spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄວລຸ້ນຍົກລໍ້ພາດທ່າ ຕົກລົງມາໜ້າຈີກ

ໄວລຸ້ນຍົກລໍ້ພາດທ່າ ຕົກລົງມາໜ້າຈີກ

Published on

ລາຍງານຈາກ ທີມງານອາສາສະໝັກ ກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ວ່າ ວັນທີ 6 ຕຸລາ 2015 ເວລາ 12:50 ນາທີ ໄດ້ຮັບແຈ້ງເຫດ ວ່າມີໄວລຸ້ນເກີດອຸບັດເຫດບາດເຈັບ ບໍລິເວນບ້ານ ຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເມື່ອໄປເຖິງພົບໄວລຸ້ນຊາຍ 2 ຄົນ ອາຍຸລະຫວ່າງ 13-15 ປີ ມີອາການບາດເຈັບທີ່ໃບໜ້າ, ແຂນ, ຫົວເຂົ່າ ແລະຫົວ.

ຈາກການບອກເລົ່າຂອງຜູ້ເຫັນເຫດການ ບອກວ່າ ທັງ 2 ຂັບລົດຈັກທັງໄວ, ສົ່ງສຽງດັງ, ມັກຍົກລໍ້ ແລະທີ່ເກີດເຫດຄັ້ງນີ້ ຄົງເປັນຍ້ອນຄວາມຜິດພາດ ໂຊກຍັງດີວ່າບໍ່ໄປຕຳເອົາໃຜໃຫ້ໄດ້ຮັບບາດເຈັບ ແລະ ສ້າງຄວາມເດືອດອຮ້ອນຂຶ້ນຕື່ມ.

12115768_793012227491373_3243202423924773446_n 12118748_793012247491371_4026305345318758844_n

ຂ່າວຈາກ: ນາທີຊີວິດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...