spot_img
Homeຂ່າວການສຶກສາເສັ້ນແສງ ທະແຍງມຸມ: ສື່ການຮຽນ-ການສອນຂອງປະເທດເພື່ອນບ້ານ

ເສັ້ນແສງ ທະແຍງມຸມ: ສື່ການຮຽນ-ການສອນຂອງປະເທດເພື່ອນບ້ານ

Published on

ສິ່ງໜຶ່ງທີ່ແອັດມິນພາກພູມໃຈ ໃນການເກີດເປັນຄົນລາວຄື ແອັດມິນກໍຄືຄົນລາວທົ່ວປະເທດ 80% ແມ່ນຟັງພາສາໄທເຂົ້າໃຈ (ເພາະເປັນພາສາຕະກຸນດຽວກັນ ຫຼືເວົ້າຢ່າງໜຶ່ງວ່າພາສາດຽວກັນ) ດັ່ງນັ້ນ, ຄົນລາວເຮົາຈຶ່ງມີໂອກາດໄດ້ຮຽນຮູ້ ຈາກປະເທດໄທທຸກທິດທາງ ບໍ່ວ່າຈະເປັນບົດຮຽນ, ວິທະຍາສາດ, ວິທະຍາການ, ຂ່າວ, ບັນເທີງ, ວິທີການ, ປະສົບການ ແລະອື່ນໆ

ແລະນີ້ຄືສື່ການຮຽນ-ການສອນ ຂັ້ນປະຖົມໃນປະເທດໄທ ນຳສະເໜີເພື່ອໃຫ້ໄດ້ຮຽນຮູ້ ແລະໄດ້ແນວທາງທາງຄວາມຄິດ ເຊິ່ງອາດຈະສາມາດຕໍ່ຍອດໄດ້.

ຖ້າຕ້ອງການເບິ່ງຄັງສື່ການສອນທີ່ຫຼາກຫຼາຍ ກໍສາມາດຄລິກເຂົ້າໄປເບິ່ງຢູ່ເວັບໄຊນີ້: http://www.dlit.ac.th/
ເຊິ່ງເໝາະສົມທີ່ສຸດກັບ ຄູ-ອາຈານ, ນັກຮຽນ, ນັກສຶກສາ, ຜູ້ອອກແບບສື່ການຮຽນ-ການສອນ ແລະບຸກຄົນທົ່ວໄປ.
ດຽວນີ້ປະເທດເຮົາກ້າວໜ້າທາງດ້ານ ເທັກໂນໂລຢີ່ຂໍ້ມູນຂ່າວສານແລ້ວ ເຮົາຕ້ອງໃຊ້ມັນໃຫ້ເກີດປະໂຫຍດທີ່ສຸດ, ໂຮງຮຽນຄວນມີເວັບໄຊ, ມີລະບົບອອນລາຍນ໌ ເພື່ອເປັນຈຸດນັດພົບກັນຂອງນັກຮຽນ, ຄູ-ອາຈານ, ເປັນຄັງຄວາມຮູ້ ແລະອື່ນໆ
ລະບົບຂໍ້ມູນຂ່າວສານອອນລາຍນ໌ ມີຄວາມສຳຄັນຕໍ່ທັງນັກຮຽນແລະຄູອາຈານ ເພາະໃນຊີວິດປະຈຳວັນຈະຂາດສິ່ງນີ້ບໍ່ໄດ້ແລ້ວ ການປະກອບອາຊີບໃນອະນາຄົດຂອງນັກຮຽນ ກໍລ້ວນແຕ່ຢູ່ໃນລະບົບອອນລາຍໄປແລ້ວ. ຖ້າເຮົາສາມາດເອົາເດັກນ້ອຍຫຍັບເຂົ້າ ເພື່ອຮຽນຮູ້ສິ່ງນີ້ໄວ້ແຕ່ຕອນນີ້ ກໍຍິ່ງຈະເປັນການດີ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...