spot_img
Homeຂ່າວພາຍ​ໃນນະຄອນຫລວງວຽງຈັນ 7 ວັນ ມີຜູ້ເສຍຊີວິດ 5 ຄົນຍ້ອນອຸປະຕິເຫດ

ນະຄອນຫລວງວຽງຈັນ 7 ວັນ ມີຜູ້ເສຍຊີວິດ 5 ຄົນຍ້ອນອຸປະຕິເຫດ

Published on

ເຈົ້າ​ໜ້າ​ທີ່​ ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ​ໃນ​ຄື​ນ​ວັນ​ທີ 28 ກັນຍາ​ຜ່ານ​ມາ,ຢູ່​ເຂດ​ບ້ານ​ສົມປະ​ເສີດ ​ເມືອງ​ໄຊ​ທາ​ນີ, ​ໄດ້​​ເກີດອຸປະຕິ​ເຫດ​ລົ​ດ​ເມ​ຕຳ​ເອົາ​ທ້າຍ​ລົດຈັກ ​ເຮັດ​ໃຫ້​ທ້າວ ບຸນ​ມີ (ຜູ້​ຂັບ​ຂີ່​ລົດຈັກ) ອາຍຸ 25 ປີ ກຳມະກອນ ຢູ່​ບ້ານ​ນາ​ໄຊ ​ເມືອງ​ທ່າ​ພະ​ບາດ ​ແຂວງ​ບໍລິ​ຄຳ​ໄຊ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ​ຄືນ​ວັນ​ທີ 1 ຕຸລາ​ນີ້, ຢູ່​​ເຂດ​ບ້ານ​ນາ​ຜາ​ສຸກ, ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ເກີດ​ເຫດ​ລົດ​ໃຫຍ່​ຕຳ​ລົດຈັກ ​ເຮັ​ດ​ໃຫ້​ທ້າວ ວັນນາ (ຜູ້​ຂັບ​ຂີ່​ລົດຈັກ) ອາຍຸ 35 ປີ ກຳມະ ກອນ ຢູ່​ບ້ານ​ບໍ່​ເຫລັກ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ເສຍ​ຊີວິດ​, ​ໃນ​ຕອນ​ເຊົ້າ​ມືດ​ຂອງ​ວັນ​​ຕໍ່​ມາ, ​ໄດ້​ເກີດອຸປະຕິ​ເຫດລົດ​ໃຫຍ່​ຕຳ​ຄົນ​ຍ່າງ ​ຢູ່​​ເຂດ​ບ້ານພະ​ໂພ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງຈັນ, ​ເຮັດ​ໃຫ້​ພໍ່​ຕູ້​ທະວິ​ນ ອາຍຸ 87 ປີ ຢູ່​ບ້ານ​ດັ່ງກ່າວ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ຕອນ​ຄ້າຍ​ແລງຂອງ​ວັນ​ທີ 4 ຕຸລາ​ນີ້, ກໍ​ເກີດ​ອຸປະຕິ​ເຫດ​ລົດ​ໃຫຍ່​ຕຳ​ລົດຈັກ ​ຢູ່​ເຂດ​ບ້ານ​ໜອງ​ແຫ້ວ ​ເມືອງ​ຫາດ​ຊາຍ​ຟອງ, ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ​ຄື: ທ້າວ ຄຳ​ຝົນ ອາຍຸ 53 ປີ ກຳມະກອນ ຢູ່​ບ້ານ​ນາ​ໄຫ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງຈັນ ​ເສຍ​ຊີວິດ​ຄາ​ທີ່.

​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ອຸປະຕິ​ເຫດ​ມັກ​ເກີດ​ຂຶ້ນ​ໃນ​ຍາມ​ຄ່ຳ​ຄືນ, ສ່ວນ​ຫລາຍ​ແມ່ນຍ້ອນ​ຜູ້​ຂັບ​ຂີ່ດື່ມ​ສິ່ງ​ມືນ​ເມົາ​ແລ້ວ​ຂັບ​ຂີ່, ຂັບ​ຂີ່​ລົດ​​ໄວ ບໍ່​ນັບຖື​ລະບຽບ​ຈະລາຈອນ, ດັ່ງ​ນັ້ນ ​ເຈົ້າ​ໜ້າ​ທີ່​ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ຜູ້​ໃຊ້​ລົດ​ຖະໜົນທຸກ​ຄົນຈົ່ງ​ມີ​ສະ ຕິປະຕິບັດ​ລະບຽບ​ຈະລາຈອນ​ໃຫ້​ເຂັ້ມ​ງວດ.

ທີ່ມາ ໜັງສືພິມລາວພັດທະນາ http://laophatthananews.blogspot.com/2015/10/7-5.html

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...