spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຜູ້ເສຍຫາຍ ຟ້ອງບໍລິສັດ ແມັກຄີ 460,000 ໂດລາ

ຜູ້ເສຍຫາຍ ຟ້ອງບໍລິສັດ ແມັກຄີ 460,000 ໂດລາ

Published on

ເມື່ອວັນທີ 17 ກັນຍາ 2015 ທີ່ຜ່ານມາ ກຸ່ມຜູ້ຮ່ວມທຶນກັບ ບໍລິສັດ ແມັກຄີຯ (Maxkey Stable Worldwide Limited) ຈຳນວນ 15 ຄົນ ຈາກທັງໝົດຫຼາຍກວ່າ 2000 ຄົນໃນທົ່ວປະເທດ ໄດ້ຍື່ນໃບຮ້ອງຟ້ອງ ບໍລິສັດ ແມັກຄີຯ ຮຽກຄ່າເສຍຫາຍເປັນຈຳນວນເງິນ 460,000 ໂດລາສະຫະລັດ ຕໍ່ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນ ເພື່ອໃຫ້ດຳເນີນຄະດີກັບ ບໍລິສັດ ແມັກຄີຯ ໂດຍເນື້ອໃນຂອງໃບຮ້ອງຟ້ອງ ໄດ້ກ່າວວ່າ ບໍລິສັດ ແມັກຄີຯໄດ້ກະທຳຜິດ 3 ປະການໃຫຍ່ ຄື:

1. ລະເມີດຕໍ່ສັນຍາທີ່ມີກັບຜູ້ຮ່ວມທຶນ (ລູກຄ້າ)
2. ຟອກເງິນໃນລະດັບຊາດແລະສາກົນ
3. ການດຳເນີນທຸລະກິດທີ່ບໍ່ຖືກຕ້ອງໃນລາວ ແລະສາກົນ

ໂດຍກ່ອນຈະດຳເນີນການຮ້ອງຟ້ອງນັ້ນ ບໍລິສັດ ແມັກຄີຯ ບໍ່ໄດ້ຈ່າຍເງິນປັນຜົນແກ່ພວກຕົນ ມາແລ້ວ 3 ເດືອນ ແລະບໍລິສັດດັ່ງກ່າວໄດ້ຢຸດຕິການເຄື່ອນໄຫວ ແລ້ວບໍ່ໄດ້ສົ່ງເງິນລົງທຶນແກ່ ຜູ້ຮ່ວມທຶນທັງໝົດໃນປະເທດລາວ ທີ່ມີມູນຄ່າການຮ່ວມທຶນລວມຫຼາຍກວ່າ 15 ລ້ານໂດລາສະຫະລັດ.

ແນວໃດກໍຕາມຝ່າຍບໍລິສັດ ແມັກຄີຯ ຍັງບໍ່ໄດ້ອອກມາໃຫ້ຂ່າວແຕ່ຢ່າງໃດ ດັ່ງນັ້ນ ຈຶ່ງຍັງຕ້ອງລໍຖ້າຟັງຂ່າວຈາກອີກຝ່າຍໜຶ່ງ ຕໍ່ໄປ.

ແມັກຄີ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...