spot_img
Homeຂ່າວພາຍ​ໃນຫາລືການແກ້ໄຂບັນຫາຢາເສບຕິດ

ຫາລືການແກ້ໄຂບັນຫາຢາເສບຕິດ

Published on

ເມື່ອທ້າຍອາທິດຜ່ານມານີ້, ຢູ່ແຂວງສະຫວັນນະເຂດ, ໄດ້ມີກອງປະຊຸມຖອດຖອນບົດຮຽນ ແລະ ປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ, ໂດຍການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ການ​ປົກຄ​ອງ ​ແລະ​ບັນຫາ​ຢາ​ເສບ​ຕິດ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍເພື່ອ​ສະຫລຸບ​ຕີ​ລາຄາ ​ແລະ​ ຖອດ​ຖອນ​ບົດຮຽນ​ຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ຂອງ​ທ່ານນາຍົກລັດຖະມົນຕີວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ, ສະກັດ​ກັ້ນ ​ແລະ​ຕ້ານ​ຢາ​ເສບ​ຕິດ ​ແລະ ​ການ​ປູກ​ຝິ່ນ-ປູກ​ກັນຊາ, ພ້ອມ​ນັ້ນ​,​ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ,ມາດ​ຕະການ​ສະກັດ​ກັ້ນ​ການ​ປູກ​ຝິ່ນ ​ແລະ ​ແກ້​ໄຂ​ບັນຫາ​ສິ່ງ​ເສບ​ຕິດ ​ໃນໜຶ່ງປີຜ່ານມາ.

ປັດຈຸບັນຜູ້​ທີ່​ມີ​ຄວາມ​ສ່ຽງ​ພົວພັນ​ ​ແລະ ​ເສບຢາ​ເສບ​ຕິດ​​ແມ່ນມີລັກສະນະ​ເພີ່ມ​ຂຶ້ນ​ຫລາຍ​ໃນ​ເຂດ​ຕົວ​ເມືອງ ​ແລະ ​ແຜ່​ລະບາດ​ໄປ​ເຖິງ​ພື້ນ​ທີ່​ຫ່າງ​ໄກສ​ອກຫລີກ, ທຸລະກັນດານ, ປາກົດ​ວ່າມີຄົນ​ເສບ​ຢາ​ບ້າ, ການ​ຊື້-ຂາຍ, ການຂົນ​ສົ່ງ, ນຳ​ຜ່ານ ​ແລະ ​ເສບ​ຢາ​ເສບ​ຕິດ ​ທີ່ແຜ່​ລະບາດ​ໄປ​ສູ່​ກຸ່ມ​ຄົນ​ໄວ​ໜຸ່ມ​ຢ່າງ​ຮຸນ​ແຮງກໍ່​ໃຫ້​ເກີດ​ມີ​ປະກົດ​ການ​ຫຍໍ້​ທໍ້, ຄວາມ​ບໍ່​ສະຫງົບ ​ແລະ ​ຄວາມ​ບໍ່​ເປັນ​ລະບຽບ​ຕໍ່​ສັງຄົມ ​ແລະ ເຖິງ​ຂີດ​ໝາຍ​ທີ່​ຈະ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ, ບັນຫາ​ຢາ​ເສບ​ຕິດ​ຢູ່​ປະ​ເທດ​ເຮົາ​ແມ່ນ​ໜຶ່ງ​ໃນ​ບັນດາ​ປາກົດ​ການ​ຫຍໍ້​ທໍ້ ​ແລະ ​ເປັນ​ເຄື່ອງມື​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ,​ ເຊິ່ງທຸກ​ພາກສ່ວນ​ທົ່ວ​ສັງຄົມຈະ​ຕ້ອງ​ໄດ້​ຮ່ວມ​ກັນ​ແກ້​ໄຂລວມ​ເຖິງ​ໃຫ້​ຄຳ​ແນະນຳ​ຕໍ່ກຸ່ມ​ສ່ຽງ​ໂດ​ຍສະ​ເພາະ​ໄວໜຸ່ມ-​ເຍົາວະ​ຊົນ​ໃຫ້​ເຫັນ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດຫລາຍຂຶ້ນ.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/blog-post_85.html

ລພນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...