Homeຂ່າວການພັດທະນາກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ເລັ່ງແກ້ໄຂນ້ຳມັນເຖື່ອນ ແລະ ນ້ຳມັນຄຸນນະພາບຕ່ຳ

ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ເລັ່ງແກ້ໄຂນ້ຳມັນເຖື່ອນ ແລະ ນ້ຳມັນຄຸນນະພາບຕ່ຳ

Published on

technology

ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາພາດຕໍ່​ສື່​ມວນ​ຊົນໃນລະຫວ່າງດຳ​ເນີນ​ກອງປະຊຸມ​ເປີດກ້ວາງລັດຖະບານປະຈຳສົກ​ປີ 2014-2015 ​ເມື່ອບໍ່​ດົນ​ມາ​ນີ້​ວ່າ: ປັດຈຸບັນ ກໍາລັງເລັ່ງແກ້ໄຂບັນຫານໍ້າມັນປົນເປື້ອນ, ນ້ຳມັນບໍ່ໄດ້ຄຸນະພາບທີ່ຍັງເປັນປະກົດການຫຍໍ້ທໍ້ຂອງສັງຄົມ ກໍຄືຜູ້ຊົມໃຊ້ນ້ຳມັນເຊື້ອໄຟ, ພ້ອມກັນນັ້ນ ກໍເອົາໃຈໃສ່ສະກັດກັ້ນການລັກລອບການນຳເຂົ້ານ້ຳມັນຜິດກົດໝາຍ ຖ້າບໍລິສັດໃດຝ່າຝືນຈະປັບໃໝ ຫຼື ບໍ່ປະຕິບັດຕາມ​ອາດຈະໃຫ້ຢຸດການນຳເຂົ້ານ້ຳມັນກໍ່ເປັນໄດ້ ​ແລະ ຫາກລັດຖະບານ​​ອະນຸມັດນິຕິກຳຕ່າງໆຂອງ​ກະຊວງ​ວິທະຍາສາດວາງ​ອອກ ກໍ​ຈະ​ເຮັດໃຫ້ປາກົດການດັ່ງກ່າວຫລຸດລົງ, ດັ່ງ​ນັ້ນ ເພື່ອຮັບປະກັນການກວດກາ ແລະ ຊຸກຍູ້ການຜະລິດເພື່ອສົ່ງອອກ ກົມມາດຕາຖານ ແລະ ວັດແທກ ໄດ້ມີການກວດກາຄຸນະພາບສິນຄ້າ ແລະ ຢັ້ງຢືນມາດຕາຖານສິນຄ້າດັ່ງ​ກ່າວ ​ໃຫ້ມີຄຸນນະພາບ ​ແລະ ມາດຕາຖານລະດັບສາກົນ ກ່ອນ​ຈະ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ, ລວມ​​ເຖິງຜະລິດຕະພັນຕ່າງໆທີ່ນຳເຂົ້າມາຈຳໜ່າຍພາຍ​ໃນ​ກໍ​ຕ້ອງຜ່ານການກວດກາ​ເສຍ​ກ່ອນ. ເວົ້າສະເພາະ ການກວດກາຄຸນນະພາບນ້ຳມັນ​ແມ່ນມີຄວາມຈຳເປັນຫລາຍ ເນື່ອງຈາກປັດຈຸບັນມີຫາງສຽງຈົ່ມວ່າຈາກສັງຄົມ ເພາະນໍ້າມັນທີ່ນຳເຂົ້າມາຈຳໜ່າຍນີ້ມີຄຸນນະພາບຕໍ່າເຮັດໃຫ້ອາຍຸການໃຊ້ງານຂອງພາຫະນະ ກໍຄືເຄື່ອງຈັກຫລຸດລົງ ​ແລະ ​ເກີດ​ມົນ​ລະ​ພິດ​​ເພີ່ມຂຶ້ນ, ສະ​ນັ້ນ​ກົມມາດຕາຖານ ແລະ ວັດແທກ ໄດ້ເອົາໃຈໃສ່ໃນການກວດກາຄຸນນະພາບເປັນປະຈຳ, ພາຍຫຼັງທີ່ໄດ້ກວດ ກາແລ້ວກໍຈະໄດ້ອອກໃບຢັ້ງຢືນໃຫ້ແກ່ບໍລິສັດນັ້ນໆ, ​ເຊິ່ງທາງ​ກົມ​ໄດ້​​ເຂັ້ມ​ງວດ​ໃນ​ການ​ກວດກາ​ເປັນ​ຫລັກ ​ແລະ ​ເລັ່ງ​ໃສ່​ການກຳນົດລາຄາ ແລະ ຄ່າບໍລິການໃນການກວດກາ.

ສຳລັບມາດຕະການ​ກວດການຜູ້ປະກອບການນຳເຂົ້ານ້ຳມັນບໍ່​ຖືກຕ້ອງນັ້ນ, ປັດຈຸບັນພວມ​ຢູ່​ໃນ​ຂັ້ນ​ຕອນ​ການຮ່າງນິຕິກໍາ, ຈາກນັ້ນຈະນໍາສະເໜີລັດຖະບານເພື່ອອະນຸມັດ ແລະ ປະກາດໃຊ້ນິຕິກຳດັ່ງກ່າວ, ຊຶ່ງຈະມີການກຳນົດ​ກ່ຽວ​ກັບ​ການ​ຕັກເຕືອນ, ສຶກສາອົບຮົມ ​ແລະ ປັບໃໝຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...