Homeຂ່າວພາຍ​ໃນສະໂມສອນ ກມທ ໄດ້ຮັບການສ້ອມແປງ - ຕໍ່ເຕີມໃຫ້ມີໂສມໜ້າໃໝ່

ສະໂມສອນ ກມທ ໄດ້ຮັບການສ້ອມແປງ – ຕໍ່ເຕີມໃຫ້ມີໂສມໜ້າໃໝ່

Published on

15-11-2556 11-00-33

ໂຄງການສ້ອມແປງ-ຕໍ່ເຕີມສະໂມສອນ ກົມໃຫຍ່ ການເມືອງກອງທັບກຽມໃສ່ ງານສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 65 ປີ ທີ່ໄດ້ດຳເນີນມາແຕ່ ທ້າຍເດືອນເມສາ ປີ 2013 ນ້ັນໄດ້ສຳເລັດຕາມແຜນ ການ ແລະ ໄດ້ຈັດພິທີມອບ- ຮັບນຳໃຊ້ຢ່າງເປັນທາງການ  ໃນຕອນເຊົ້າວັນມີ 14 ພະ  ຈິກນີ້.
ໂຄງການດັ່ງກ່າວແມ່ນບໍ ລິສັດ ST ສຳຫລວດອອກ ແບບກໍ່ສ້າງ ແລະ ຂົວທາງຈຳ ກັດຂອງ ທ່ານ ແສງທອງ ສີລະວົງ  ເປັນຜູ້ຮັບເຫມົາລວມ ມູນຄ່າ 4.476.800.000 ກີບ ໂດຍວຽກສ້ອມແປງໃຫມ່ ລວມມີ 12 ຫນ້າວຽກຄື: ກໍ່ ໂບກ, ຕິດຫລ່ຽມ, ຕິດບົວ, ຕົບແຕ່ງເສົາໂຊ, ມຸງຫລັງຄາ- ກະເບື້ອງໃຫມ່, ວຽກເພດານ  ດ້ານນອກ ແລະ ໃນ, ຕິດຕັ້ງ ແຜ່ນເກັບສຽງ, ຕົບແຕ່ງບົວ- ປາໂນ, ຕິດຕັ້ງຝາແກ້ວ, ວຽກ ສີ, ຕິດຕັ້ງລະບົບປ້ຳນ້ຳ, ແລ່ນ  ທໍ່, ວຽກໄຟຟ້າ ແລະ ສ້ອມ ແປງຫ້ອງນ້ຳໃຫ້ມີສີສັນ ແລະ ທັນສະໄຫມກວ່າເກົ່າ, ສ່ວນ ວຽກຕໍ່ເຕີມນັ້ນແມ່ນໄດ້ຂະ ຫຍາຍຫ້ອງຮັບຮອງອອກຕື່ມ ໃຫ້ສາມາດຮັບຮອງແຂກຂັ້ນ ສູງໄດ້ຫລາຍກວ່າເກົ່າ.
ກ່າວຄຳເຫັນໃນໂອກາດ ຮັບເອົາໂຄງການດັ່ງກ່າວພົນ ຈັດຕະວາ ວິໄລ ຫລ້າຄຳຟອງ ຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ, ຜູ້ຊີ້ນຳໂຄງ ການໄດ້ຕີລາຄາສູງຕໍ່ພະນັກ ງານວິຊາການ ແລະ ກຳມະ ກອນຂອງບໍລິສັດ ຜູ້ຮັບເຫມົາ  ທີ່ໄດ້ສູ້ຊົນປະຕິບັດບັນດາ ຫນ້າວຽກໃຫ້ສຳເລັດລຸໂລ່ງ ໄປດ້ວຍດີ ໂດຍບໍ່ມີຄວາມຜິດ ພາດດ້ານເຕັກນິກ ແລະ ບໍ່ໄດ້ ມີການປັບປຸງປ່ຽນແປງໃຫມ່, ພ້ອມທັງໄດ້ເນັ້ນໃຫ້ຫ້ອງການ ບໍລິຫານ ກມທ ເອົາໃຈໃສ່ຊີ້ ນຳພະນັກງານທີ່ຮັບຜິດຊອບ  ເພີ່ມທະວີນ້ຳໃຈປົກປັກຮັກ ສາ ຄຸ້ມຄອງນຳໃຊ້ໃຫ້ດີໃຫ້ ກຸ້ມຄ່າກັບທຶນຮອນງົບປະ ມານທີ່ພັກ-ລັດຂັ້ນເທິງສະ ຫນອງໃຫ້.
ເຂົ້າຮ່ວມໃນພິທີມອບ-ຮັບ ໂຄງການດັ່ງກ່າວມີພະນັກ ງານທີ່ກ່ຽວຂ້ອງຈາກກົມກໍ່  ສ້າງ-ຄຸ້ມຄອງຊັບສິນ ກົມ ແຜນການ-ການເງິນກົມໃຫຍ່ ພະລາທິການ, ກົມກວດກາ ກອງທັບ ແລະ ພະນັກງານທີ່ ກ່ຽວຂ້ອງພາຍໃນອົງການກົມ ໃຫຍ່ການເມືອງກອງທັບ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...