ​ຍາ​ບັນ​ຈັນຍາທຳ​ຂອງ​ແພດ​ໝໍ​ ບໍ່​ເກັບ​ຄ່າ​ບໍລິການ​​ແພງ​ຈົນ​ເກີນ​ໄປ, ທ່ານຫົວໜ້າກົມດັ່ງ ກ່າວບອກວ່າ: ໃນໄລຍະ​ຜ່ານ​ມາ​ມີ​ບາງ​ຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ ​ຍັງ​ສວຍ​ໂອກາດ​ໃນ​ການ​ເກັບ​ຄ່າ​ບໍລິການ​ສູງເກີນຄວາມເປັນຈິງ ກໍ່ໃຫ້​ເກີດ​ຫາງ​ສຽງ​ຈາກ​ສັງ​ຄົມຄື​ດັ່ງ​ກ່າວ ແລະ ຕໍ່​ບັນຫາ​ນີ້​ ໃນ​ຜ່ານ​ມາ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ຕົນ ​ກໍ​ໄດ້​ມີ​ການ​ປຶກສາ​ຫາລື​ເພື່ອ​ຫາ​ວິທີ​ແກ້​ໄຂ,​ ໂດຍ​ໃຫ້​ໜ່ວຍງານ​ກ່ຽວຂ້ອງ​ລົງ​ກວດກາ​ບັນ​​ດາ​ຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ດັ່ງກ່າວ​ຢ່າງໜ້ອຍປີ​ລະ 2 ຄັ້ງ, ຖ້າ​ພົບ​ເຫັນວ່າ​ມີ​ການ​ສວຍ​ໂອກາດ ຫລື ປະພຶດໃນຄວາມບໍ່ຖືກຕ້ອງ​ຄື​ດັ່ງກ່າວ​ຈະ​ມີ​ການ​ກ່າວ​​ເຕືອນ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍ, ຊຶ່ງຕາມຫລັກການຂອງກະຊວງສາທາລະນະສຸກວາງອອກແລ້ວ ທຸກໆ​ຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ຈະ​ຕ້ອງ​ຕິດ​ລາຄາ​ຄ່າ​ບໍລິການ​ຂອງ​ຕົນ​ໄວ້​ຢ່າງ​ລະອຽດ​​, ​ເພື່ອ​ໃຫ້​ຜູ້​​ເຂົ້າຮັບ​ບໍລິການ​ໄດ້​ຮັບ​ຊາບ ແລະ ປາສະຈາກການສວຍໂອກາດ.

ຫົວໜ້າກົມເປີດເຜີຍຕໍ່ນັກຂ່າວລາວພັດທະນາໃນວັນທີ 6 ຕຸລານີ້ວ່າ: ປັດຈຸບັນ​ພາກສ່ວນ​ກ່ຽວຂ້ອງ​ຂອງຕົນ ໄດ້​ມີ​ມາດ​ຕະການ​​ເພື່ອ​ຄຸ້ມຄອງການບໍລິການຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ໃຫ້​ເຂັ້ມ​ງວດ​​ກວ່າ​ ເປັນ​ຕົ້ນ​ແມ່ນ​ຈະ​ກວດກາ​ຄືນ​ບັນດາ​ຄລີ​ນິກ ​​ແລະ ​ໂຮງໝໍ​ເອກະ​ຊົນທີ່​ດຳ​ເນີນການບໍ່ສອດຄ່ອງ ແລະ ​ຖືກຕາມ​ຫຼັກ​ຈັນ​ຍາ​ບັນ​ຈັນຍາທຳ​ຂອງ​ແພດ​ໝໍ, ຖ້າ​ຮ້າ​ຍ​ແຮງ​ໄປກວ່ານັ້ນແມ່ນ​ຈະ​ບໍ່​ຕໍ່​ໃບ​ອະນຸຍາດ​​ໃຫ້ດຳເນີນການຕໍ່ໄປອີກ, ດັ່ງ​ນັ້ນ​ຈຶ່ງ​ຂໍ​ແຈ້ງມາຍັງບັນດາ​ຄລີກ​ນິກ ​ແລະ ​ໂຮງໝໍ​ເອກະ​ຊົນ​ແຫ່ງຕ່າງໆ​ໃນ​ການ​ເກັບ​ຄ່າ​ບໍລິການ​ແມ່ນ​ຕ້ອງ​ຢູ່​ໃນ​ຫຼັກ​ຈັນ​ຍາ​ບັນ​ ຈັນຍາທຳ​ຂອງ​ແພດ​ໝໍ ແລະ ຖ້າ​ທາກ​ປະຊາຊົນ​ທ່ານ​ໃດ​ພົບ​ເຫັນ​ວ່າ​ມີຄລີ​ນິກ ຫລື ໂຮງໝໍ​ໃດ​ໜຶ່ງ​ ນັບທັງໂຮງໝໍລັດ ຫາກມີການສວຍໂອກາດຄືດັ່ງກ່າວ ຂໍໃຫ້ແຈ້ງມາຍັງພາກສ່ວນກ່ຽວຂ້ອງ ກໍຄືກົມປິ່ນປົວກະຊວງສາທາລະນະສຸກ ເພື່ອມີມາດຕະການແກ້ໄຂໄດ້ທ່ວງທັນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...