Homeມູມໄອທີລາວຕົກໃຈ! ໜຸ່ມ​ອິນ​ເດຍ​ຊື້​ໂດ​ເມນ Google. com ໄດ້​ໃນ​ລາ​ຄາ​ພຽງ 100.000 ກີບ

ຕົກໃຈ! ໜຸ່ມ​ອິນ​ເດຍ​ຊື້​ໂດ​ເມນ Google. com ໄດ້​ໃນ​ລາ​ຄາ​ພຽງ 100.000 ກີບ

Published on

ຕົກໃຈ! ໜຸ່ມ​ອິນ​ເດຍ​ຊື້​ໂດ​ເມນ Google. com ໄດ້​ໃນ​ລາ​ຄາ​ພຽງ 100.000 ກີບ ແຕ່​ໄດ້​ເປັນ​ເຈົ້າ​ຂອງ Google. com ພຽງແຕ່ 1 ນາ​ທີ

google_1
ເມື່ອ​ວັນທີ່ 1 ຕຸລາ ໄດ້​ມີ​ຂ່າວ​ຮື​ຮາ​ເມື່ອ Sanmay Ved ນັກ​ສຶກ​ສາ​ຊາວ​ອິນ​ເດຍ ໄດ້​ຊື້​ຊື່​ໂດ​ເມນ  Google.com ຈາກ Google Domain ບໍລິການ​ຈົດ​ທະ​ບຽນ​ຊື່​ໂດ​ເມນ​ຂອງ​ກູ​ເກີນ ໃນ​ລາ​ຄາ​ພຽງ $12 ຫຼື ​ປະ​ມານ 100.000 ກີບ​ເທົ່າ​ນັ້ນ ໂດຍ​ທ້າວ Sanmay Ved ໄດ້​ໄປ​ພົບ​ຊື່​ໂດ​ເມນ Google. com ຂາຍ​ຢູ່​ເທິງ Google Domain ໂດຍ​ບັງ​ເອີນ ແລະ ​ເມື່ອ​ພວກເຂົາ​ເຫັນ​ວ່າ​ມີ​ລາ​ຄາ​ພຽງແຕ່ $12 ຈຶ່ງ​ຕັດ​ສິນ​ໃຈ​ຊື້​ຢ່າງ​ບໍ່​ລັງ​ເລ ເຊີ່ງ​ຫລັງ​ຈາກ​ພວກເຂົາ​ກົດ​ຊື້​ແລ້ວ​ລະບົບ​ກໍ​ຕັດ​ເງີນ​ຈຳນວນ $12 ຈາກ​ບັດ​ເຄ​ດິດ​ຂອງ​ພວກເຂົາ ເຮັດໃຫ້​ພວກເຂົາ​ກາຍ​ເປັນ​ເຈົ້າ​ຂອງ​ໂດ​ເມນ Google. com ເປັນ​ທີ່​ຮຽບຮ້ອຍ

google_2

ຢ່າງໃດ​ກໍ​ຕາມ​ເມື່ອ​ເວລາ​ຜ່ານ​ໄປ​ພຽງ​ແຕ່​ນາ​ທີ​ດຽວ ກໍ​ມີ​ອີ​ເມລ​ຈາກ​ກູ​ເກີນ​ສົ່ງ​ມາ​ແຈ້ງ​ຍົກ​ເລີກ​ການ​ຊື້​ໂດ​ເມນ​ດັ່ງ​ກ່າວ​ທັນ​ທີ ພ້ອມ​ທັງ​ຄືນ​ເງີນ $12 ໃຫ້​ທ້າວ Sanmay Ved ເຕັມ​ຈຳນວນ ເຊີ່ງ​ການ​ທີ່​ກູ​ເກີນ​ເປັນ​ເຈົ້າ​ຂອງ​ຊື່​ໂດ​ເມນ  Google.com ຢູ່​ແລ້ວ ເຮັດໃຫ້​ການ​ໂອນ​ໂດ​ເມນ​ກັບ​ຄືນ​ມາ​ເຮັດ​ໄດ້​ບໍ່​ຍາກ​ ແລະ​ ທ້າວ Sanmay Ved ກໍ​ບໍ່​ໄດ້​ຂັດ​ຂ້ອງ​ຫຍັງ ນອກ​ຈາກ​ນີ້​ທ້າວ Sanmay Ved ຍັງ​ໄດ້​ແຈ້ງ​ໄປ​ຍັງ​ຝ່າຍ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ກູ​ເກີນ​ໃຫ້​ກວດ​ສອບ​ຄວາມ​ຜິດ​ພາດ​ດັ່ງ​ກ່າວ​ ໂດຍ​ໃນ​ຂະນະ​ນີ້​ໃນ  Google Domain ບໍ່​ປາກົດ​ຊື່​ໂດ​ເມນ Google. com ໃຫ້​ຊື້​ອີກ​ແລ້ວ

google_3

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...