Homeຂ່າວຕ່າງປະເທດກຳປູເຈຍເປີດເຜີຍ ອຸດສາຫະກຳກາສິໂນສ້າງລາຍຮັບເຖິງ 2 ຕື້ໂດລາຕໍ່ປີ!

ກຳປູເຈຍເປີດເຜີຍ ອຸດສາຫະກຳກາສິໂນສ້າງລາຍຮັບເຖິງ 2 ຕື້ໂດລາຕໍ່ປີ!

Published on

109123_15083113030035412120
ກາສິໂນ NagaWorld ໃຈກາງນະຄອນຫລວງພະນົມເປັນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍາຜ່ານມານີ້ວ່າ ທ່ານ ເຈຍ ເຊເຣຍ ຜູ້ອຳນວຍການທະນາຄານແຫ່ງຊາດກຳປູເຈຍ ໄດ້ອອກມາລະບຸ ອຸດສາຫະກຳກາສິໂນພາຍໃນປະເທດ ສາມາດສ້າງລາຍຮັບໄດ້ປະມານ 2 ຕື້ໂດລາຕໍ່ປີ ໂດຍຕາມຕົວເລກຂອງກະຊວງເສດຖະກິດ ແລະ ການເງິນຂອງກຳປູເຈຍ ປັດຈຸບັນທົ່ວປະເທດມີກາສິໂນເປີດໃຫ້ບໍລິການ ຈຳນວນ 59 ແຫ່ງ ໂດຍທັງໝົດແມ່ນຕັ້ງຢູ່ບໍລິເວນຊາຍແດນ ຍົກເວັ້ນພຽງກາສິໂນ NagaWorld ແຫ່ງດຽວເທົ່ານັ້ນ ທີ່ຕັ້ງຢູ່ນະຄອນຫລວງພະນົມເປັນ ຊຶ່ງທາງການອະນຸຍາດໃຫ້ເປີດບໍລິການແກ່ຊາວຕ່າງປະເທດເທົ່ານັ້ນ.

ຈາກສະຖິຕິຂອງ ກະຊວງເສດຖະກິດ ແລະ ການເງິນກຳປູເຈຍ ໄດ້ລາຍງານວ່າ ກຳປູເຈຍສາມາດເກັບອາກອນຈາກອຸດສາຫະກຳກາສິໂນ ໄດ້ຫລາຍກ່ວາ 25 ລ້ານໂດລາ ໃນປີ 2014 ຜ່ານມາ ແລະ ປະມານ 22 ລ້ານໂດລາ ໃນໄລຍະເຄິ່ງປີທຳອິດຂອງປີ 2015 ນີ້.

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...