spot_img
Homeມຸມຂ່າວ AECລາວກຽມພ້ອມ ຈັດກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນຄັ້ງ ທີ 16

ລາວກຽມພ້ອມ ຈັດກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນຄັ້ງ ທີ 16

Published on

888_7892.05.10.1

ຂປລ. ສປປ ລາວ​ ກຽມ​ພ້ອມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມລັດຖະມົນຕີ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາ​ຊຽນ ຄັ້ງ​ທີ 16 ​ແລະ ກອງ ​ປະຊຸມ​ຄະນະ​ກໍາມະການ​ຮ່ວມ​ມື​ອາ​ຊຽນ ດ້ານ​ເຕັກ​ໂນ​ໂລ​ຊີ​ ຄັ້ງ​ທີ 70, ພ້ອມ​ດ້ວຍ​ກອງ​ປະຊຸມ​ປິ່ນ​ອ້ອມ​ຕ່າງໆ ​ເຊິ່ງຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 2-6 ພະຈິກ 2015 ນີ້ ຢູ່​ນະຄອນ ຫລວງ​ວຽງ​ຈັນ.

ທ່ານ ສຈ. ດຣ. ບໍ່​ວຽງ​ຄໍາ ວົງ​ດາລາ ລັດຖະມົນຕີ ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​, ໄດ້​ຖະ​ແຫລ​ງຂ່າວ​ໃນ​ວັນ​ທີ 5 ຕຸລາ 2015 ນີ້​ ຢູ່​ກະຊວງ​ດັ່ງກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ລັດ ຖະມົນຕີ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ຂອງ​ປະ​ເທດອາ​ຊຽນ ຈະ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນຫລາຍ​ບັນຫາ​ທີ່​ສໍາຄັນ​ເພື່ອ​ຊຸກຍູ້, ສົ່ງ​ເສີມ​ການ​ຮ່ວມ​ມືພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ຂອງ​ອາ​ຊຽນ ​ໃນ​ນັ້ນ, ​ຈະ​ລວມ​ເຖິງ​ການ​ປຶກສາ​ຫາລື​ ຮ່າງ​ແຜນ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ອາ​ຊຽນ​ໃນ​ໄລຍະ 2016-2025 ​​ເຊິ່ງ​ໄດ້​ຜ່ານ​ການ​ຄົ້ນ​ຄ້ວາ ​ແລະ ປັບປຸງ​ມາ​ໃນ​ຫລາຍ​ກອງ​ປະຊຸມ ​ແລະ ຫວັງ​ວ່າ​ຈະ​ສາມາດ​ຮັບຮອງ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ນີ້. ພ້ອມ ​ກັນ​ນີ້​ ກອງ​ປະຊຸມ​ຈະ​ໄດ້​ທົບ​ທວນຄືນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການຮ່ວມ​ມື​ອາ​ ຊຽນ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ໄລຍະ​ຜ່ານ​ມາ​, ໂດຍ​ສະ​ເພາະການຈັດ​ຕັ້ງ​ປະຕິບັດ​ໂຄງການ ​ແລະ ກິດຈະ​ກໍາ, ການ​ນໍາ​ໃຊ້​ກອງ​ທຶນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກໍາ​ອາ​ຊຽນ, ການທົບ​ທວນ​ຄວາມ​ຄືບ​ໜ້າ ​ແລະ ທິດ​ທາງ​ຮ່ວມ​ມື​ໃໝ່​ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ເຈລະຈາ​ອາ​ຊຽນ, ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ ​ແລະ ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ວຽກ​ງານ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ຊຽນ ​ແລະ ບັນຫາ​ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...