spot_img
Homeຂ່າວພາຍ​ໃນລາວຟອດຊິຕີ ສະໜັບສະໜູນສະໂມສອນລ້ານຊ້າງ ຢູໄນເຕັດ

ລາວຟອດຊິຕີ ສະໜັບສະໜູນສະໂມສອນລ້ານຊ້າງ ຢູໄນເຕັດ

Published on

ໃນ​ວັນ​ທີ 2 ຕຸລາ 2015 ຢູ່ທີ່ສະໜາມກິລາບານ​ເຕະ ລ້ານ​ຊ້າງ ຢູ​ໄນ​ເຕັດ ​ໄດ້​ຈັດ​ພິທີ​​ເຊັນ​ສັນຍາ​ການ​ສະໜັບສະໜູນ​ຂຶ້ນ ລະຫວ່າງ ທ່ານ ດີ​ລີບ ​ເຈ​ຊູ​ທາ​ຊານ ຜູ້ອຳນວຍການ ບໍລິສັດ ລາວ​ຟອດຊີ​ຕີ ກັບ ທ່ານ ພັນທະ​ຈິດ ອິນ​ທິລາດ ປະທານ​ສະ​ໂມ​ສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ​​ໂດຍ​ມີ​ພະນັກງານ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ

ບໍລິສັດ ລາວ​ຟອດຊີ​ຕີ ທີ່​ເປັນ​ຕົວ​ແທນ​ຈຳໜ່າຍ​ລົດ​ຟ​​ອດ ພຽງ​ຜູ້​ດຽວ​ໃນ ສປປ ລາວ ໃຫ້ການ​ສະໜັບສະໜູນ​ແກ່ ທີ​ມລ້ານ​ຊ້າງ ຢູ​ໄນ​ເຕັດ ​ເປັນ​ເວລາ 4 ປີ ນັບ​ແຕ່​ນີ້​ຈົນ​ເຖິງ​ປີ 2019 ​ເພື່​​ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ພັດທະນາ​ທີ​ມສະ​ໂມ​ສອນ​ນີ້ ກໍ​ຄື​ການ​ພັດທະນາ​ວົງ​ການ​ບານ​ເຕະລາວ​ໄປ​ພ້ອມໆ​ກັນ ​ເຊິ່ງລາວ​ຟອດຊີ​ຕີ ຫວັງ​ວ່າການ​ສະໜັບສະໜູນ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ທີ​ມ ລ້ານ​ຊ້າງ​ຢູ​ໄນ​ເຕັດ ​ພັດທະນາ​ຂຶ້ນ​ອີກ​ລະດັບ​ໜຶ່ງດ້ວຍ​ການ​ຊື້ນັກ​ເຕະບານ​ທີ່​ເກັ່ງ​ມາ​ຮ່ວມ​ທີ​ມ ກໍ​ຄື​ການອັດ​ສີດ​ນັກ​ກິລາ​ໃຫ້​ມີ​ກຳລັງ​ໃຈ ​ແລະ ​ທຸ້ມ​ເທ​ໃສ່​ການຫລິ້ນ​ກິລາ​ຫລາຍ​ຂຶ້ນ, ຄຽງ​ຄູ່​ກັນ​ນີ້​ຍັງ​ຕ້ອງການ​ພັດທະນາ​ການ​ເຊຍ​ຂອງ​ກອງ​ເຊຍ​ໃຫ້​ຟົດ​ຟື້ນ​ຍິ່ງ​ຂຶ້ນ​

ທີ​ມສະໂມສອນ ລ້ານ​ຊ້າງ ຢູ​ໄນ​ເຕັດ ​ເປັນ​ອີກ​ໜຶ່ງ​ທີ​ມທີ່ຢູ່​ລະດັບ​ແຖ​ວໜ້າ​ຂອງ​ການ​ແຂ່ງຂັນ​ລາວ​ພຣີ​ເມຍ​ລີກ ​ແລະ ​ກຳລັງ​ພັດທະນາ​ຕົນ​ເອງ​ໃຫ້​ກ້າວ​ຂຶ້ນ​ເທົ່າ​ທຽມ​ກັບ​ລະດັບ​ພາກ​ພື້ນກໍ​ຄື​ສາກົນ​ເທື່ອ​ລະກ້າວ

12115538_820847894697472_2351173423414011162_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...