Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດໃຫຍ່ຢຽບລົດຈັກ ສາຫັດສອງຄົນ

ລົດໃຫຍ່ຢຽບລົດຈັກ ສາຫັດສອງຄົນ

Published on

ຕາມການລາຍງານຂອງ ໜ່ວຍກູ້ໄພ ມຸນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວວ່າ ວັນທີ 7/10/2015 ເວລາ 20:52 ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮັບແຈ້ງຈາກປະຊາຊົນທາງເບີສຸກເສີນ 1623 ວ່າ ມີເຫດລົດໃຫຍ່ຕຳລົດຈັກຢູ່ທາງໂຄ້ງ ບ້ານຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ພໍຮອດຈຸດເກີດເຫດ ພົບຄົນເຈັບ 2 ຄົນ. ຄົນທີ່ 1 ເພດຊາຍ ອາການເບື້ອງຕົ້ນ ກົກຂາເບື້ອງຂວາພິກໂບກ ມີບາດແຜ່ເປີດໃຫຍ່ຢູ່ຫົວ ມີບາດແຜ່ຕາມຕົນໂຕ ມີສະຕິ. ຄົນທີ່2 ເພດຍິງ ອາການເບື່ອງຕົ້ນ ຂາເບື່ອງຂວາຫັກ ຫູເບື້ອງ ຊ້າຍຈີກ ມີບາດແຜ່ຕາມຕົນໂຕ ມີສະຕິ.

ດັ່ງນັ້ນຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວ ນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ;

ບໍລິເວນດັ່ງກ່າວ ພົບເຫັນລົດຈັກຜູ້ປະສົບເຫດ ຢູ່ກ້ອງລົດໃຫຍ່ (ລົດກະບະ).
1459660_435713876621370_8952684716867477140_n 12074514_435713919954699_3274881582389863872_n 12096034_435713903288034_2386039478565025983_n 12106907_435713866621371_7971517041905021019_n 12107893_435713853288039_4713272479040047350_n 12144713_435713836621374_6343403493433861364_n

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...