spot_img
Homeຂ່າວການພັດທະນາເລີ່ມລົງມືກໍ່ສ້າງທາງແຕ່ໄຟແດງດົງໂດກຫາໄຟແດງຕານມີໄຊເປັນທາງເບຕົງ

ເລີ່ມລົງມືກໍ່ສ້າງທາງແຕ່ໄຟແດງດົງໂດກຫາໄຟແດງຕານມີໄຊເປັນທາງເບຕົງ

Published on

ທ່ານຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງ ຈັນເດດສົງຄາມ ທໍາມະວົງ ໄດ້ໃຫ້ສໍາພາດໜັງສືພິມລາວພັດທະນາໃນວັນທີ 5 ຕຸລານີ້ວ່າ: ການກໍ່ສ້າງເສັ້ນທາງເບຕົງແຕ່ 4 ແຍກໄຟແດງດົງໂດກຫາ 4 ແຍກໄຟແດງບ້ານຕານມີໄຊໄດ້ເລີ່ມລົງມືແລ້ວເມື່ອທ້າຍອາທິດຜ່ານມາ, ໃນຄວາມຍາວ 2,5 ກິໂລແມັດ, ປູເບຕົງອັດແໜ້ນໜາປະມານ 23 ຊັງຕີແມັດ ແລະ ມີຄວາມກວ້າງ 28 ແມັດ, ໃນມູນຄ່າ 10 ລ້ານໂດລາສະຫະລັດ ຫລື ປະມານ 80 ຕື້ກີບ, ໂດຍນໍາໃຊ້ງົບປະມານຈາກແຫລ່ງທຶນສໍາລັບປັບປຸງພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນຈໍານວນ 95 ລ້ານໂດລາສະຫະລັດ, ທີ່ກູ້ຢືມຈາກທະນາຄານເອັກຊີມແບງ (EXIM BANK)ສປ ຈີນ ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນກາງປີ2016 ນີ້. ປັດຈຸບັນພວມດໍາເນີນການຍົກຍ້າຍເສົາໄຟຟ້າ, ນໍ້າປະປາ ແລະມ້າງສິ່ງກີດຂວາງອອກຈາກແລວເຂດກໍ່ສ້າງໃຫ້ສໍາເລັດໂດຍໄວ.

ທ່ານ ເດດສົງຄາມ ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວແຕ່ເດີມມີຄວາມກວ້າງພຽງ 12 ແມັດ, ເປັນທາງປູຢາງທໍາມະດາ ແລະ ນໍາໃຊ້ມາຫລາຍກວ່າ 10 ປີແລ້ວ ແລະ, ເປັນເສັ້ນທາງສາຍໜຶ່ງມີຄວາມສໍາຄັນຕໍ່ການສັນຈອນຂອງພາ ຫະນະເຂົ້າ-ອອກລະຫວ່າງຊານເມືອງ ແລະ ຕົວເມືອງ, ທັງເປັນເສັ້ນທາງເຊື່ອມຕໍ່ການລໍາລຽງຂົນສົ່ງສີນຄ້າລະຫວ່າງພາກໃຕ້ຫາພາກເໜືອໃນແຕ່ລະວັນ ແລະ ປັດຈຸບັນການສັນຈອນໄປມາບົນເສັ້ນທາງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນເສັ້ນທາງຊຸດໂຊມເປ່ເພໜັກໜ່ວງ, ມີຫລາຍຍ່ານເປັນຂຸມເລິກເມື່ອມີຝົນຕົກກໍເປັນບວກເປີະເປື້ອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງ່ໄປເປັນບໍລິເວນກວ້າງ, ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ການດໍາລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງ ແລະ ຜູ້ສັນຈອນໄປມາ, ສະນັ້ນ ຈຶ່ງເຫັນວ່າມີຄວາມຈໍາເປັນຮີບດ່ວນເພື່ອກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ມີມາດ ຕະຖານ ແລະ ສວຍງາມ.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/blog-post_81.html

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...