Homeຂ່າວການພັດທະນາເມືອງທ່າແຕງ ຕັ້ງເປົ້າໃຫ້ປະຊາຊົນມີລາຍຮັບ ສູງກວ່າ 10 ລ້ານກີບຕໍ່ປີ

ເມືອງທ່າແຕງ ຕັ້ງເປົ້າໃຫ້ປະຊາຊົນມີລາຍຮັບ ສູງກວ່າ 10 ລ້ານກີບຕໍ່ປີ

Published on

DSC_0007.01.10.1

ຂປລ. ​ແຕ່​ນີ້​ຮອດ​ປີ 2019 ​ເມືອງ​ທ່າ​ແຕງ​ຈະ​ສູ້​ຊົນ​ເຮັດ​ໃຫ້​ເສດຖະກິດຂະຫຍາຍຕົວ​ໃນ​ແຕ່ລະ​ປີ 18% ຂຶ້ນ​ໄປ ​ແລະ ສະ​ເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ​ໃຫ້​ໄດ້​ສູງ​ກວ່າ 10 ລ້ານ​ກີບ​ຕໍ່​ປີ.

ທ່ານ ຄຳ​ສອນ ກອນ​ເຍີ ​ເຈົ້າ​ເມືອງ​ໆທ່າ​ແຕງ ​ແຂວ​ງ​ເຊ​ກອງ ​ໃຫ້​ຮູ້​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ​ແຕ່​ນີ້​ຮອດ​ປີ 2019 ​ເມືອງ​ທ່າ​ແຕງ​ ຈະ​ສູ້​ຊົນ​ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ໃນ​ແຕ່ ລະ​ປີ 18% ຂຶ້ນ​ໄປ, ​ໃນ​ນີ້​ຈະ​ເຮັດ​ໃຫ້​ກະສິກຳ–ປ່າ​ໄມ້​ຂະຫຍາຍຕົວ​ລະດັບ 16%, ອຸດສາຫະກຳ–ຫັດຖະກຳ 18% ແລະ ການ​ບໍລິການ 18,71% ລວມຍອດ​ລາຍ​ຮັບ​ພາຍ​ໃນ​ເມືອງ​ໃຫ້​ມີ​ມູນ​ຄ່າຫລາຍກວ່າ 655 ຕື້​ກີບ, ສະ​ເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ​ໃຫ້​ໄດ້​ປະມານ 15 ລ້ານ​ກວ່າກີບ  ຫລື ​ເທົ່າ​ກັບ 1.921 ​ໂດ​ລາ​ສະຫະລັດຕໍ່​ຄົນ​ຕໍ່​ປີ.    

​ເພື່ອ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້​ນັ້ນ ​ເມືອງ​ທ່າ​ແຕງ​ມີ​ຄວາມ​ຕ້ອງການ​ທຶນ​ພັດທະນາ​ໃນ 5 ປີ​ຕໍ່ໜ້າ​ປະມານ 127 ຕື້​ກວ່າ​ກີບ​​ໂດຍ​ມີ​ເປົ້າໝາຍ ​ລະດົມຈາກ 4 ​ແຫລ່ງທຶນ ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ຂອງ​ລັດ, ການ​ລົງທຶນ​ຂອງ​ພາກສ່ວນ​ເອກະ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ການ​ລົງທຶນຂອງ​ປະຊາ​ຊົນ, ທຶນ​ສິນ​ເຊື່ອ​ທະນາຄານ ​ແລະສະ​ຖາ​ບັນ​ການ​ເງິນ​ຕ່າງໆ. ​ໂດຍຈະ​ສຸມ​ໃສ່​ພັດທະນາ​ຂົງ​ເຂດ​ເສດຖະກິດລວມມີ 46 ​ໂຄງການ, ມູນ​ຄ່າ 31,6 ຕື້​ກວ່າ​ກີບ; ຂົງ​ເຂດວັດທະນະທຳ–ສັງຄົມ 90 ​ໂຄງການ, ມູນ​ຄ່າ 77,3 ຕື້​ກວ່າ​ກີບ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ 8 ​ໂຄງການ, ມູນ​ຄ່າ 18,3 ຕື້​ກວ່າ​ກີບ. ພ້ອມ​ທັງ ສືບ​ຕໍ່​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ, ພັດທະນາ​ຊົນນະບົດ ​ແລະ ລຶບລ້າງຄວາມທຸກ​ຍາກຂອງ​ປະຊາຊົນ​ 400 ​ກວ່າຄອບຄົວທີ່​ຍັງ​ທຸກໃຫ້​ສຳ​ເລັດ 100%, ຂະຫຍາຍ​ຕາໜ່າງການ​ສຶກສາ ແລະ ການ​ບໍລິການສາທາລະນະ​ສຸກ​ໃຫ້​ປະຊາຊົນ​​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະ ສູ້​ຊົນ​ໃຫ້​ກາຍ​ເປັນ​ເມືອງ​ພັດທະນາ​ເມືອງ​ທຳ​ອິດ​ຂອງ​ແຂວງ​ເຊ​ກອງ.

 

ແຫລ່ງຂ່າວ:

ຂປລ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...