Homeຂ່າວພາຍ​ໃນຜ້າອະນາໄມແບບຊັກໄດ້ ເທນໃໝ່ຂອງສາວ?!

ຜ້າອະນາໄມແບບຊັກໄດ້ ເທນໃໝ່ຂອງສາວ?!

Published on

ibg

ສາວໆ ຫລາຍຄົນອາດຈະເຄີຍຮູ້ມາແດ່ວ່າ ຍຸກກ່ອນທີ່ຈະມີຜ້າອະນາໄມເກີດຂຶ້ນມາເທິງໂລກ ລຸ້ນແມ່ເຖົ້າຂອງພວກເຮົາກໍໃຊ້ກາບໝາກພ້າວມາເຮັດເປັນຜ້າອະນາໄມນຳ ຫລື ກໍໃຊ້ຜ້າມາທົບກັນເປັນຊັ້ນໆ ຈາກນັ້ນກໍຖອດເອົາໄປຊັກມາໃຊ້ຄັ້ງຕໍ່ໄປ ແຕ່ໃຜເລີຍຈະຄິດວ່າ ພູມປັນຍາບ້ານໆ ກ່ອນທີ່ຈະມີວິວັດທະນາການຜ້າອະນາໄມແບບປະຈຸບັນຈະຖືກນຳກັບມາເປັນເທນຜ້າອະນາໄມແຫ່ງປີ 2000 ອີກຄັ້ງ ແຖມໄດ້ຍິນມາວ່າຜ້າອະນາໄມແບບຊັກໄດ້ກຳລັງຮິດໃນໝູ່ສາວຮັກໂລກອີກດ້ວຍ
ຜ້າອະນາໄມແບບຊັກໄດ້ຜະລິດມາຈາກຜ້າທີ່ມີຄຸນສົມບັດໃນການດູດຊັບຂອງແຫລວໄດ້ດີ ແລະມີຄວາມໂປ່ງ ເຊັ່ນ ຜ້າຄອດຕອນ ແລະຜ້າຂົນໜູເຍື່ອໄຜ່ ຊຶ່ງຈຸດເດັ່ນຂອງຜ້າເຫລົ່ານີ້ຍັງມີຄວາມນຸ່ມນວນ ບໍ່ລະຄາຍເຄືອງຕໍ່ຜິວອັນບອບບາງຂອງສາວໆ ໂດຍສະເພາະຜິວບໍລິເວນຈຸດລັບທີ່ຕ້ອງການຄວາມໃສ່ໃຈຫລາຍເປັນພິເສດ ທີ່ສຳຄັນເມື່ອຜ້າອະນາໄມແບບຊັກໄດ້ຜະລິດມາຈາກວັດດຸຜ້າ ດັ່ງນັ້ນຈຶ່ງແປໄດ້ວ່າສາວໆ ສາມາດໃຊ້ຜ້າອະນາໄມແລ້ວນຳກັບມາຊັກເຮັດຄວາມສະອາດເກັບໄວ້ໃສ່ໄດ້ອີກຫລາຍເທື່ອ ລຸດຄ່າໃຊ້ຈ່າຍທີ່ຕ້ອງຊື້ຜ້າອະນາໄມແບບເດີມມາໃຊ້ໄປໄດ້ພໍສົມຄວນ ແລະຍິ່ງໄປກວ່ານັ້ນ ຜ້າອະນາໄມແບບຊັກໄດ້ຍັງເປັນມິດກັບສິ່ງແວດລ້ອມ ເພາະສາມາດນຳກັບມາໃຊ້ໄດ້ອີກ ບໍ່ຕ້ອງໃຊ້ແລ້ວຖິ້ມເປັນມົນພິດຕໍ່ໂລກ ແຖມມີລາຍໃຫ້ເລືອກຫລາກຫລາຍ ທັງສີສັນສົດໃສ ຫລືຈະເປັນລາຍດອກໄມ້ ລາຍກາຕູນໜ້າຮັກກໍມີ ແລະຍັງມີໄຊສ໌ໃຫ້ເລືອກຫລາຍຂະໜາດ ດ້ວຍເຫດນີ້ຈຶ່ງຄອງໃຈສາວໆໄວລຸ້ນຫລາຍຂຶ້ນ
ແຕ່ກ່ອນຈະໃຊ້ຜ້າອະນາໄມແບບຊັກໄດ້ ແນະນຳໃຫ້ຊັກຜ້າອະນາໄມດ້ວຍນ້ຳສະບູ່ອ່ອນໆເພື່ອເປັນການຊະລ້າງຝຸ່ນລະອອງໃນໃຍຜ້າ ແລະເພື່ອເພີ່ມປະສິດທິພາບຂອງໃຍຜ້າໃນການດູດຊຶມຂອງແຫລວໄດ້ດີກວ່າເດີມ ອີກທັງຄວນຊັກຜ້າອະນາໄມໃຊ້ແລ້ວດ້ວຍນ້ຳເຢັນຫລືນ້ຳອຸນຫະພູມປົກກະຕິເນື່ອງຈາກຄວາມຮ້ອນອາດເຮັດໃຫ້ເລືອດປະຈຳເດືອນຍິ່ງຕິດຝັງແໜ້ນຈົນຊັກອອກຢາກ

pp1

pp2

pp3

pp5

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...