Homeຂ່າວການພັດທະນາເສັ້ນທາງເບຕົງຫາດຊາຍຂາວ-ດົງສະຫວາດສຳເລັດແລ້ວ 100%

ເສັ້ນທາງເບຕົງຫາດຊາຍຂາວ-ດົງສະຫວາດສຳເລັດແລ້ວ 100%

Published on

ec88e83015909704f01dc3dc5921ff44

ໂຄງການ​ກໍ່ສ້າງ​ເສັ້ນທາງ​ເບຕົງ​ເສີມ​ເຫຼັກ ແຕ່​ບ້ານ​ຫາດ​ຊາຍຂາວ ເມືອງ​ຫາດ​ຊາຍ​ຟອງ ຫາບ້ານ​ດົງ​ສະຫວາດ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ມາ​ຮອດ​ປັດຈຸບັນ​ນີ້​ ແມ່ນ​ກໍ່ສ້າງສຳເລັດ​ແລ້ວ 100% ດ້ວຍຄວາມ​ຍາວ​ປະມານ 2 ກິ​ໂລແມັດ ໜ້າ​ທາງ​ກວ້າງ 7 ແມັດ ຄວາມ​ກວ້າງ​ຂອງ​ທາງ​ຄົນ​ຍ່າງທັງ​ສອງ​ຟາກ 1,50 ແມັດ ລວມມູນ​ຄ່າ​ການ​ກໍ່ສ້າງທັງ​ໝົດ 39.848.051.214 ກີບ ແລະ ປັດຈຸບັນ​ ພ້ອມ​ແລ້ວ​ທີ່​ຈະ​ເປີດ​ນຳໃຊ້​ເສັ້ນທາງ​ດັ່ງກ່າວ ແລະ ໂຄງການ​ໂດຍ​ແມ່ນ​ບໍລິສັດ ແສງ​ວິ​ໄຊກໍ່ສ້າງ​ຂົວ​ທາງກຼຸບ ຈຳກັດ ຜູ້ດຽວ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ພາຍຫຼັງ​ກໍ່ສ້າງ​ສຳເລັດ ວັນ​ທີ 30 ກັນຍາ 2015 ທາງ​ຄະນະກຳມະການ​ກວດກາ​ຂັ້ນ​ເມືອງຫາດ​ຊາຍ​ຟອງ ໄດ້​ລົງ​ຕິດຕາມກວດເບິ່ງ​ຄວາມ​ຮຽບ​ຮ້ອຍ​ ໃນດ້ານ​ຕ່າງໆ​ຂອງ​ລະບົບ​ການ​ກໍ່ສ້າງ ໂດຍ​ມີ​ທ່ານ ຂັນ​ທອງ ແກ້ວດວງ​ສີ ປະທານ​ກວດກາ​ພັກ-ລັດ ເມືອງ​ຫາດ​ຊາຍ​ຟອງ ມີ​ຜູ້​ຕາງໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ພະ​ແນກ ​ຍທຂ ນະຄອນ​ຫຼວງ ເມືອງ ບໍລິສັດ ພະນັກງານ​ວິຊາ​ການ ແລະ ນາຍບ້ານ ເຂົ້າ​ຮ່ວມ.

ທ່ານ ແພງ​ຕາ ລາດ​ສະ​ຈັກ ທີ່​ປຶກສາ​ບໍລິສັດ​ໂຄງການ​ກໍ່ສ້າງເສັ້ນທາງ​ດັ່ງກ່າວ ໄດ້​ລາຍ​ງານກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ໂຄງການ ເຊິ່ງ​ໂຄງການ​ດັ່ງກ່າວ​ ໄດ້ລົງມື​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ວັນ​ທີ 13 ມິຖຸນາ 2014 ເປັນຕົ້ນ​ມາ ແລະ ມີ​ສັນຍາ​ຮັບ​ເໝົາ​ກໍ່ສ້າງ​ໃຫ້ສຳເລັດ​ພາຍ​ໃນ 16 ເດືອນ ຮອດປັດຈຸບັນ​ແມ່ນ​ສຳເລັດ 100% ພ້ອມ​ດຽວ​ກັນ ການ​ລົງມື​ປະຕິບັດການ​ກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ ອອກ​ຈາກ​ເສັ້ນທາງ​ລົງ​ສູ່​ໜອງບົວ​ໃໝ້ ພ້ອມ​ທັງ​ລວງ​ຮ່ອງ​ໜອງບົວ​ໃໝ້ ມີ​ມູນ​ຄ່າ 2.964.185.950 ກີບ ໂດຍແມ່ນ​ທຶນ​ຂອງ​ບໍລິສັດ​ ຮັບ​ເໝົາ​ກໍ່ສ້າງ​ເປັນ​ຜູ້​ລົງທຶນ​ກ່ອນ ແລະ ຜ່ານ​ການ​ລົງ​ກວດກາ​ຕິດຕາມຄັ້ງ​ນີ້ ​ກໍ່​ເຫັນ​ໂຄງການ​ແມ່ນ​ໄດ້ປະຕິບັດ​ຕາມ​ສັນຍາ ແລະ ໄປຕາມ​ໜ້າ​ວຽກ​ທີ່​ວາງ​ໄວ້ ກໍ່​ຄື​ການກໍ່ສ້າງ​ໄດ້​ມາດຕະຖານ​ເຕັກນິກ ແລະ ຕໍ່​ໄປ​ກໍ່​ເຮັດ​ໃຫ້ການ​ສັນຈອນ​ໄປ​ມາ​ຂອງ​ປະຊາຊົນ​ເຂດດັ່ງກ່າວ ​ມີ​ຄວາມ​ສະດວກ​ສະບາຍ​ຫຼາຍ​ຂຶ້ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...