spot_img
Homeຂ່າວພາຍ​ໃນມູຣິນໂຢ ຈະເອົາ 474 ຕື້ກວ່າກີບ ຖ້າຖືກໄລ່ອອກ

ມູຣິນໂຢ ຈະເອົາ 474 ຕື້ກວ່າກີບ ຖ້າຖືກໄລ່ອອກ

Published on

ສື່ດັງຂອງອັງກິດອອກມາເປີດເຜຍວ່າ ຖ້າຫາກ ເຊວຊີ ຍັງຄົງຊູຊີ ໂຈເຊ ມູຣິນໂຢ ທີ່ສະໂມສອນຈະປົດອອກຈາກການເປັນຜູ້ຈັດການທີມ ກໍ່ຈະເຮັດໃຫ້ຄູເຝິກຊາວປ໋ອກຕຸຍການ ອາຍຸ 52 ຄົນນີ້ຮັບເງິນເຂົ້າກະເປົ໋າແບບສະບາຍສະບາຍຈຳນວນເຖິງ 37.5 ລ້ານປອນດ໌ (ປະມານ 474 ຕື້ກວ່າກີບ) ຈາກການທີ່ໄດ້ຮັບຄ່າເມື່ອຍປີລະ 8.5 ລ້ານປອນດ໌ (ປະມານ 107 ຕື້ກວ່າກີບ)

ເຊີ່ງທັງໝົດໄດ້ລະບຸໄວ້ໃນສັນຍາສະບັບໃໝ່ທີ່ຫາກໍ່ເຊັນກັນເມື່ອ 2 ເດືອນກ່ອນ ໂດຍສັນຍາຄຸມທີມຂອງ ມູຣິນໂຢ ຈະສີ້ນສຸດລົງໃນປີ 2019 ຢ່າງໃດກໍ່ຕາມທີ່ຜ່ານມາ ໂຣມັນ ອັບຣາໂມວິຊ ມະຫາເສດຖີຊາວຣັດເຊຍ ເຈົ້າຂອງສະໂມສອນເຊວຊີ ກໍ່ເຄີຍຍອມຈ່າຍຊົດເຊີຍເງິນຈຳນວນຫຼາຍປົດຜູ້ຈັດການທີມມາແລ້ວເຊັ່ນ: ຫຼຸຍ ສະໂຄລາຣີ່ 12.6ລ້ານປອນດ໌ (ປະມານ 160 ຕື້ກວ່າກີບ), ຄາໂລ ອັນເຊລ໊ອດຕິ 6 ລ້ານປອນດ໌ (ປະມານ 76 ຕື້ກວ່າກີບ) ແລະ ອັງເດຣ ວິລາສ ໂບອາສ 12 ລ້ານປອນດ໌ (ປະມານ 151 ຕື້ກວ່າກີບ)

10042

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...