ການແຂ່ງຂັນບານເຕະ AFC U-19 Championship qualification ທີ່ລາວເຮົາໄດ້ເຮົາໄດ້ຮັບກຽດເປັນເຈົ້າພາບໃນຮອບແບ່ງກຸ່ມເລີ່ມແຕ່ວັນທີ 2-6 ຕຸລາ 2015 ນີ້ ໄດ້ເດີນທາງມາຮອດໂຄ້ງສຸດທ້າຍຂອງການແຂ່ງຂັນແລ້ວ,ເຊີ່ງໃນນັດທຳອິດ ທີມຊາດລາວພົບກັບທີມຊາດຢີ່ປຸ່ນ ເສຍໄປ 0-2 ປະຕູ ແລະ ໃນວັນທີ 4 ຕຸລາ 2015 ນັດທີ 2 ຂອງການແຂ່ງຂັນຮອບແບ່ງກຸ່ມ ທີມຊາດລາວເຮົາ ເສຍປະຕູໃຫກັບ ທີມຊາດອົດສະຕາລີ 0-2 ປະຕູ ແລະ ນັດສຸດທ້າຍທີ່ຈະແຂ່ງຂັນໃນມື້ນີ້ວັນທີ 6 ຕຸລາ 2015 ທີມຊາດຢີ່ປຸ່ນ ພົບກັບ ທີມຊາດອົດສະຕາລີ ໃນເວລາ 16:00 ໂມງ, ສ່ວນວ່າທີມຊາດລາວ ພົບກັບ ທີມຊາດຟິລິບປິນ ໃນເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທັງ 2 ຄູ່ ປີ້ເຂົ້າຊົມລາຄາ 10,000 ກີບສາມາດຊື້ໄດ້ໜ້າທາງເຂົ້າ ສຳລັບໃຜທີ່ບໍ່ສາມາດໄປເຊຍຕິດຂອບສະໜາມໄດ້ແມ່ນສາມາດເບີ່ງຜ່ານໂທລະພາບແຫ່ງຊາດລາວຊ່ອງ 3
ນັດສຸດທ້າຍໃນການແຂ່ງຂັນຮອບແບ່ງກຸ່ມຂອງທີມຊາດລາວ U-19
1717
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.
ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...
ຂ່າວພາຍໃນ
ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ
ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...
ຂ່າວພາຍໃນ
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ
ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...
ຂ່າວພາຍໃນ
ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ
ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...


