spot_img
Homeມູມໄອທີລາວວິທີການປິດ Wi-Fi Assist ຟັງຊັ່ນໃໝ່ເທິງ iOS 9 ປ້ອງກັນເນັດຮົ່ວໂດຍບໍ່ຮູ້ໂຕ

ວິທີການປິດ Wi-Fi Assist ຟັງຊັ່ນໃໝ່ເທິງ iOS 9 ປ້ອງກັນເນັດຮົ່ວໂດຍບໍ່ຮູ້ໂຕ

Published on

images_14435029412

Wi-Fi Assist ອີກ​ໜຶ່ງ​ຟັງຊັ່ນ​ໃໝ່​ເທິງ  iOS 9 ທີ່​ຊ່ວຍ​ເຮັດໃຫ້​ການ​ໃຊ້​ງານ​ອິນ​ເຕີ​ເນັດ​ໄດ້ດີ​​ຂຶ້ນ ແລະ ​ບໍ່​ຄ້າງ ໂດຍ​ຟັງຊັ່ນ​ນີ້ ຈະ​ທຳ​ກາ​ນສະ​ຫລັບ​ໄປ​ໃຊ້​ສັນ​ຍານ​ອິນ​ເຕີ​ເນັດ​ແບບ 3G ຫຼື 4G LTE ໃນ​ກໍລະນີ​ທີ່​ສັນຍາ​ນ Wi-Fi ຫລຸດ ຫຼື ​ຢູ່ໃນ​ຈຸດ​ອັບ​ສັນຍາ​ນ ຍົກ​ຕົວ​ຢ່າງ​ເຊັ່ນ ກຳ​ລັງ​ເບິ່ງ​ຄລິບ​ວີ​ດີ​ໂອ​ເທິງ YouTube ແຕ່​ ອິນ​ເຕີ​ເນັດ​ທີ່​ບ້ານມີປັນຫາ ແລະ​ ບໍ່​ມີ​ສັນຍາ​ນ ຟັງຊັ່ນ Wi-Fi Assist ກໍ​ຈະ​ສະ​ຫລັບ​ໄປ​ໃຊ້​ອິນ​ເຕີ​ເນັດ 3G ຫຼື 4G ເທີງສະມາດໂຟນ​ທັນ​ທີ ເຮັດໃຫ້​ສາມາດ​ຮັບ​ຊົມ​ຄລິບ​ວີ​ດີ​ໂອ​ໄດ້​ຢ່າງ​ຕໍ່​ເນື່ອງ​ນັ້ນ​ເອງ

ຈາກ​ຄຸນສົມບັດ​ດັ່ງ​ກ່າວ​ຂ້າງ​ຕົ້ນ ຫລາຍໆທ່ານ​ອາດ​ຄິດວ່າ ເປັນ​ຟັງຊັ່ນ​ທີ່​ມີ​ປະໂຫຍດ ແຕ່​ຖ້າ​ຫາກ​ເບີ່ງໃນ​ອີກ​ມຸມ​ໜຶ່ງ ຜູ້​ທີ່​ໃຊ້​ແພັກ​ເກດ​ອິນ​ເຕີ​ເນັດ​ແບບ​ຄິດ​ຕາມ​ປະລິມານ​ການ​ໃຊ້​ງານ​ ການ​ເປີດ​ໃຊ້​ງານ​ຟັງຊັ່ນ Wi-Fi Assist ນີ້ ຈະ​ສົ່ງ​ຜົນ​ໃຫ້ data ອິນ​ເຕີ​ເນັດ​ທີ່​ມີ​ຢູ່​ຖືກ​ໃຊ້​ງານ​ໄປ​ແບບ​ບໍ່​ຮູ້​ໂຕ ເຊີ່ງ​ຈະ​ສົ່ງ​ຜົນ​ໃຫ້ ຄ່າ​ໃຊ້​ຈ່າຍ​ການ​ໃຊ້​ອິນ​ເຕີ​ເນັດ​ເພີ່ມ​ຂຶ້ນ ໂດຍ​ໃນ​ມື້​ນີ້ຈະ​ມາ​ແນະ​ນຳ​ວິທີ​ການ​ປິດ​ຟັງຊັ່ນ Wi-Fi Assist ມາ​ເບິ່ງ​ກັນ​ວ່າ ມີ​ຂັ້ນ​ຕອນ​ຢ່າງໃດ

images_14435102881

ເຂົ້າໄປ​ທີ່ Settings> Cellular ຈາກ​ນັ້ນ ໃຫ້​ເລື່ອນ​ມາ​ດ້ານ​ລຸ່ມ​ສຸດ ຈະ​ມີເມ​ນູ Wi-Fi Assist ໃຫ້​ປິດ​ການ​ໃຊ້​ງານ ພຽງ​ເທົ່າ​ນີ້ ກໍຕັດປັນຫາ​ເລື່ອງ​ເນັດ​ຮົ່ວ​ໄດ້​ແລ້ວ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...