Homeສຸຂະພາບ ແລະ ສີ່ງແວດລ້ອມລັດຮ່ວມກັບເອກະຊົນ ກວດສຸຂະພາບໂດຍບໍ່ໄດ້ເສຍຄ່າ ສະຫລອງວັນຜູ້ອາຍຸສູງ!

ລັດຮ່ວມກັບເອກະຊົນ ກວດສຸຂະພາບໂດຍບໍ່ໄດ້ເສຍຄ່າ ສະຫລອງວັນຜູ້ອາຍຸສູງ!

Published on

5b274605cdbb83a09eafa7347f67e68d

ໂຮງ​ໝໍ​ເຊດ​ຖາ​ທິ​ຣາດ ຮ່ວມ​ກັບ​ກະຊວງ​ແຮງ​ງານ-ສະຫວັດດີ​ການ​ສັງຄົມ ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຫຼັກ​ຈາກ​ ຜະລິດ​ຕະ​ພັນ​ອາຫານ​ເສີມ ​ແອບ​ປີ​ຕອນ ບໍລິສັດ ​ວຽງ​ທອງ​ການ​ຢາ ​ໄດ້​ຈັດ​ກິດຈະກຳ​ກວດ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ ​ໃຫ້​ແກ່​ຜູ້​ອາຍຸ​ສູງ ​ເພື່ອ​ສະເຫຼີມສະຫຼອງ​ວັນ​ຜູ້​ອາຍຸ​ສູງ (1 ຕຸລາ) ຂຶ້ນ​ໃນ​ວັນ​ທີ 7 ຕຸລາ 2015 ທີ່ສູນ​ການ​ຄ້າ​ລາວ-ໄອ​ເຕັກ ໂດຍເປັນ​ປະທານ​ຮ່ວມ​ຂອງ​ທ່ານ ​ຮສ.​ດຣ. ຄໍາ​ເປ ພົງ​ສະ​ຫວັດ ອຳນວຍ​ການ​ໂຮງໝໍ​ເຊດ​ຖາ​ທິ​ຣາດ ແລະ ທ່ານ ຄຳ​ເພື່ອນ ຂັນ​ຕິ​ວົງ ຜູ້ອຳນວຍການ​ໃຫຍ່​ບໍ​ລິສັດ ​ວຽງ​ທອງ​ການ​ຢາ ພ້ອມ​ດ້ວຍຜູ້​ອາຍຸ​ສູງ ເຂົ້າ​ຮ່ວມ​ກວດ​ສຸ​ຂະພາບ ປະມານ 2 ພັນ​ຄົນ.

ກິດຈະກຳ​ໃນ​ຄັ້ງ​ນີ້ ​ໄດ້​ເລີ່ມ​ແຕ່ເວລາ 7:00 ໂມງຫາ 12:30 ໂມງ ຜູ້​ອາຍຸ​ສູງ​ທີ່​ເຂົ້າ​ຮ່ວມ​ງານ ແມ່ນ​ໄດ້​ຮັບ​ການ​ກວດ​ສຸຂະພາບ ເພື່ອ​ຊອກ​ຫາ​ພະຍາດ​ຕ່າງໆ​ເຊັ່ນ: ຄວາມດັນເລືອດສູງ ພະຍາດຫົວໃຈ ແລະ ຫຼອດ​ເລືອດ ພະຍາດ​ຕຸ້ຍ ພະຍາດ​ເບົາຫວານ ພະຍາດ​ກະດູກ​ຜຸ່ຍ ພ້ອມ​ຮັບ​ຟັງ​ການບັນຍາຍ​ວິທີ​ການ​ປິ່ນປົວ ແລະ ປ້ອງ​ກັນ​ພະຍາດ​ບໍ່​ຕິດຕໍ່​ເວົ້າ​ລວມ ເວົ້າ​ສະເພາະແມ່ນ ​ວິທີ​ປິ່ນປົວ​ພະຍາດ​ເບົາຫວານ ພະຍາດ​ຄວາມດັນ​ເລືອດ​ສູງ ພະຍາດຫົວໃຈວາຍ ຮຽນ​ຮູ້​ວິທີ​ປ້ອງ​ກັນ​ການເກີດ​ເປັນ​ອຳມະພາດ ເປັນຕົ້ນ ຮູ້​ວິທີ​ຮັບ​ປະທານ​ອາຫານ​ທີ່​ມີ​ປະໂຫຍດ ວິທີ​ການ​ອອກກຳລັງ​ກາຍທີ່​ປອດ​ໄພ ແລະ ຍັງ​ໄດ້​ຮັບ​ຢາ​ທີ່ຈຳເປັນ​ຈຳນວນ​ໜຶ່ງ​ໂດຍ​ບໍ່​ເສຍຄ່າ​ຈາກ​ທີມ​ງານ​ແພດ ນອກຈາກນັ້ນ ຜູ້​ເຂົ້າ​ຮ່ວມ​ຍັງ​ຈັດ​ກິດຈະກຳຕ່າງໆ ເຊັ່ນ: ການ​ຊິງ​ໂຊກເອົາລາງວັນ ແຂ່ງຂັນ​ຮ້ອງເພງ ແຂ່ງຂັນ​ຄວາມ​ແຂງແຮງ​ຂອງ​ສຸ​ຂະພາບ ຮັບ​ຟັງ​ເພງ​ຈາກ​ນັກ​ຮ້ອງ​ທີ່ມີ​ຊື່​ສຽງ ສຳລັບ​ການ​ສະໜັບ​ສະໜູນ​ຂອງ​ບໍລິສັດ ​ວຽງ​ທອງ​ການຢາ​ ໃນ​ຄັ້ງ​ນີ້ ລວມ​ມູນ​ຄ່າ 60 ລ້ານ​ກີບ.

 

ແຫລ່ງຂ່າວ:

ວຈໝ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...