Homeມູມໄອທີລາວຂ່າວຮ້າຍ!! Apple ປິດປະຕູບໍ່ໃຫ້ດາວເກຣດ iOS 9 ໄປຍັງ iOS ລຸ້ນອື່ນໆແລ້ວ

ຂ່າວຮ້າຍ!! Apple ປິດປະຕູບໍ່ໃຫ້ດາວເກຣດ iOS 9 ໄປຍັງ iOS ລຸ້ນອື່ນໆແລ້ວ

Published on

ຂ່າວ​ນີ້​ນັບ​ວ່າ​ເປັນ​ຂ່າວ​ຮ້າຍ​ສຳລັບ​ໃຜ​ທີ່​ອັບ​ເດດ iOS 9 ໄປ​ແລ້ວ ​ແລະ ​ກຳ​ລັງ​ຊອກຫາ ວິທີ​ດາວ​ເກຣດ iOS 9 ໄປ​ຍັງ iOS 8.4.1 ແລະ​ ລຸ້ນ​ອື່ນໆ ຂ່າວ​ຮ້າຍ​ເພາະ Apple ປິດ​ປະ​ຕູ ບໍ່​ໃຫ້ ດາວ​ເກຣດ iOS 9 ໄປ​ຍັງ iOS 8.4.1 ແລະ​ ລຸ້ນ​ອື່ນໆແລ້ວ ທັນ​ທີ​ທີ່​ປ່ອຍ iOS 9.0.2 ອອກ​ມາ​ໃຫ້​ອັບ​ເດດ

Apple ປິດ​ດາວ​ເກດ iOS 9 ມີ​ຜົນ​ເຮັດໃຫ້​ຕອນ​ນີ້​ບໍ່​ສາມາດ​ດາວ​ເກຣດ​ໄປ​ຍັງ iOS 8.4.1 ແລະ iOS ລຸ້ນ​ອື່ນໆ​ທີ່​ຕ່ຳ​ກວ່າ ໄດ້​ແລ້ວ ຈະ​ຕ້ອງ​ໃຊ້ iOS 9 ຫລື​ຈະ​ເປັນ iOS ເວີລ໌​ຊັ່ນ​ທີ່​ໃໝ່​ກວ່າ iOS 9.0.2 ເທົ່າ​ນັ້ນ

IOS-8-rip-main

ປົກກະຕິ​ແລ້ວ Apple ຈະ​ເປີດ​ດາວ​ເກຣດ​ຫລັງ​ຈາກ​ທີ່​ປ່ອຍ iOS ເວີລ໌​ຊັ່ນ​ຫລ້າ​ສຸດ​ມາ​ບໍ່ດົນ​ກໍ​ຈະ​ປິດ​ການ​ດາວ​ເກຣດ​ໄປ​ເວີລ໌​ຊັ່ນ​ທີ່​ເກົ່າ​ກວ່າ ສຳລັບ​ໃຜ​ທີ່​ຢາກ​ຈະ​ດາວ​ເກຣດ​ໄປ iOS 8.4.1 ຕອນ​ນີ້​ບໍ່​ທັນ​ແລ້ວ​

ໃນ​ກໍລະນີ​ບ່ອນເຮັດວຽກ​ດາວ​ເກຣດ​ດ້ວຍ  iTunes ຈະ​ຂຶ້ນ error 3194 ເຊີ່ງ​ຈະ​ເຮັດໃຫ້​ບໍ່​ສາມາດ​ດາວ​ເກຣດ​ໄປ​ລົງ iOS 8.4.1 ໄດ້​ແລ້​ວ ຕອນ​ນີ້​ຕ້ອງ​ໃຊ້ iOS 9.0.2 ກັນ​ໄປ​ຍາວໆແລ້ວ ຈົນ​ກວ່າ​ເວີລ໌​ຊັ່ນ​ໃໝ່​ຈະ​ປ່ອຍ​ອອກ​ມາ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...