Homeຄວາມງາມ5 ວິທີງ່າຍໆພຽງກິນກໍເພີ່ມຄອນລາເຈນເທິງໃບໜ້າໄດ້

5 ວິທີງ່າຍໆພຽງກິນກໍເພີ່ມຄອນລາເຈນເທິງໃບໜ້າໄດ້

Published on

Young woman bites in a apple
ເຮົາຂໍນຳສະເໜີເທັກນິກເສີມຄອນລາເຈນ ເທິງໃບໜ້າໃຫ້ຕົວເອງຄື ຄອນລາເຈນ ເປັນສ່ວນປະກອບຂອງເນື້ອເຍື້ອກ່ຽວພັນທີ່ຊ່ວຍເສີມສ້າງຄວາມຍືດຫຍຸ່ນໃຫ້ແກ່ຜິວເຮັດໃຫ້ຜິວເບິ່ງອ່ອນເຍົາໄວນຸ່ມນວນລາວໂພສຂໍແນະນຳການສ້າງ ຄອນລາເຈນ ດ້ວຍຕົວເອງ 5 ວິທີດັ່ງນີ້
1. ກິນອາຫານທີ່ອຸດົມໄປດ້ວຍວິຕາມິນຊີ ຊຶ່ງເປັນສານອາຫານຕັ້ງຕົ້ນໃນການສ້າງ ຄອນລາເຈນ ເຊັ່ນໝາກເລັ່ນ, ບຣອກໂຄລີ ສະຕໍເບີລີ່ ບູເບີລີ່ ແລະ ຜັກສີຂຽວ
2. ກິນເຂົ້າກ້ອງເປັນປະຈຳທຸກມື້
3. ກິນອາຫານບຳລຸງຜິວທີ່ມີສ່ວນປະສົມຂອງຊາດຳ ຊາຂຽວ ທີ່ອຸດົມໄປດ້ວຍສານແອນຕິອອກຊິແດນຊຶ່ງມີຄຸນສົມບັດຍັບຍັ້ງການອັກເສບ ປ້ອງກັນການສູນເສຍຄອນລາເຈນ
4. ກິນກະທຽມ ເນື່ອງຈາກສານອາຫານບາງຊະນິດໃນກະທຽມຈະໄປຊ່ວຍຊະລໍບໍ່ໃຫ້ຄອນລາເຈນຖືກທຳລາຍກ່ອນໄວອັນຄວນ
5. ກິນອາຫານທີ່ມີສານແອນໂທໄຊຢານິນປະລິມານສູງ ເຊັ່ນ ຫມາກໄມ້ຕະກູນເບີລີ່ ສານດັ່ງກ່າວຈະໄປເສີມສ້າງເສັ້ນໃຍຄອນລາເຈນໃຫ້ແຂງແຮງ ເຮັດໃຫ້ຜິວກະຊັບແຂງແຮງ
ຮ່າງກາຍຄວນໄດ້ຮັບຄອນລາເຈນຈາກອາຫານທຳມະຊາດແລະຈະດີຫລາຍ ຫາກເປັນອາຫານອໍແກນິກ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...