spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ດ່ານພາສີສາກົນ ສະໜາມບິນວັດໄຕ ຢຶດກັນຊາແຫ້ງ 15,3 ກິໂລ

ເຈົ້າໜ້າທີ່ດ່ານພາສີສາກົນ ສະໜາມບິນວັດໄຕ ຢຶດກັນຊາແຫ້ງ 15,3 ກິໂລ

Published on

6bfdf4d2dcb543df0760a66d19323e0d

ຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ ໄດ້​ກວດ​ຢຶດກັນຊາ​ແຫ້ງ​ຈຳນວນ 6 ແທ່ງ ນ້ຳໜັກ 15,3 ກິ​ໂລ ທີ່​ຊຸກເຊື່ອງໃນ​ກະເປົາ 3 ໜ່ວຍ ເພື່ອ​ກຽມ​ສົ່ງອອກ​ໄປ​ທະວີບ​ເອີ​ຣົບ ຜ່ານ​ທາງໄປສະນີ ໃນ​ວັນ​ທີ 21-22 ແລະ 23 ກັນຍາ 2015.

ພາຍ​ໃນ​ກະເປົາ ນອກຈາກ​ຈະມີ​ກັນຊາ ຍັງ​ພົບ​ໂສ້ງ​ຢີນ​ຂາ​ສັ້ນ ຈຳນວນ 33 ຜືນ ເພື່ອ​ອຳ​ພາງການ​ກວດກາ​ຂອງ​ເຈົ້າ​ໜ້າທີ່ ແຕ່ເນື່ອງ​ຈາກ​ເຈົ້າ​ໜ້າທີ່​ເຫັນ​ວ່າ​ກະເປົາ​ດັ່ງກ່າວ​ ມີ​ພິລຸດ ນ້ຳໜັກ​ຜິດປົກກະຕິ ຈຶ່ງ​ໄດ້​ກວດກາ​ຢ່າງ​ລະອຽດ ແລະ ພົບ​ສິ່ງ​ທີ່​ຜິດ​ກົດໝາຍຊຸກເຊື່ອງ​ຢູ່​ໃນ ຈຶ່ງ​ໄດ້​ຢຶດ​ໄວ້ ແລະ ປັດຈຸບັນ​ເຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ​ສະໜາມ​ບິນ​ວັດ​ໄຕ ກຳລັງສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ເພື່ອ​ຕິດຕາມ​ຜູ້​ກະທຳ​ຜິດ​ມາ​ລົງໂທດ​ ຕາມ​ລະບຽບ​ກົດໝາຍ.

ເຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ ໄດ້​ກ່າວ​ວ່າ: ນອກຈາກ​ພວກ​ເຮົາ​ຈະ​ຕັ້ງໜ້າ​ປະຕິບັດ​ໜ້າທີ່​ ທາງ​ດ້ານ​ເກັບ​ລາຍຮັບ​ເຂົ້າ​ງົບປະມານ​ແລ້ວ ວຽກງານ​ກວດກາ​ສິ່ງ​ຜິດ​ກົດໝາຍ ພວກ​ເຮົາ​ກໍ່​ໄດ້​ເອົາໃຈໃສ່​ຢ່າງຫ້າວຫັນ ເພື່ອ​ເຮັດ​ໃຫ້ການລັກລອບ​ສິ່ງ​ຜິດ​ກົດໝາຍ​ຫຼຸດໜ້ອຍ​ຖອຍ​ລົງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...