spot_img
Homeປ່ອງຢ້ຽມດວງດາວ‘ນາຊ່າ’ ວາງແຜນຊ່ວຍມວນມະນຸດຈາກ ‘ວັນສິ້ນໂລກ’

‘ນາຊ່າ’ ວາງແຜນຊ່ວຍມວນມະນຸດຈາກ ‘ວັນສິ້ນໂລກ’

Published on

488635541

ນາ​ຊ່າ ຮ່ວມ​ກັບ  ອີ​ເອດ​ສ໌ເອ ວາງ​ແຜນ​ໂຄງ​ການ  ‘525ft Didymoon’ ພາລະ​ກິດ​ຢຸດ​ດາວ​ເຄາະ​ນ້ອຍ ທີ່​ອາດ​ເດີນທາງ​ມາຍັງ​ໂລກ ແລະ​ ກໍ່​ໃຫ້​ເກີດອັນຕະລາຍ​ຕໍ່ມ​ວນ​ມະນຸດ

ວານ​ນີ້ 1 ຕຸລາ ສຳ​ນັກ​ຂ່າວ ເດິຊັນ ທີ່​ອ້າງ​ຄວາມ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ບໍລິຫານ​ການ​ບິນ​ ແລະ​ ອາວະ​ກາດ​ແຫ່ງ​ຊາດ ຫຼື ນາ​ຊ່າທີ່​ຮ່ວມ​ກັບ ອົງ​ກາ​ນອາວະ​ກາດ​ຍຸ​ໂຣບ ຫຼື ອີ​ເອດສ໌​ເອ ໃນ​ການ​ຄິດ​ຄົ້ນ​ອຸປະກອນ ທີ່​ມີ​ຊື່​ວ່າ ‘525ft Didymoon’ ເພື່ອ​ປ່ຽນ​ທິດ​ທາງ​ດາວ​ເຄາະ​ນ້ອຍ​ຂະໜາດ​ໃຫຍ່ ທີ່​ກຳ​ລັງ​ຈະ​ຄຸກ​ຄາມ​ໂລກ ຈົນ​ມີ​ເລື່ອງ​ລື​ວ່າ ອາດ​ເຖິງ​ຂັ້ນ​ກາຍ​ເປັນ ວັນ​ສິ້ນ​ໂລກ

ນອກ​ນີ້​ລາຍ​ງານ ລະ​ບຸ​ວ່າ  ດຣ. ແພ​ຊິກ ມິ​ເຊນ ເຈົ້າ​ຫນ້າທີ່​ຈາກ​ອົງ​ກາ​ນອາວ​ະກາດ​ຍຸ​ໂຣບ ເປີດ​ເຜີຍ​ວ່າ ອຸປະກອນ ‘Didymoon’ ດັ່ງ​ກ່າວ​ເຮັດ​ຫນ້າທີ່ ເພື່ອ​ປົກ​ປ້ອງ​ໂລກ ຈາກ​ຜົນ​ກະທົບ ທີ່​ອາດຈະ​ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ໂລກ ທີ່​ເກີດ​ຈາກ​ດາວ​ເຄາະ​ນ້ອຍ ເຊີ່ງ​ກົນ​ໄກ​ຂອງ​ການເຮັດວຽກງານ​ອຸປະກອນ​ດັ່ງ​ກ່າວ ຈະ​ມີ​ເປົ້າ​ໝາຍ​ເພື່ອ​ການ​ປ່ຽນ​ທິດ​ທາງ​ຕົກຂອງ​ດາວ​ເຄາະ​ນ້ອຍ

ຂັ້ນ​ຕອນ​ຂອງ​ການເຮັດວຽກງານ​ຂອງ​ເຄື່ອງ​ມື​ດັ່ງ​ກ່າວ ຈະ​ເລີ່ມ​ຈາກ​ການ​ວັດ​ຄຸນສົມບັດ​ຂອງ​ດາວ​ເຄາະ ທີ່​ມີ​ແນວ​ໂນ້ມ​ວ່າ ອາດ​ໂຄຈອນ​ມາ​ຊົນກັບ​ໂລກ ເຊັ່ນ ມວນຄວາມ​ໜ້າ​ແໜ້ນ ລວມ​ເຖິງ​ການ​ກວດ​ສອບ​ໂຄງ​ສ້າງ​ພາຍ​ໃນ  ແລະ​ ດຳ​ເນີນ​ການ​ເພື່ອ​ໃຫ້​ດາວ​ເຄາະ​ດວງ​ນັ້ນ ປ່ຽນ​ວິ​ຖີ​ບໍ່​ເດີນທາງ​ມາຍັງ​ໂລກ

ຢ່າງໃດ​ກໍ​ຕາມ ຄາດ​ວ່າ ເຄື່ອງ​ມື​ດັ່ງ​ກ່າວ ຈະ​ສຳ​ເລັດ​ໃນ​​ເດືອນ​ຕຸລາ ປີ 2022 ເຊີ່ງ​ຈາກ​ວິທີ​ການ​ດັ່ງ​ກ່າວ ມີ​ຄວາມ​ຄ້າຍ​ຄີກັບ​ຮູບເງົາ​ຊື່​ດັ່ງ​ເລື່ອງ ອາ​ມາ​ເກັດ​ດອນ ວັນໂລ​ກແຕກ’ ‘ອົງ​ການ​ນາ​ຊ່າ ຮູບເງົາຍິ່ງໃຫ່ຍ ທີ່ຊອກ​ຫາ​ຜູ້​ທີ່​ສາມາດ​ປະຕິບັດ​ພາລະ​ກິດການ​ກູ້​ໂລກ ໂດຍ​ການ​ນຳ​ລະ​ເບີດ ໄປ​ຝັງ​ໄວ້​ຍັງ​ອຸກ​ກາ​ບາດ ທີ່​ກຳ​ລັງ​ຈະ​ເດີນທາງ​ມາຍັງ​ໂລກ ເຊີ່ງ​ໃນ​ເລື່ອງ​​ດັ່ງ​ກ່າວ ທີມ​ກູ້​ໂລກ​ສາມາດ​ບັນ​ລຸ​ພາລະ​ກິດ​ດັ່ງ​ກ່າວ​ໄດ້​ສຳ​ເລັດ

02_a030aabe-680d-1_2507612a

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...