Homeຂ່າວພາຍ​ໃນກ້ອນສວນສະໜາມ ວຊນ ກຳລັງເຝິກແອບຢ່າງຂຸ້ນຂ້ຽວ

ກ້ອນສວນສະໜາມ ວຊນ ກຳລັງເຝິກແອບຢ່າງຂຸ້ນຂ້ຽວ

Published on

fri15nov1

ປັດຈຸບັນນີ້, ກ້ອນສວນສະ ໜາມຂອງວິທະຍາຄານບັນ ຊາເສນາທີ່ຈະເຂົ້າຮ່ວມສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວກຳລັງດຳ ເນີນການເຝິກແອບຢ່າງຂຸ້ນ ຂ້ຽວເພື່ອໃຫ້ມີຄວາມເປັນເອ ກະພາບ, ເປັນລະບຽບຮຽບ ຮ້ອຍ ແລະ ຈົບງາມ.  ນັກຂ່າວວິທະຍາຄານດັ່ງ ກ່າວລາຍງານວ່າ: ການເຝິກ ແອບຂອງກ້ອນສວນສະ ໜາມ ຍາມໃດກໍ່ໄດ້ຮັບການ ຊີ້ນຳ-ນຳພາ, ໃກ້ຊິດຕິດແທດ ຈາກຄະນະພັກ-ຄະນະອຳ ນວຍການວິທະຍາຄານ, ບັນ ດາສະຫາຍຄະນະຮັບຜິດ ຊອບ, ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມໄດ້ພ້ອມກັນຍົກ ສູງນ້ຳໃຈອົດທົນຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ການ ທົດສອບເພື່ອພ້ອມກັນເຮັດ ສຳເລັດໜ້າທີ່ ທີ່ໄດ້ຮັບມອບ ໝາຍ.
ໃນໂອກາດລົງຕິດຕາມກວດ ກາການເຝິກແອບກ້ອນສວນ ສະໜາມເມື່ອວັນທີ 7 ພະຈິກ ນີ້, ພັນເອກ ບຸນຍໍ ແພງແກ້ວ, ຫົວໜ້າອຳນວຍການວິທະຍາ ຄານບັນຊາເສນາກໍ່ໄດ້ຮຽກ ຮ້ອງໃຫ້ບັນດາຄະນະນຳ, ນາຍ ແລະ ພົນທະຫານແຕ່ລະ ສະຫາຍພ້ອມກັນສູ້ຊົນເຝິກ ແອບໃຫ້ມີຄວາມເປັນເອກະ ພາບ, ຈົບງາມ ແລະ ເຂັ້ມ ແຂງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...