spot_img
Homeຂ່າວຕ່າງປະເທດຊາວຈີນຕົກໃຈ ປ້າຍໂຄສະນາແບຣນເສື້ອຜ້າ ເປັນພາບຍິງຊຸດຂາວຜົມຍາວຢູ່ກາງທາງ

ຊາວຈີນຕົກໃຈ ປ້າຍໂຄສະນາແບຣນເສື້ອຜ້າ ເປັນພາບຍິງຊຸດຂາວຜົມຍາວຢູ່ກາງທາງ

Published on

BE2211F8A4E1449580CEB17023165B1F

ສຳ​ນັກ​ຂ່າວ’ຊີ​ຊີ​ທີ​ວີ’ ຈີນ ໄດ້​ນຳ​ສະເໜີ​ເລື່ອງ​ ທີ່ເກີດຂື້ນ​ໃນ​ເມືອງ​ຕົງ​ກວນ ມົນ​ທົນ​ກວາງ​ຕຸ້ງ​ຕະຫລອດ​ 1 ອາທິດ​ທີ່​ຜ່ານມາ ເມື່ອ​ຊາວ​ເມືອງ​ຕ່າງ​ພາ​ກັນ​ຂວນ​ເສຍ​ທີ່​ຢູ່ໆ ກໍ​ປາກົດ​ປ້າຍ​ໂຄສະ​ນາ​ສູງ 3 ແມັດ​ເຊີ່ງ​ຕັ້ງ​ຢູ່​ກາງທາງ​ຕະຫລອດ​ຈົນສຸດສາຍ ເປັນ​ພາບ​ຍິງ​ຊຸດ​ຂາວ​ຜົມ​ຍາວ​ເຮັດ​ໜ້າ​ເສີຍໆ ເບີ່ງ​ມາ​ຄືກັບ​ຍິງ​ສາວ​ທີ່​ມັກ​ປາກົດ​ຮູບເງົາເລື່ອງຜີ​ ເຊີ່ງປ້າຍ​ໂຄສະ​ນາ​ນີ້​ຈະ​ເພີ່ມຄວາມໜ້າຢ້ານ​ເປັນ 2 ເທົ່າ​ເມື່ອ​ເຂົ້າ​ສູ່​ບັນ​ຍາ​ກາດ​ຍາມ​ຄ່ຳ​ຄືນ

ປ້າຍໂຄສະ​ນາ​ດັ່ງ​ກ່າວ​ເປັນ​ທີ່​ວິ​ພາກ​ວິ​ຈານຢ່າງຫລາຍ​ສຳລັບ​ຊາວ​ເມືອງ​ຕົງ​ກວນ ຈົນ​ແບ​ຣນ​ເສື້ອ​ຜ້າ​ເຊີ່ງງ​ເປັນ​ເຈົ້າ​ຂອງ​ໂຄສະນາ​ຊຸດ​ດັ່ງ​ກ່າວ​ຕ້ອງ​ອອກ​ມາ​ຖະແຫລງຂ່າວ​ຂໍ​ໂທດ ແລະ ​ລະ​ບຸ​ວ່າ​ຈະ​ກຽມ​ປ່ຽນ​ປ້າຍໂຄສະ​ນາ​ແທນ​ທີ່​ຕົວ​ເກົ່າ​ໂດຍ​ດ່ວນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...