spot_img
Homeຂ່າວພາຍ​ໃນເຊສ ອອກປົກປ້ອງ ໂຈເຊ ມູຣີນໂຢ ຢືນຢັນບໍ່ມີໃຜເກັ່ງກວ່ານີ້ແລ້ວ

ເຊສ ອອກປົກປ້ອງ ໂຈເຊ ມູຣີນໂຢ ຢືນຢັນບໍ່ມີໃຜເກັ່ງກວ່ານີ້ແລ້ວ

Published on

ເຊ​ສ ຟາ​ເບຣ​ກາ​ສ ຊາວ​ແອດສະປາຍ ຂອງ​ທີມ ເຊລ​ຊີ ປົກ​ປ້ອງ ໂຈ​ເຊ ມູ​ຣີນ​ໂຢ ຜູ້​ຈັດ­ການ​ທີມ​ຊາວ ປ໋ອກຕຸຍການ ຈາກ​ສຽງ​ວິ­ຈານ​ຍືນ​ຍັນ​ເປັນ​ຜູ້​ຈັດ­ການ​ທີມ​ທີ່​ດີ​ທີ່​ສຸດ​ ແລະ ​ຈະ​ພາ​ທີມ​ໄປ​ສູ່​ສະ­ຖາ­ນະ​ການທີ່ດີ​ໄດ້​ແນ່­ນອນ ພ້ອມ​ປະ­ກາດ​ຕົວ​ເປັນ​ຜູ້​ໝຶ່ງ​ທີ່­ຢູ່​ຂ້າງ​ຜູ້​ຈັດ­ການ​ທີມ ເພາະ​ທີ່​ຜ່ານ​ມາ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ​ແລະ ສ້າງ​ຄວາມ​ໝັ້ນ​ໃຈໃນການແຂ່ງຂັນໄດ້ຫຼາຍ.

ເຊ​ສ ຟາ​ເບຣ​ກາ​ສ ກອງ​ກາງ​ທີມ​ຊາດ​ແອດສະປາຍ ຂອງ​ເຊວ​ຊີ ອອກ​ມາ​ປົກ​ປ້ອງ ໂຈ​ເຊ ມູ​ຣີນ​ໂຢ ຜູ້​ຈັດ­ການ​ທີມ​ຊາວ ປ໋ອກ​ຕຸຍ​ການ ທີ່​ກຳ­ລັງ​ກົດ​ດັນ​ຈາກ​ສະ­ຖາ­ນະ​ການ​ໃນ​ທີມ ໂດຍ​ຍືນ​ຍັນ​ວ່າ​ຖ້າ​ຈະ​ມີ​ໃຜ​ຈັກ​ຄົນ​ແກ້​ບັນ­ຫາ​ໃນ​ສະ​ໝາມ ສະ­ແຕມ​ຟອດ ບຣິດ ໄດ້​ແມ່ນ​ຄົນໆ​ນັ້ນ​ກໍ່​ຄື ໂຈ​ເຊ ມູ​ຣີນ​ໂຢ ບໍ່​ແມ່ນ​ຄົນ​ໃດ​ທັງ​ນັ້ນ.

ໂຈເຊ ມູ​ຣີນ​ໂຢ ຕົກ​ຢູ່​ໃນ​ໄລຍະທີ່​ຍາກ​ລຳ­ບາກ​ຫຼັງ​ຈາກ​ພາ​ທີມສ້າງ​ຜົນ­ງານ​ບໍ່​ໄດ້​ໃນ​ໄລຍະ​ຕົ້ນ ​ແລະ ​ຫຼ້າ​ສຸດ​ໃນ ສະແຕມຟອດ ບຣິດ ທີ່​ເຄີຍ​ແຂ່ງ​ແກ່ງ​​ກັບ​ກາຍມາ­ເປັນ ເຊົາ​ແຮມ​ຕັນ ບຸກ​ມາ​ຖະ​ຫຼົ່ມ 3-1 ຈົນ​ລົງ​ມາ​ຢູ່​ໃນ​ອັນ​ດັບ​ທີ່ 16 ຂອງ​ຕາ­ຕະ­ລາງ​ມີ​ແຕ່ 8 ຄະແນນ ຈາກ 24 ຄະ­ແນນ​ເຕັມ​ແຕ່ ເຊລ​ຊີ ກໍ່​ຫາ​ແຕ່​ຍືນ​ຍັນ​ໃຫ້­ການ​ສະ­ໜັບ​ສະ​ໝຸນ​ເຂົາ​ເປັນ​ຜູ້​ຈັດ­ການ​ທີມ​ຕໍ່​ໄປ​ເມື່ອ​ວັນ​ຈັນ​ຜ່ານ​ມາ. ໂຈເຊ ເປັນຜູ້​ຈັດ­ການ​ທີມ​ທີ່​ດີ​ຂອງ​ສະ­ໂມ­ສອນ​ແລ້ວ​ຕ້ອງ​ບໍ່​ລືມວ່າ ​ເມື່ອ 5 ເດືອນ​ທີ່​ຜ່ານ​ມາ​ທີມຫາກໍ່​ໄດ້​ແຊ໋ມ ພຣີ​ເມຍ​ລີກ ອັງກິດ ແຕ່​ແນ່­ນອນ​ວ່າ​ເຮົາ​ຕ້ອງ​ປ່ຽນ­ແປງ​ສະ­ຖາ­ນະ​ການ​ໃຫ້​ໄວ​ທີ່​ສຸດ.

1ddeaeb1eca66be48e4bee424a1e7a40_XL

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...